ນິດໄສ 8 ຂໍ້ ຂອງນັກທຸລະກິດທີ່ປະສົບຜົນສຳເລັດ

50

ຄວາມສຳເລັດເປັນສິ່ງໜຶ່ງທີ່ທຸກໆຄົນໃຝ່ຝັນວ່າຢາກຈະມີ ແຕ່ມັນກໍບໍ່ແມ່ນເລື່ອງງ່າຍປານໃດທີ່ຈະພາຕົວເອງໃຫ້ພົບກັບຄວາມສຳເລັດ ໂດຍສະເພາະໃນເລື່ອງຂອງການເຮັດທຸລະກິດ ຫຼື ໃນອາຊີບວຽກງານ. ຫາກເຮົາເບິ່ງນັກທຸລະກິດທີ່ປະສົບຜົນສຳເລັດ ຫຼື ເບິ່ງຄົນອື່ນໆທີ່ປະສົບຜົນສຳເລັດ ເຮົາຈະເຫັນໄດ້ວ່າພວກເຂົາເຫຼົ່ານັ້ນມີບາງຢ່າງທີ່ຄ້າຍຄືກັນ ເຊິ່ງຜູ້ຂຽນຂໍສັງລວມມາ 8 ຂໍ້ດັ່ງນີ້:

1. ບໍ່ທໍ້ຖອຍກັບຄວາມລົ້ມແຫຼວທີ່ເກີດຂຶ້ນ

ເມື່ອເວົ້າເຖິງຄຳວ່າຄວາມສຳເລັດຈາກທຸລະກິດ ຫຼື ຄວາມສຳເລັດຈາກການປະກອບອາຊີບອື່ນ ສິ່ງໜຶ່ງທີ່ທຸກຄົນລ້ວນຕ້ອງພົບຄືກັນນັ້ນກໍຄືຄວາມລົ້ມແຫຼວ ພຽງແຕ່ຈະໜ້ອຍ ຫຼື ຫຼາຍແຕກຕ່າງກັນໄປຂຶ້ນກັບຕົວບຸກຄົນ ເຊິ່ງເຮົາຈະເຫັນໄດ້ວ່າຄົນທີ່ປະສົບຜົນສຳເລັດ ພວກເຂົາເຫຼົ່ານັ້ນກໍພົບຄວາມລົ້ມແຫຼວຢ່າງມະຫາສານເຊັ່ນກັນ. ຖ້າຫາກວ່າເຮົາເລືອກທີ່ຈະທໍ້ຖອຍກັບຄວາມລົ້ມແຫຼວທີ່ພົບ ຮັບຮອງວ່າເຮົາຈະບໍ່ມີທາງຈະໄດ້ເຫັນໜັງສື Harry potter ຂອງ J.K.Rowling ໂດດເດັ່ນອອກມາໃຫ້ຊົມຢ່າງແນ່ນອນ ເພາະລາວອາດຈະເລືອກທີ່ຈະກັບບ້ານແລ້ວກໍວາງຕົ້ນສະບັບໄວ້ທີ່ບ້ານຫຼາຍກວ່າຍ່າງຫາສຳນັກພິມເພື່ອທີ່ຈະສະເໜີໜັງສືທີ່ລາວຂຽນຂຶ້ນມາ ສະນັ້ນແລ້ວເຮົາບໍ່ຄວນທໍ້ຖອຍເມື່ອພົບ ຄວາມລົ້ມແຫຼວບໍ່ວ່າຫຼາຍຄັ້ງກໍຕາມ.

ไม่มีคำอธิบายรูปภาพ

2. ສຶກສາຈາກຄວາມລົ້ມແຫຼວນັ້ນ

ເມື່ອໃດກໍຕາມທີ່ເຮົາພົບ ຄວາມລົ້ມແຫຼວ ສິ່ງໜຶ່ງທີ່ເຮົາຈະໄດ້ຮັບຈາກມັນກໍຄືບົດຮຽນ ບົດຮຽນທີ່ວ່າຍ້ອນຫຍັງເຮົາຈຶ່ງລົ້ມແຫຼວ, ບົດຮຽນທີ່ວ່າເຮົາລືມຫຍັງໄປ ຫຼື ບໍ ຈຶ່ງເຮັດໃຫ້ເຮົາລົ້ມແຫຼວ ແລະ ເມື່ອໃດກໍຕາມທີ່ເຮົາຮູ້ໃນຄຳຕອບເຫຼົ່ານັ້ນ ສິ່ງໜຶ່ງທີ່ເຮົາຄວນເຮັດຕໍ່ໄປຈາກນີ້ກໍຄືການຮຽນຮູ້ເພື່ອທີ່ຈະຫຼີກລ່ຽງບໍ່ໃຫ້ເກີດຂຶ້ນກັບເຮົາໃນອະນາຄົດອີກຄັ້ງ.

