ໄດ້ແລ້ວ 3 ນັກເຕະເຍົາວະຊົນລາວ ຖືກຄັດເລືອກໃຫ້ໄປຝຶກຊ້ອມກັບສະໂມສອນຊັ້ນນໍາໃນເຢຍລະມັນ

63

TPLUS ຮ່ວມກັບ ສະໂມສອນ ໂບຣຸຸສເຊຍ ດ໊ອດມູນ ສະໂມສອນຊັ້ນນໍາໃນລີກສູງສຸດຂອງປະເທດເຢຍລະມັນ ສາມາດຄັດເລືອກໄດ້ 3 ນັກກີລາເຍົາວະຊົນລາວ ໂດຍການເລືອກຂອງຄູຝຶກ BVB Academy ທີ່ຈະໄດ້ເດີນທາງໄປຝຶກຊ້ອມກັບສະໂມສອນດັ່ງກ່າວໃນປີ 2024 ທີ່ປະເທດເຢຍລະມັນ ຈາກການທີ່ສ້າງຜົນງານຢ່າງໂດດເດັ່ນໃນລາຍການ 3×3 Street Football 2023.

ໃນອາທິດທີ່ຜ່ານມາ ( 9-10 ທັນວາ 2023 ) ທີ່ເດີ່ນໃນຮົ່ມບູຢອງ ບ້ານດົງໂດກ ເມືອງໄຊທານີ ໄດ້ມີການແຂ່ງຂັນກີລາບານເຕະ 3 ຄົນລາຍການ 3×3 Street Football 2023 ເຊິ່ງປີນີ້ໃຫ້ໂອກາດນັກເຕະລະດັບນັກຮຽນມາຮ່ວມແຂ່ງຂັນປາກົດວ່າ: ໂຮງຮຽນ ກຽດຕິສັກ ນານາຊາດ ສາມາດຄວ້າແຊັມໄປຄອງໄດ້ຂັນແຊັມ ແລະ ເງິນລາງວັນ 10 ລ້ານກີບ, ອັນດັບທີ 2 ໂຮງຮຽນ ແຂວງຫຼວງພະບາງ ໄດ້ຮັບເງິນລາງວັນ 5 ລ້ານກີບ ແລະ ອັນດັບ 3 ໂຮງຮຽນ ມສ ວຽງຈັນ ໄດ້ຮັບເງິນລາງວັນ 3 ລ້ານກີບ.

ພິເສດໃນພິທີຍັງມີການປະກາດ 3 ລາຍຊື່ນັກກີລາທີ່ຈະໄດ້ສິດໄປຝຶກຊ້ອມເຖິງປະເທດເຢຍລະມັນ ກັບສະໂມສອນ ໂບຣຸສເຊຍ ດ໊ອດມູນ ໃນປີ 2024 ( ສ່ວນວັນເວລາຍັງບໍ່ທັນໄດ້ມີິການກໍານົດຢ່າງລະອຽດ ) ໂດຍ 3 ນ້ອງທີ່ສ້າງຜົນງານໂດດເດັ່ນ ແລະ ຖືກເລືອກຈາກ 18 ນັກກີລາດີເດັ່ນມີດັ່ງນີ້:
– ທ້າວ ພູຊະນະ ວົງວຽງຄຳ ຈາກ ໂຮງຮຽນ ວິຣະຖາວອນ
– ທ້າວ ສຸລິຍາ ຕູນາລົມ ຈາກ ໂຮງຮຽນ ນານາຊາດ ກຽດຕິສັກ ພາທີມຄວ້າແຊັມລາຍການນີ້ໄປຄອງ ພ້ອມເງິນລາງວັນ 10 ລ້້ານກີບ
– ທ້າວ ສອນພະນົມ ຈັນທະບູລີ ຈາກ ແຂວງ ຫຼວງພະບາງ ພາທີມຍາດໄດ້ອັນດັບ 2 ພ້ອມເງິນລາງວັນ 5 ລ້ານກີບ

ສໍາລັບ ການຄັດເລືອກຄັ້ງນີ້ແມ່ນ Mr.Günter Stiebig ຄູ່ຝຶກຈາກ ໂບຣຸສເຊຍ ດ໊ອດມູນ ທີ່ມານັ່ງຕິດຂອບສະໜາມ ບູຢອງ ໃນເຂດມະຫາວິທະໄລແຫ່ງຊາດລາວ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເພິ່ນໄດ້ຄັດເອົານັກເຕະດີທີ່ສຸດ 3 ຄົນສຸດທ້າຍ ຈາກທັງໝົດ 18 ຄົນທີ່ປະກາດມາກ່ອນໜ້ານີ້.
ໂດຍນີ້ກໍຍັງເປັນນັກກີລາເຍົາວະຊົນຄົນທີ 2, 3, 4 ທີ່ໄດ້ໄປຝຶກຊ້ອມຕໍ່ທີ່ປະເທດເຢຍລະມັນ ກັບສະໂມສອນຍັກໃຫຍ່ ເພາະກ່ອນໜ້ານີ້ ຄໍາປານ ດວງວິໄລ ນັກເຕະຊາວແຂວງສາລະວັນ ແລະ ມາສເຕີ 7 ເອັຟຊີ ໃນປັດຈຸບັນ ໄດ້ເຄີຍໄປເຂົ້າຄ້າຍຝຶກຊ້ອວມກັບ ບາເຢິນ ມິວນິກ ທີ່ເຢຍລະມັນ ມາແລ້ວ ໄປກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ເລີ່ມຮ່ວມກິດຈະກໍາ ແລະ ຝຶກຊ້ອມກັບ ຄະນະຄູຝຶກທີ່ປະເທດ ບາເຢິນ ມິວນິກ ຢ່າງໃກ້ສິດ ຮ່ວມກັບນັກເຕະເຍົາວະຊົນອາຍຸລະຫວ່າງ 14-16 ປີທີ່ມາຈາກທົ່ວໂລກ ຫຼາຍກວ່າ 50 ຄົນ ຈາກ 20 ກວ່າປະເທດ ໃນໂຄງການ Allianz Explorer Camp.
ຂ່າວ: Larh Creators; ຮູບຈາກ: TPLUS