ເສດຖະກິດນະຄອນຫຼວງວຽງຈັນ ປີນີ້ຄາດຈະເຕີບໂຕ 5,30%

48

 

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ປີ 2023 ຂອງນະຄອນຫຼວງວຽງຈັນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,30% ລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 72.156 ຕື້ກວ່າກີບ ສະເລ່ຍຕໍ່ຫົວຄົນ 70,81 ລ້ານກີບ.


ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປະຈຳປີ 2023, ທິດທາງແຜນການປະຈຳປີ 2024 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະ 2021 – 2023 ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 5 ທັນວາ 2023 ວ່າ: ການພັດທະນາເສດຖະກິດ – ສັງຄົມ ຄາດຄະເນວ່າໝົດປີ 2023 ເສດຖະກິດຂອງນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 5,30% ( ມະຕິສະພາ ໃຫ້ບັນລຸ 5,5% ), ລວມຍອດຜະລິດຕະພັນພາຍໃນ ( GDP ) ຄາດວ່າຈະບັນລຸ 72.156,09 ຕື້ກີບ ເທົ່າກັບ 104,4% ຂອງແຜນການປີ ( ມະຕິສະພາ ໃຫ້ບັນລຸ 69.090 ຕື້ກີບ ) ສະເລ່ຍຕໍ່ຫົວຄົນ 70,81 ລ້ານກີບ ( ມະຕິສະພາ ໃຫ້ໄດ້ 67,8 ລ້ານກີບ ).

ຮອດວັນທີ 30 ພະຈິກ 2023 ການເກັບລາຍຮັບງົບປະມານປະຕິບັດໄດ້ 6.920,69 ຕື້ກີບ ເທົ່າກັບ 119% ( ຂອງແຜນການດັດສະເລ່ຍ 5.815,87 ຕື້ກີບ ), ສູ້ຊົນປະຕິບັດໝົດປີ ໃຫ້ໄດ້ 7.186,00 ຕື້ກີບ ເທົ່າກັບ 123,56% ຂອງແຜນການປີ, ຄາດຄະເນເປັນເງິນລື່ນແຜນ 1.370,13 ຕື້ກີບ. ໃນນັ້ນ, ພູດລາຍຮັບສູນກາງ ( ພາສີ ) ປະຕິບັດໄດ້ 4.905,07 ຕື້ກີບ ເທົ່າກັບ 116,79% ( ຂອງແຜນດັດສະເລ່ຍ 4.200 ຕື້ກີບ ), ພູດນະຄອນຫຼວງວຽງຈັນ ປະຕິບັດໄດ້ 2.015,63 ຕື້ກີບ ເທົ່າກັບ 124,74% ( ຂອງ ແຜນດັດສະເລ່ຍ 1.615,87 ຕື້ກີບ ) ຄາດຄະເນສູ້ຊົນປະຕິບັດໝົດປີ ໃຫ້ໄດ້ 2.136,00 ຕື້ກີບ ເທົ່າກັບ 132,19% ຂອງແຜນການປີ.


ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 913,52 ຕື້ກີບ ເທົ່າກັບ 92,22% ( ຂອງແຜນດັດສະເລ່ຍ 990,62 ຕື້ກີບ ); ຄາດຄະເນປະຕິບັດລາຍຈ່າຍໝົດປີໃຫ້ບໍ່ເກີນ 990,62 ຕື້ກີບ ຂອງແຜນການປີ ຕາມແຜນທີ່ສະພາຮັບຮອງ.
ສາມາດປະຕິບັດການລົງທຶນ ເພື່ອການພັດທະນາ ໄດ້ 24.518 ຕື້ກວ່າກີບ ລື່ນແຜນ 29,04% (ມະຕິສະພາ ໃຫ້ໄດ້ 19.000 ຕື້ກີບ ).

ການປະຕິບັດບັນດາຄາດໝາຍດ້ານເສດຖະກິດ ມີທັງໝົດ 13 ຄາດໝາຍ, ສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ 11 ຄາດໝາຍ ຄື: 1). ການປູກພືດຜັກ; 2). ການປູກພືດຜັກອິນຊີ; 3). ການປູກໄມ້ໃຫ້ໝາກ; 4). ປູກສາລີອາຫານສັດ; 5). ການປູກມັນຕົ້ນ; 6). ການສະໜອງຊີ້ນສັດປີກ; 7). ການລ້ຽງປາໃສ່ກະຊັງ; 8). ການຜະລິດໄຂ່; 9). ການນໍາເຂົ້າສິນຄ້າ; 10). ການເພີ່ມຂຶ້ນຂອງຈໍານວນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ແລະ 11). ການເພີ່ມຂຶ້ນຂອງຈໍານວນຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ;
ສ່ວນ 2 ຄາດໝາຍ ທີ່ຄາດວ່າຈະບໍ່ບັນລຸ ຄື: 1). ການຜະລິດເຂົ້າ ປະຕິບັດໄດ້ 273.524 ໂຕນ ເທົ່າກັບ 89,39% ຂອງມະຕິສະພາ ( 306.084 ໂຕນ ); 2). ການສົ່ງອອກສິນຄ້າ ປະຕິບັດໄດ້ 1.235,60 ລ້ານໂດລາ ( ປີ 2022 ໄດ້ 1.709,05 ລ້ານໂດລາ ) ເຫັນວ່າຫຼຸດລົງ 27,7% ( ມະຕິສະພາ ເພີ່ມຂຶ້ນບໍ່ໃຫ້ຫຼຸດ 18% ).