ປະຊຸມຄັ້ງສຳຄັນ, ພາກລັດ-ທຸລະກິດຫາລືແນວທາງຊຸກຍູ້ສົ່ງເສີມການຜະລິດພືດຜັກບໍລິໂພກແທນການນຳເຂົ້າ ຢູ່ ນະຄອນຫຼວງ

49

ເວົ້າແລ້ວເວົ້າອີກ ລາວເປັນປະເທດກະສິກຳ ເກືອບວ່າທຸກຄົນເຮືອນມີພື້ນຖານດ້ານກະສິກຳ ແຕ່ພວກເຮົາຍັງເອື່ອຍອີງການນຳເຂົ້າຫຼາຍບໍ່ເວັ້ນແຕ່ພືດຜັກສວນຄົວ ສະນັ້ນ ເພື່ອເປັນການສົ່ງເສີມການຜະລິດພືດຜັກພາຍໃນໃຫ້ກາຍເປັນສິນຄ້າ ທີ່ສາມາດປ້ອນຕະຫຼາດໄດ້ພຽງພໍກັບຄວາມຕ້ອງການ ພ້ອມຫຼຸດຜ່ອນການນຳເຂົ້າ. ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອນ ຈຳກັດ, ໄດ້ຈັດກອງປະຊຸມ ຄົ້ນຄວ້າປຶກສາຫາລື ການຊຸກຍູ້ສົ່ງເສີມການຜະລິດພືດຜັກເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ຢູ່ ນວ ຂຶ້ນ. ໃນວັນທີ 14 ທັນວາ 2023 ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

No description available.

ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວາດສະຖາ ສີຈະເລີນ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ພ້ອມດ້ວຍຫ້ອງການກະສິກຳບັນດາເມືອງ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No description available.
ທ່ານ ວາດສະຖາ ສີຈະເລີນ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກ່າວວ່າ: ອີງໃສ່ຄາດໝາຍດ້ານການປູກຝັງ ຂອງ ນະຄອນຫຼວງ ໃນປີ 2023 ແມ່ນຈະຜະລິດເຂົ້າໃຫ້ໄດ້ 306.084 ໂຕນ, ພືດຜັກ 117.627 ໂຕນ, ໄມ້ໃຫ້ມາກ 75.682 ໂຕນ, ມັນຕົ້ນ 99.295 ໂຕນ, ສາລີອາຫານສັດ 5.424 ໂຕນ, ຜັກອິນຊີ 4.292 ໂຕນ
ປະຈຸບັນ ຢູ່ນະຄອນຫຼວງວຽງຈັນມີກຸ່ມຜະລິດຜັກກະສິກຳສະອາດ ຄື: 1). ກຸ່ມປູກຜັກກະສິກຳອິນຊີ (OA) ຈຳນວນ 11 ກຸ່ມ, ມີສະມາຊິກທັງໝົດ 305 ຄອບຄົວ, ເນື້ອທີ່ 257 ເຮັກຕາ ແລະ ຜົນຜະລິດໄດ້ 1.515 ໂຕນ; 2). ຜັກກະສິກຳທີ່ດີ (GAT) ມີ 34 ກຸ່ມ, ຈຳນວນ 774 ຄອບຄົວ, ມີເນື້ອທີ່ 331 ເຮັກຕາ ຜົນຜະລິດໄດ້ 3.492 ໂຕນ; 3). ພາກລັດປູກຜັກອິນຊີ ມີ 2 ກຸ່ມ, ຈຳນວນ 2 ຄອບຄົວ, ມີເນື້ອທີ່ 9 ເຮັກຕາ ຜົນຜະລິດໄດ້ 79 ໂຕນ; 4). ກຸ່ມຜູ້ປະກອບການປູກຜັກອິນຊີ (OA) ມີຈຳນວນ 4 ຄອບຄົວ, ມີເນື້ອທີ່ 4 ເຮັກຕາ ຜົນຜະລິດໄດ້ 354 ໂຕນ.

