6 ພະຍາດທີ່ເກີດຂຶ້ນກັບເດັກນ້ອຍໃນລະດູໜາວ

46

ຜູ້ເປັນພໍ່ແມ່ຈະຮູ້ດີວ່າໃນລະດູໜາວ ສຸຂະພາບຮ່າງກາຍຂອງຄົນເຮົາຈະມີພູມຕ້ານທານຕໍ່າ ແລະ ເປັນໄລຍະທີ່ຮ່າງກາຍຂອງເດັກສ່ຽງຕໍ່ການເກີດພະຍາດໄດ້ງ່າຍ ເຊິ່ງມີ 6 ພະຍາດທີ່ມັກເກີດຂຶ້ນກັບເດັກນ້ອຍດັ່ງນີ້:

1. ພະຍາດໄຂ້ຫວັດ: ເປັນພະຍາດທີ່ເກີດຂຶ້ນໄດ້ທຸກລະດູ ແຕ່ເມື່ອເຂົ້າສູ່ໜ້າໜາວຈະເປັນງ່າຍ ແລະ ເປັນໄວກວ່າປົກກະຕິ ສ່ວນຫຼາຍຈະເກີດຈາກການຕິດເຊື້ອໄວຣັສ ໂດຍຕິດຕໍ່ຈາກໄຍຝຸ່ນການໄອ – ຈາມຈາກຄົນທີ່ຕິດເຊື້ອ, ອາການຂອງໄຂ້ຫວັດຈະມີອາການໄອຈາມ, ມີນໍ້າມູກໃສ, ຄັນດັງ, ມີໄຂ້ຕໍ່າ ແລະ ປວດເມື່ອຍຕາມຕົວ.

อาจเป็นรูปภาพของ 1 คน และ เห็บ

2. ພະຍາດໄຂ້ຫວັດໃຫຍ່: ເປັນພະຍາດທີ່ເກີດຈາກການຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ ອາການຂອງພະຍາດຊະນິດນີ້ຄ້າຍຄືໄຂ້ຫວັດທົ່ວໄປ ແຕ່ຈະຮຸນແຮງກວ່າ ເຊິ່ງຈະມີໄຂ້ສູງ, ປວດເມື່ອຍຕາມຕົວ, ປວດຫົວຮຸນແຮງ, ໄອ, ມີນໍ້າມູກ, ຮາກ ແລະ ເຈັບຄໍ.

3. ພະຍາດປອດບວມ: ເປັນພະຍາດທີ່ເກີດຈາກການຕິດເຊື້ອແບັກທີເຣຍ ຫຼື ໄວຣັສທີ່ຖົງລົມປອດ ເຮັດໃຫ້ເກີດການອັກເສບບໍລິເວນດັ່ງກ່າວ ຈະມີອາການໄຂ້ສູງ, ຫອບເມື່ອຍ, ໄອມີຂີ້ກະເລດ, ແໜ້ນທ້ອງ ພະຍາດປອດບວມຈະເກີດຂຶ້ນຫຼັງຈາກເປັນໄຂ້ຫວັດ ຫຼື ເກີດຂຶ້ນກັບຜູ້ປ່ວຍທີ່ເປັນພະຍາດຫອບຫືດ.

อาจเป็นรูปภาพของ 1 คน, เด็ก และ โรงพยาบาล

4. ພະຍາດຫັດ: ເປັນພະຍາດທີ່ເກີດຈາກການຕິດເຊື້ອໄວຣັສຫັດ ມັກເກີດຂຶ້ນກັບເດັກນ້ອຍ ແລະ ເດັກໄວກໍາລັງຮຽນ, ອາການຂອງພະຍາດນີ້ຈະມີໄຂ້, ຕາແດງ, ນໍ້າມູກໄຫຼ, ໄອແຫ້ງ ແລະ ຫຼັງຈາກມີໄຂ້ປະມານ 3 – 4 ມື້ຈະເກີດມີຜື່ນແດງຂຶ້ນບໍລິເວນຫຼັງຫູ, ໜ້າ, ແຂນ – ຂາ ແລະ ລໍາຕົວ, ບາງຄົນມີຕຸ່ມຢູ່ໂຜ້ງປາກ ແລະ ກາມ ແຕ່ຫຼັງຈາກຜື່ນຂຶ້ນ 2 ມື້ ອາການໄຂ້ຈະເລີ່ມຫຼຸດລົງ; ຄວນລະວັງອາການແຊກຊ້ອນຕາມມາ ຄື: ຫູຊັ້ນກາງອັກເສບ, ປອດບວມ, ສະໝອງອັກເສບ ແລະ ຖ່າຍແຫຼວ.

5. ຖອກທ້ອງ, ຖ່າຍແຫຼວ: ການຖ່າຍແຫຼວມັກເກີດຂຶ້ນໄລຍະລະດູໜາວ ເກີດຂຶ້ນຈາກ ໂຣຕ້າໄວຣັສ ເຊິ່ງພະຍາດດັ່ງກ່າວມັກຈະພົບໃນເດັກນ້ອຍ ອາຍຸ 5 ປີ ເຊິ່ງຈະມີອາການຖ່າຍແຫຼວ, ຮາກ, ກົນແດງ, ມີໄຂ້ສູງ, ກິນອາຫານໄດ້ໜ້ອຍ ແລະ ຮ່າງກາຍຈະອ່ອນເພຍ.

6 ອີ່ສຸກອີ່ໄສ: ເປັນພະຍາດທີ່ສາມາດຕິດຕໍ່ໂດຍການສໍາຜັດເອົາຕຸ່ມນໍ້າໂດຍກົງ ຫຼື ຜ່ານການຫາຍໃຈກໍສາມາດຕິດຕໍ່ໄດ້ ເຊິ່ງຈະມີອາການໄຂ້, ປວດເມື່ອຍຕາມຕົວ, ມີຜື່ນແດງຂຶ້ນບໍລິເວນໜ້າ ແລະ ລໍາຕົວ ຕໍ່ມາຈະເປັນຕຸ່ມນໍ້າໃສ, ບາງຄັ້ງເປັນຕຸ່ມໜອງ ເມື່ອຕຸ່ມແຕກກໍຈະຕົກເກັດ ອາການນີ້ຈະເກີດຂຶ້ນ 7 – 10 ວັນ.

ຂໍ້ມູນຈາກ: Sanook