ການສົ່ງອອກນໍ້າມັນຂອງ ເວເນຊູເອລາ ຍັງບໍ່ດີຂຶ້ນ

39

ເວບໄຊສຳນັກຂ່າວ BNews.vn ລາຍງານວ່າ: ການສົ່ງອອກນໍ້າມັນຂອງ ເວເນຊູເອລາ ຍັງບໍ່ດີຂຶ້ນ (ຍັງບໍ່ປ່ຽນແປງ) ຊຶ່ງໃນເດືອນ ພະຈິກຜ່ານມາ ຍັງຢູ່ທີ່ 651.000 ບາເຣລຕໍ່ວັນ ເຖິງວ່າ ອາເມຣິກາ ຈະຜ່ອນຜັນມາດຕະການຂວ້ຳບາດ ທີ່ກ່ຽວຂ້ອງກັບນໍ້າມັນບາງສ່ວນ ຕັ້ງແຕ່ເດືອນຕຸລາຜ່ານມາກໍຕາມ.

ລາຍງານລະບຸວ່າ: ພັນທະມິດສຳຄັນຂອງ ເວເນຊູເອລາໃນປັດຈຸບັນຄື ສປ ຈີນ, ບໍລິສັດປິໂຕຣລຽມຂອງເວເນຊູເອລາ (PDVSA) ຍັງໄດ້ເຈລະຈາເພື່ອສົ່ງອອກນ້ຳມັນໄປຍັງອິນເດຍ ອີກດ້ວຍ.

ຢ່າງໃດກໍຕາມ, ການຜະລິດນໍ້າມັນດິບທີ່ບໍ່ຄ່ອຍດີ, ຄວາມຊັກຊ້າໃນການຂົນສົ່ງ ແລະ ຄວາມລັ່ງເລຂອງການຂົນສົ່ງບາງໜ່ວຍງານ (ບາງບໍລິສັດ) ທີ່ຈະສົ່ງເຮືອໄປຍັງເວເນຊູເອລາ ເຮັດໃຫ້ປະລິມານການສົ່ງອອກນໍ້າມັນ ແລະ ແກັສທັງໝົດ.ໃນເດືອນພະຈິກ, ເຮືອທັງໝົດ 40 ລໍາ ອອກຈາກທ່າເຮືອເວເນຊູເອລາ ໂດຍບັນທຸກນໍ້າມັນດິບ ແລະ ເຊື້ອເພີງສະເລ່ຍ 651.000 ບາເຣວ (bpd) ແລະ ປີໂຕຣເຄມີ ໄດ້ 434.000 ໂຕນ. ການສົ່ງອອກຫຼຸດລົງ 2,3% ຈາກເດືອນຕຸລາ, ຂະນະທີ່ການສົ່ງອອກຜະລິດຕະພັນສຳຮອງຂອງໝວດສິນຄ້ານີ້ ໄດ້ເພີ່ມຂຶ້ນຈາກ 229.000 ໂຕນໃນເດືອນກ່ອນໜ້ານີ້.

ຕົວເລກຢ່າງເປັນທາງການ ທີ່ລາຍງານໄປຍັງກຸ່ມປະເທດຜູ້ສົ່ງອອກນໍ້າມັນ (OPEC) ຍອດຂາຍຜ່ານນາຍໜ້າຄິດເປັນ 57% ຂອງທັງໝົດ, ໃນຂະນະທີ່ການສົ່ງອອກນໍ້າມັນດິບຂອງເວເນຊູເອລາ ໄປຍັງອາເມຣິກາ ຂອງເຊບຣອນ (Chevron) ຫຼຸດລົງປະມານ 144.000 ບາເຣວ ຈາກ 178.000 ບາເຣວ ໃນເດືອນຕຸລາ.

ການຜະລິດນໍ້າມັນດິບຂອງເວເນຊູເອລາ ສະເລ່ຍ 786.000 ບາເຣວຕໍ່ວັນ ໃນເດືອນຕຸລາ ຕໍ່າກວ່າລະດັບສູງສຸດທີ່ 820.000 ບາເຣວ ໃນເດືອນສິງຫາ ເຊິ່ງເປັນເປົ້າໝາຍ 1 ລ້ານ ບາເຣວ ທີ່ຕັ້ງໄວ້ສຳລັບປີນີ້ ແລະ ໂກຕ້າຂອງ OPEC ທີ່ 1,9 ລ້ານ ບາເຣວ.

ປະລິມານສຳຮອງນໍ້າມັນດິບຈໍານວນຫຼາຍຂອງ PDVSA ຈາກແຫຼ່ງຜະລິດຫຼັກຂອງເວເນຊູເອລາ ຄືແຖບ Orinoco ຫຼຸດລົງເຫຼືອ 3,5 ລ້ານບາເຣລ ໃນທ້າຍເດືອນພະຈິກ ເຊິ່ງເປັນຕົວເລກທີ່ຕໍ່າທີ່ສຸດໃນຮອບປີນີ້.