No description available.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວບາງຕອນວ່າ: ປະເທດເຮົາ ກຳລັງປະເຊີນໜ້າຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ໄພເງິນເຟີ້, ການປ່ຽນແປງຂອງສະພາບດິນຟ້າອາກາດ ອັນເຮັດໃຫ້ການຜະລິດກະສິກໍາຂອງລາວເຮົາ ມີຕົ້ນທຶນການຜະລິດສູງຂຶ້ນ; ການຜະລິດຍັງເປັນການຜະລິດແບບກະແຈກກະຈາຍ, ຜະລິດບໍ່ໄປຕາມຄວາມຕ້ອງການຕະຫຼາດ ແລະ ການຈໍລະຈອນແຈກຢາຍສິນຄ້າດັ່ງກ່າວ ມີຫຼາຍຂັ້ນຫຼາຍຂອດ ສົ່ງຜົນໃຫ້ລາຄາສິນຄ້າກະສິກຳໃນທ້ອງຕະຫຼາດ ມີການເໜັງຕີງຫຼາຍ ແລະ ມີລາຄາແພງໃນບາງໄລຍະ ພ້ອມກັນນັ້ນຜູ້ຜະລິດ, ກຸ່ມ, ສະຫະກອນ ຍັງພົບຄວາມຫຍຸ້ງຍາກ ໃນການເຂົ້າເຖິງແຫຼ່ງທຶນ, ຕະຫຼາດທີ່ໝັ້ນຄົງ. ສະນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືລັດຖະບານ ຈຶ່ງໄດ້ໃຫ້ຄວາມສຳຄັນຕໍ່ກັບ ການສົ່ງເສີມການຜະລິດ ຕິດພັນກັບຕະຫຼາດ ແລະ ໄດ້ເອົາວຽກດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ເພື່ອທົດແທນການນໍາເຂົ້າ ໂດຍສຸມໃສ່ການຜະລິດສິນຄ້າທີ່ກະສິກໍາ ທີ່ພວກເຮົາສາມາດຜະລິດໄດ້ໃຫ້ເຂົ້ມແຂງສາມາດແຂ່ງຂັນ ແລະ ຫຼຸດຜ່ອນການນຳເຂົ້າ ແນ່ໃສ່ຢຸດການນຳເຂົ້າເທື່ອລະກ້າວ.

No description available.

ຕໍ່ກັບສະພາບການດັ່ງກ່າວ ກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບ ຕະຫຼາດລາວ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການຜະລິດພືດຜັກເປັນສິນຄ້າ ເພື່ອທົດແທນການນໍາເຂົ້າຂຶ້ນ ເຊິ່ງເປັນກອງປະຊຸມທີ່ສອດຄ່ອງກັບທິດຂອງພັກ-ລັດ ແລະ ສະພາບບັນຫາໃນປະຈຸບັນ ທັງສາມາດຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໄດ້.

No description available.
ຈຸດປະສົງ ຂອງກອງປະຊຸມໃນມື້ນີ້ ແມ່ນເພື່ອພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການຊຸກຍູ້ສົ່ງເສີມການຜະລິດພືດຜັກເປັນສິນຄ້າເພື່ອທົດແທນການນຳເຂົ້າ ຊອກຫາຊ່ອງທາງຊຸກຍູ້ສົ່ງເສີມ, ວິທີການ, ມາດຕະການ ຮ່ວມກັນໂດຍສະເພາະພາກລັດ, ຜູ້ປະກອບການ, ກຸ່ມການຜະລິດ, ຜູ້ຜະລິດ. ໃນພາກເຊົ້າ ພວກເຮົາຈະໄດ້ຮັບຟັງ ການລາຍງານສະພາບການຊຸກຍູ້ສົ່ງເສີມ ການຜະລິດພືດຜັກເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ໃນນະຄອນຫລວງວຽງຈັນ ຈາກຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຮັບຟັງການນໍາສະເໜີ ແຜນການຮ່ວມມືສົ່ງເສີມດ້ານການຄ້າ, ຂໍ້ມູນການຕະຫຼາດ, ແຜນຄວາມຕ້ອງການໃນການສົ່ງເສີມການຜະລິດ ແລະ ປຸງແຕ່ງເປັນສິນຄ້າ ສະໜອງພາຍໃນ ທົດແທນການນຳເຂົ້າ ຈາກປະທານສະມາຄົມຜະລິດ ແລະ ປຸງແຕ່ງ ກະສິກຳລາວ, ທັງເປັນຜູ້ອຳນວຍການຕະຫຼາດລາວ ໃນພາກປາຍ ຈະເປັນກອງປະຊຸມລົງເລິກປຶກສາຫາລື ແຜນການຜະລິດ ແລະ ການສະໜອງ, ນະໂຍບາຍ ຈາກສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ.