ພຽງ 3 ວັນລາວສູນເສຍ 11 ຊີວິດ ຍ້ອນອຸດບັດຕິເຫດທາງທ້ອງຖະໜົນ

54

ອຸບັດຕິເຫດເປັນສິ່ງທີ່ທຸກຄົນບໍ່ປາຖະໜາ ແຕ່ມັນກໍບໍແມ່ນວ່າຈະບໍມີວິທີການປ້ອງກັນ ອັນສຳຄັນຄືສະຕິໃນການຂັບຂີ່ ບໍ່ຄວນແລ່ນໄວເກີນໄປ, ເມົາບໍ່ຂັບ, ບໍ່ແຊງຖ້າບໍ່ຈຳເປັນ ແລະອີກຫຼາຍຊ່ອງທາງ ເພື່ອຫຼຸດຜ່ອນບັນຫາອຸດບັດຕິເຫດ ຢ່າງໜ້ອຍກໍ່ໃຫ້ຄວາມຮຸນແຮງໃນການຕຳ.

May be an image of 4 people and ambulance

ຕາມຂ່າວ ປກສ ລາຍງານວ່າ ເຂົ້າສູ່ເດືອນທັນວານີ້ພຽງວັນທີ 2-4 ທັນວາ 2023, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 72 ຄັ້ງ, ສົ່ງຜົນເຮັດ ໃຫ້ຄົນໄດ້ຮັບບາດເຈັບທັງໝົດ 110 ຄົນ ແລະ ມີຜູ້ເສຍຊີວິດໄປແລ້ວ 11 ຄົນ.

ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ລາຍງານວ່າ: ອຸບັດຕິເຫດທີ່ເກີດຂຶ້ນໃນ 3 ວັນຜ່ານມາ  ເຮັດໃຫ້ພາຫະນະເປ່ເພທັງໝົດ 126 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 51 ຄັນ, ສົມຄວນ 73 ຄັນ, ໃຊ້ການບໍ່ໄດ້ 2 ຄັນ. ຈາກອຸບັດຕິເຫດເຫຼົ່ານັ້ນ ເຮັດໃຫ້ມີຄົນໄດ້ຮັບບາດເຈັບທັງໝົດ 110 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 44 ຄົນ, ສົມຄວນ 59 ຄົນ ແລະ ເສຍຊີວິດ 11 ຄົນ.

May be an image of 3 people, ambulance and text

ໃນນັ້ນ ແຂວງທີ່ເກີດອຸບັດຕິເຫດ ແລະ ມີຜູ້ເສຍຊີວິດ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ເກີດຂຶ້ນ 15 ຄັ້ງ ເສຍຊີວິດ 3 ຄົນ, ແຂວງຈໍາປາສັກ ເກີດຂຶ້ນ 12 ຄັ້ງ ເສຍຊີວິດ 3 ຄົນ, ແຂວງເຊກອງ ເກີດຂຶ້ນ 7 ຄັ້ງ ເສຍຊີວິດ 1 ຄົນ, ສະຫວັນນະເຂດ ເກີດຂຶ້ນ 5 ຄັ້ງ ເສຍຊີວີວິດ 1 ຄົນ, ສາລະວັນ ເກີດຂຶ້ນ 3 ຄັ້ງ ເສຍຊີວິດ 1 ຄົນ ແລະແຂວງອັດຕະປື ເກີດຂຶ້ນ 2 ຄັ້ງ ເສຍຊີວິດ 1 ຄົນ.

May be an image of 5 people and text
ສ່ວນແຂວງທີ່ເກີດອຸບັດຕິເຫດຫຼາຍ ແຕ່ບໍ່ມີຄົນເສຍຊີວິດ ລວມມີ: ແຂວງວຽງຈັນ ເກີດຂຶ້ນ 7 ຄັ້ງ, ຫຼວງພະບາງ ເກີດຂຶ້ນ 6 ຄັ້ງ, ບໍ່ແກ້ວ, ອຸດົມໄຊ ເກີດຂຶ້ນແຂວງລະ 2 ຄັ້ງ, ແຂວງຫຼວງນໍ້າທາ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ແຂວງຜົ້ງສາລີ ເກີດຂຶ້ນແຂວງລະ 1 ຄັ້ງ.