7 ພະຍາດທີ່ເກີດຂຶ້ນກັບຄົນທີ່ມັນກິນດິບ

131

ການຮັບປະທານອາຫານດິບເຊັ່ນ: ຊີ້ນງົວດິບຈໍ້າແຈ່ວ, ຊອຍຈຸ, ລາບດິບ, ກ້ອຍ, ແໜມດິບ, ຫໍ່ສົ້ມ, ຈະພາໃຫ້ສ່ຽງຕໍ່ເຊື້ອອັນຕະລາຍໄດ້ ແລະ ເກີດພະຍາດຕ່າງໆຂຶ້ນ ດັ່ງນີ້:

ไม่มีคำอธิบายรูปภาพ

1. ແມ່ພະຍາດຈາກງົວ – ຄວາຍ: ສາເຫດຈາກການຮັບພະຍາດເຂົ້າໄປໃນຮ່າງກາຍແລ້ວເຮັດໃຫ້ແມ່ພະຍາດຈະເລີນພັນເຕັມຕົວ ເຊິ່ງຈະມີອາການຫິວເລື້ອຍໆ, ບໍ່ສະບາຍທ້ອງ, ອາຫານບໍ່ຍ່ອຍ, ປວດຮາກ, ຮາກ, ຖອກທ້ອງ, ທ້ອງຜູກ, ນໍ້າໜັກຫຼຸດ…

2. ພະຍາດຊານໂຄຊີສຕິກ: ມີລັກສະນະຄ້າຍຄືເມັດເຂົ້າສານໃນງົວ – ຄວາຍມີອັດຕາການເປັນພະຍາດສູງໃສ່ຄົນ ຜູ້ທີ່ເປັນພະຍາດນີ້ຈະມີອາການປວດກ້າມຊີ້ນ, ອ່ອນເພຍ, ຜິວໜັງບວມ, ຂໍ້ອັກເສບ ແລະ ເມັດເລືອດຂາວສູງ.

3. ພະຍາດແອນແທຣັກ: ມີຜົນຕໍ່ລະບົບທາງເດີນອາຫານ, ມີອາການຮາກອອກເປັນເລືອດ, ຖອກທ້ອງຢ່າງຮຸນແຮງ ແລະ ອາດພັດທະນາໄປສູ່ການຕິດເຊື້ອໃນກະແສເລືອດ ແລະ ຮຸນແຮງຈົນເຖິງແກ່ຊີວິດໄດ້.

อาจเป็นกราฟิกรูป 1 คน

4. ເຊື້ອຊາໂມເນລລາ: ເປັນເຊື້ອແບັກທີເຣຍທີ່ປົນເປື້ອນມາກັບອາຫານ ພາໃຫ້ຄົນເຮົາເກີດພະຍາດໃນທາງເດີນອາຫານ ເຊິ່ງຈະມີອາການຮາກ, ເຈັບທ້ອງຖ່າຍ.

5. ເຊື້ອແຄມໄພໂລແບັກເຕີ: ເປັນເຊື້ອທີ່ສາມາດພົບໄດ້ໃນທາງເດີນອາຫານຂອງງົວ ແລະ ສັດອື່ນໆ. ເຊື້ອນີ້ອາດຈະເຮັດໃຫ້ເກີດພະຍາດລໍາໄສ້ອັກເສບ, ເຈັບທ້ອງ, ມີໄຂ້, ບາງຄັ້ງຖ່າຍເປັນເລືອດ.

6. ເຊື້ອອີໂຄໄລ: ເປັນເຊື້ອທີ່ສ້າງສານພິດ ເຮັດໃຫ້ເກີດພະຍາດໃນລະບົບທາງເດີນອາຫານ ຜູ້ທີ່ໄດ້ຮັບເຊື້ອນີ້ປະມານ 1 – 2 ມື້ ຈະມີອາການປວດທ້ອງ, ເປັນຕະຄິວ ແລະ ມີອາການຖອກທ້ອງບາງຄັ້ງມີເລືອດປົນ.

อาจเป็นรูปภาพของ อาหาร

7. ພະຍາດພິດໝາວໍ້: ຖ້າເອົາຊີ້ນງົວ – ຄວາຍທີ່ຕາຍແບບບໍ່ຮູ້ສາເຫດມາຮັບປະທານ ຖ້າງົວ – ຄວາຍມີສາເຫດການຕາຍມາຈາກພະຍາດພິດໝາວໍ້ ຈະຕິດເຊື້ອນັບແຕ່ຄົນຄົວ, ຄົນປຸງອາຫານ ແລະ ນໍາໄປສູ່ຄົນກິນ ລ້ວນແຕ່ມີຄວາມສ່ຽງຕໍ່ການຕິດເຊື້ອນໍາໄປສູ່ການເສຍຊີວິດ ເນື່ອງຈາກບໍ່ມີຢາປິ່ນປົວ.

ດັ່ງນັ້ນ, ເຮົາຄວນເລືອກຊື້ຊີ້ນທີ່ສະອາດ, ໄດ້ມາດຖານ ແລະ ຄວນຮັບປະທານອາຫານທີ່ສຸກ, ຮ້ອນ ເພື່ອຄວາມປອດໄພໃນການຮັບປະທານ.

ຂໍ້ມູນຈາກ: Sanook