3. ມີການວາງແຜນທີ່ດີ

ການວາງແຜນມີຄວາມສຳຄັນຫຼາຍ ຂຶ້ນກັບການນຳໃຊ້ຂອງແຕ່ລະບໍລິສັດ ດັ່ງເຮົາຈະເຫັນວ່າ ໂທລະສັບມືຖືທີ່ເມື່ອຮູ້ວ່າລຸ້ນໃດກໍຕາມທີ່ສາມາດສ້າງລາຍໄດ້ຫຼາຍ ຫຼື ຂາຍດີ ທາງບໍລິສັດກໍຈະຜະລິດສິນຄ້ານັ້ນອອກຈຳໜ່າຍເລື້ອຍໆ; ແຕ່ສຳລັບ Apple ສັ່ງຍົກເລີກທີ່ຈະຜະລິດລຸ້ນນັ້ນ ຫຼັງຈາກທີ່ວາງຈຳໜ່າຍ 2-3 ເດືອນ ເພື່ອພາບລັກ ແລະ ກະຕຸ້ນຍອດຂາຍຂອງສິນຄ້າ ເມື່ອມີການວາງຈຳໜ່າຍສິນຄ້າລຸ້ນຕໍ່ໄປ.

4. ເລືອກວິທີແກ້ໄຂບັນຫາທີ່ດີທີ່ສຸດ

ໃນການແກ້ໄຂບັນຫາ ກໍຈະມີການແກ້ໄຂບັນຫາຢູ່ 2 ແບບຄື: ແບບທີ່ເຫັນໄດ້ຊັດເຈນເລີຍກໍຄືການແກ້ໄຂບັນຫາສະເພາະໜ້າກັບການແກ້ໄຂບັນຫາໄລຍະຍາວ ຫຼາຍຄັ້ງທີ່ຫຼາຍໆບໍລິສັດເລືອກທີ່ຈະແກ້ໄຂບັນຫາສະເພາະໜ້າ ເພາະເປັນສິ່ງທີ່ສາມາດເຮັດໄດ້ງ່າຍ ແລະ ເຫັນຜົນໃນທັນທີ ແຕ່ກໍມັກຈະນຳພາໃຫ້ເກີດບັນຫາຫຍຸ້ງຍາກກວ່າເກົ່າ ແຕ່ໃນທາງກົງກັນຂ້າມຫາກເຮົາເລືອກແກ້ໄຂບັນຫາໄລຍະຍາວ ທຳອິດອາດຈະເຮັດໃຫ້ຫຍຸ້ງຍາກ, ເຫັນຜົນຊ້າ ແຕ່ຮັບຮອງວ່າບໍ່ຜິດຫວັງແນ່ນອນ.

5. ຫາມືອາຊີບມາຊ່ວຍວຽກ

ໃນການເຮັດວຽກແນ່ນອນວ່າບໍ່ມີໃຜທີ່ຈະເກັ່ງໃນທຸກໆດ້ານຢ່າງແນ່ນອນ ຫຼື ອາດຈະມີແຕ່ມີໜ້ອຍ. ເຊິ່ງການທີ່ຈະຊອກຫາມືອາຊີບໃນການຊ່ວຍແກ້ໄຊບັນຫາ ຫຼື ເປັນແບບຢ່າງໃນການພັດທະນາບໍລິສັດ ກໍເປັນອີກໜຶ່ງທາງເລືອກທີ່ສາມາດຊ່ວຍເຮົາໄດ້ຫຼາຍ.

