ປະກາດ ຄະນະບໍລິຫານງານສະຫະພັນມວຍລາວ ຊຸດໃໝ່ ພ້ອມຕັ້ງເປົ້າສ້າງຄົນລາວກ້າວສູ່ອາຊີບ

663

ກະຊວງສຶກສາທິການ ແລະ ກີລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງ ຄະນະບໍລິຫານງານສະຫະພັນມວຍແຫ່ງຊາດລາວ ຢ່າງເປັນທາງການ ໂດຍແຕ່ງຕັ້ງ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ເປັນປະທານສະຫະພັນມວຍແຫ່ງຊາດລາວ ຄົນໃໝ່.

ພິທີດັ່ງກ່າວ ໄດ້ມີຂຶ້ນ ໃນຕອນແລງມື້ນີ້ 9 ທັນວາ 2023 ທີ່ສະໂມສອນໃນຮົ່ມ ລ້ານຊ້າງ ອິນດໍສະເຕດ້ຽມ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະບໍລິຫານຊຸດເກົ່າ ແລະ ຊຸດໃໝ່ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ຄະນະບໍລິຫານງານສະຫະພັນກິລາມວຍແຫ່ງຊາດລາວ ໄດ້ເປີດເຜີຍແຜນຍຸດທະສາດ ການພັດທະນາ ໂດຍສະເພາະວະໃສທັດ ຈະສ້າງຄວາມນິຍົມສົ່ງເສີມ ແລະ ພັດທະນາມວຍລາວ ໃນແນວທາງມວຍລາວສ້າງຄົນ ສ້າງອາຊີບ ແລະ ສ້າງເສດຖະກິດຂອງຊາດ ແນໃສ່ສົ່ງເສີມ ແລະ ຂະຫຍາຍຄວາມນິຍົມກິລາມວຍລາວເຂົ້າສູ່ຜູ້ສົນໃຈເຍົາວະຊົນ ແລະ ຊາວໜຸ່ມໃນທົ່ວປະເທດ ສ້າງ ແລະ ພັດທະນາບຸກຄະລາກອນໃນລະບົບບໍລິຫານຈັດການ ຂອງສະຫະພັນມວຍແຫ່ງຊາດລາວ ທຸກລະດັບ, ສ້າງໃຫ້ມີການບໍລິຫານງົບປະມານ ກອງທຶນຂອງສະຫະພັນຈາກການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ ພ້ອມທັງຈັດນະໂຍບາຍສະຫວັດດີການອຸປະກອນ ເພື່ອສ້າງແຮງຈູງໃຈບຸຄະລາກອນ ແລະ ປະຍຸກວິທະຍາສາດການກິລາມາພັດທະນາກິລາມວຍລາວ ແລະ ສ້າງລະບົບພັດທະນາ ນັກກິລາຈາກພື້ນຖານສູ່ຄວາມເປັນເລີດ ໃນການສົ່ງເສີມການຈັດແຂ່ງຂັນ ແລະ ເຂົ້າຮ່ວມແຂ່ງຂັນຢ່າງຕໍ່ເນື່ອງ.

ນອກຈາກນັ້ນ, ຄະນະບໍລິຫານງານ ມວຍລາວ ຊຸດໃໝ່ ກໍຍັງປະກາດຈະນຳໃຊ້ງົບປະມານປັດຈຸບັນສາມາດລະດົມໄດ້ 700 ລ້ານກີບ ຕາມເປົ້າໝາຍຈະໃຫ້ໄດ້ 1 ຕື້ນກີບ ນຳໃຊ້ບໍລິຫານຢ່າງມີໝາກຜົນ ໂດຍສະເພາະວາງເປົ້າໝາຍຈະສ້າງຄົນລາວ ກາຍເປັນນັກຊົກລະດັບອາຊີບ ເທົ່າທັນກັບປະເທດເພື່ອນບ້ານ ໂດຍສະເພາະແມ່ນໄທ ສາມາດອອກໄປຊົກກັບນັກກິລາຕ່າງຊາດ ເພື່ອສ້າງກຽດຊື່ສຽງມາສູ່ປະເທດຊາດ ຫາກວ່ານັກກິລາມີຜົນງານລະດັບຕ່າງໆ ກໍຈະມີນະໂຍບາຍມອບໃຫ້ຢ່າງເຕັມທີ່.

ສໍາລັບ ສະຫະພັນມວຍລາວແຫ່ງຊາດ ສ້າງຕັ້ງຂຶ້ນໃນປີ 1994 ສ້າງຕັ້ງເປັນສະມາຄົມມວຍລາວ ແລະ ມາຮອດປີ 2004 ໄດ້ສ້າງຕັ້ງເປັນສະຫະພັນມວຍລາວແຫ່ງຊາດ ໂດຍປີ 2004-2023 ມີຄະນະບໍລິຫານງານທັງໝົດ 2 ຊຸດ ໂດຍສະຫະພັນມວຍລາວແຫ່ງຊາາດ ມີສະມາຊິກເປັນສະຫະພັນແຂວງ 9 ແຂວງ, ສະໂມສອນ ມວຍລາວທົ່ວປະເທດ 22 ສະໂມສອນ, ມີນັກກີລາ 210 ຄົນ ( ໃນນັ້ນເປັນຍິງ 40 ຄົນ ).