ຢາກສຳຜັດວັດທະນະທຳບັນດາເຜົ່າຕ້ອງຂຶ້ນແຜນໄປບໍ່ແກ້ວແລ້ວລະ!

36

ຄືດັ່ງພວກເຮົາໄດ້ຮູ້ກັນແລ້ວ ປີ 2024 ເປັນປີທ່ອງທ່ຽວລາວ ຊຶ່ງບັນດາແຂວງຈະໄດ້ມີກິດຈະກຳຂອງຕົນ ເພື່ອດຶງດູດການທ່ອງທ່ຽວ ສະເພາະງານລະດັບຊາດມີ 14 ກິດຈະກຳ ແລະງານຂອງແຂວອີກຫຼາຍກິດຈະກຳ ແນ່ນອນສິ່ງໜຶ່ງທີ່ຜູ້ຄົນສົນໃຈກໍ່ຄືປະເພນີຂອງຊົນເຜົ່າຕ່າງໆ ໃນນັ້ນແຂວງບໍ່ແກ້ວກໍ່ກຽມໄວ້ຫຼາຍຢ່າງຢາກເຊີນຊວນທຸກທ່ານໄປສຳຜັດ.

May be an image of 6 people

ຕາມຂ່າວຈາກແຂວງບໍ່ແກ້ວລາຍງານວ່າ ປະຈຸບັນບໍ່ແກ້ວແມ່ນໄດ້ເອົາໃຈໃສ່ ກະກຽມທຸກເງື່ອນໄຂ ໃນການຈັດງານບຸນປະເພນີ13 ເຜົ່າ ແລະ ງານຕະຫຼາດນັດວັດທະນະທໍາ ຕິດພັນກັບການເປີີດປີທ່ອງທ່ຽວລາວ 2024. ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງບັນດາເຜົ່າ 13 ເຜົ່າ, ອານຸລັກປົກປັກຮັກສາໃຫ້ໄດ້ຮັບການສືບທອດ ແລະ ເສີມຂະຫຍາຍຢ່າງກວ້າງຂວາງ, ເປັນການເພີ່ມທະວີຜູກແໜ້ນຄວາມສາມັກຄີ ຂອງປະຊາຊົນທີ່ດໍາລົງຊີວິດຢູ່ແຂວງບໍ່ແກ້ວ, ສ້າງເງື່ອນໄຂໃຫ້ປະຊາຊົນແຕ່ລະເຜົ່າໄດ້ມາ ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ດ້ານສິລະປະວັນນະຄະດີ, ໄດ້ຫລິ້ນບຸນຮ່ວມກັນ.

May be an image of 11 people and text that says 'ะเมด'

ງານທີ່ວ່ານີ້ຍັງເປັນການສົ່ງເສີມການຕະຫລາດ ຊື້-ຂາຍ ຜົນຜະລິດ ທີ່ເປັນພູມປັນຍາຂອງປະຊາຊົນບັນດາເຜົ່າ ແລະ ການສົ່ງເສີມການທ່ອງທ່ຽວ ໃຫ້ມີຫລາຍສີສັນ, ອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ໄດ້ມາສໍາຜັດກັບບັນຍາກາດ,ຮີດຄອງເພນີອັນດີງາມຂອງແຕ່ເຜົ່າ ໂດຍສະເພາະແມ່ນວັດທະນະທຳ ດ້ານການນຸ່ງຖືຂອງຊົນເຜົ່າ (ຍິງ-ຊາຍ) ທີ່ບົ່ງບອກເຖິງເອກະລັກ ວິທີການດຳລົງຊິວິດ ການທຳມາຫາກິນຂອງເຜົ່າ ຕາມຮີດຄອງ ປະເພນີຂອງບັນດາເຜົ່າ ທີ່ໄດ້ອານຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ແກ່ຄົນຮຸ່ນຫລັງໄດ້ສືບທອດຕໍ່ໆກັນໄປ.

May be an image of 4 people and text
ການຈັດງານບຸນປະເພນີບັນດາເຜົ່າປີນິ້ ມີຫລາຍກິດຈະກຳເປັນຕົ້ນ ແມ່ນງານຕະຫລາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າ, ຜະລິດຕະພັນຫັດຖະກໍາ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ເຄື່ອງດົນຕຼີ, ເຄື່ອງນຸ່ງຫົ່ມ, ອາຫານພື້ນບ້ານ, ເຄື່ອງໃຊ້ສອຍປະຈໍາວັນ ທີ່ເປັນຜົນຜະລິດຈາກພູມປັນຍາ, ສີໄມ້ລາຍມື ເອກະລັກຂອງເຜົ່າ, ນອກນິ້.ຍັງມີຜູ້ປະກອບການຕ່າງໆພາຍໃນແລະ ຕ່າງປະເທດ ມາວາງສະແດງ ແລະ ຈໍາຫນ່າຍສິນຄ້າລາກຫລາຍ. ພ້ອມດຽວກັນນີ້,ໃນງານຈະມີການສາທິດ ການເຮັດບຸນແຕ່ລະເຜົ່າ ຕາມຮີດຄອງປະເພນີ, ມີການແຂ່ງຂັນກິລາພື້ນເມືອງ, ສະແດງສິລະປະວັນນະຄະດີ, ຍ່າງສະແດງເຄື່ອງຊົນເຜົ່າ 13 ເຜົ່າ, ທີ່ມີຕົວແທນມາຈາກບ້ານ,ກົມກອງ,ສໍານັກງານອົງການ,ໂຮງຮຽນ ແລະ ພາກສ່ວນຕ່າງໆ.

May be an image of 5 people and text that says 'เผ้าละเมด เผ้าละ เมด'
ເຊີນຊວນບັນດາທ່ານ ພະນັກງານລັດຖະກອນ.ປະຊາຊົນບັນດາເຜົ່າພາຍໃນ, ຕ່າງແຂວງ ແລະ ຢູ່ຕ່າງປະເທດ ມາທ່ຽວຊົມງານຕະຫຼາດນັດ, ບຸນປະເພນີບັນດາເຜົ່າ 13 ເຜົ່າ.ດັ່ງກ່າວ ໃນລະຫວ່າງວັນທີ 25-31 ທັນວາ 2023 ນິ້. ຢູ່ທີ່ເດີ່ນກິລາແຂວງ (ບ້ານປ່າອ້ອຍ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

May be an image of 7 people, temple and text