6. ສ້າງຄວາມສຳພັນທາງທຸລະກິດ

ການສ້າງຄວາມສຳພັນທາງທຸລະກິດບໍ່ຈຳເປັນທີ່ຕ້ອງສ້າງລະຫວ່າງ ຜູ້ບໍລິຫານກັບຜູ້ບໍລິຫານ ດ້ວຍກັນເອງ ແຕ່ເປັນການສ້າງ ຄວາມສຳພັນເຮົາກັບຄົນອື່ນໆເຊັ່ນ: ລູກຄ້າ, ບໍລິສັດຄູ່ແຂ່ງ, ເພື່ອຮ່ວມງານ, ເຈົ້າຂອງທຸລະກິດອື່ນໆ ເຊິ່ງທຸກໆຄົນທີ່ເຮົາສ້າງຄວາມສຳພັນດ້ວຍນັ້ນຈະມີບົດບາດຫຼາຍໃນອະນາຄົດ ເພາະເຮົາອາດຈະໄດ້ຂໍຄວາມຄິດເຫັນ ຫຼື ຂໍຄວາມຊ່ວຍເຫຼືອ

7. ເລືອກສັງຄົມທີ່ຈະຢູ່

ຫາກເຮົາຢາກມີຄວາມຮູ້, ຄວາມສາມາດໃນດ້ານການເຮັດອາຫານ ສິ່ງໜຶ່ງທີ່ຈະຊ່ວຍເຮົາໄດ້ຫຼາຍກໍຄືການພາຕົວເອງເຂົ້າໄປຢູ່ໃນສັງຄົມຂອງການເຮັດອາຫານ. ແນ່ນອນວ່າໃນສັງຄົມນັ້ນກໍຈະມີການເວົ້າເຖິງວິທີການເຮັດອາຫານຕ່າງໆ ລວມໄປເຖິງໃຫ້ຄຳປຶກສາ ແລ້ວຖ້າຫາກວ່າເຮົາປ່ຽນຈາກການເຮັດອາຫານເປັນທຸລະກິດກໍໝັ້ນໃຈໄດ້ເລີຍວ່າການພາຕົວເອງໄປຢູ່ໃນສັງຄົມທຸລະກິດຈະຊ່ວຍໃຫ້ເຮົາກ້າວໜ້າໄວກວ່າຄົນອື່ນໆ.

8. ເຮັດວຽກຫຼາຍກວ່າຄົນທົ່ວໄປ

ຄວາມສຳເລັດທີ່ຫຼາຍກວ່າຄົນອື່ນໆ ລ້ວນແຕ່ມາຈາກຄວາມພະຍາຍາມທີ່ຫຼາຍກວ່າ ເຊິ່ງມັນບໍ່ແມ່ນເລື່ອງງ່າຍຖ້າເຮົາຢາກເປັນນັກຮ້ອງມືອາຊີບໂດຍທີ່ບໍ່ຜ່ານການພະຍາຍາມ ຫຼື ພະຍາຍາມເທົ່າໆກັບຄົນອື່ນ. ແຕ່ຖ້າເມື່ອໃດທີ່ເຮົາທີ່ເຮົາຝຶກຮ້ອງເພງຫຼາຍກວ່າຄົນອື່ນ ໂອກາດທີ່ເຮົາຈະພົບເທັກນິກ ຫຼື ຮູ້ເຄັດລັບໃນການຮ້ອງເພງກໍຈະຫຼາຍກວ່າຄົນອື່ນເຊັ່ນກັນ.

ນິໄສ 8 ຂໍ້ຂອງເຫຼົ່ານັກທຸລະກິດທີ່ປະສົບຜົນສຳເລັດຫວັງວ່າຈະຊ່ວຍ ໃນການສ້າງຄວາມສຳເລັດໃຫ້ກັບຕົວເອງ ໂດຍສະເພາະໃນເລື່ອງຂອງທຸລະກິດ ແລະ ວຽກງານອື່ນໆ. ຫາກເຮົາເປັນອີກໜຶ່ງຄົນທີ່ຢາກປະສົບຜົນສຳເລັດ ແຕ່ບໍ່ຮູ້ຈະເລີ່ມຕົ້ນແນວໃດກ່ອນດີ ກໍລອງເລີ່ມຕົ້ນຈາກຂໍ້ທີ1 ເບິ່ງກ່ອນຄວາມສຳເລັດກໍມີໂອກາດເກີດຂຶ້ນກັບຕົວເຮົາຫຼາຍກວ່າຄົນອື່ນແນ່ນອນ.