MAZDA LAOS GB FC ກວາດແຊັມທັງທີມ A ແລະ B ລາຍນາໆຊາດ ທີ່ປະເທດໄທ

63

MAZDA LAOS GB FC ທີມ A ຄວ້າແຊັມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸ 9 ປີ ປະເພດ 7 ຄົນ ລາຍການ ບາງກອກ ອິນເຕີ ເນເຊິນນອລ ຊຸບເປີຄັບ 2023 ຫຼື ລາຍການ U9 Bangkok International Supercup 2023 ຈັດຂຶ້ນ ລະຫວ່າງວັນທີ 2-3 ທັນວາ 2023 ທີ່ເຂດເມືອງໜອງຈອກ ນະຄອນຫຼວງ ບາງກອກ ປະເທດໄທ .

ຂະນະທີ່ MAZDA LAOS GB FC ທີມ B ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸ 9 ປີ ປະເພດ 7 ຄົນ ດິວິຊັນ 1 ຊຶ່ງເປັນຜົນງານ ທີ່ຄະນະນຳ, ຄູຝຶກ ແລະ ນັກກິລາ ມອບເປັນຂອງຂວັນ ໃຫ້ພໍ່ແມ່ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2023 ຄົບຮອບ 48 ປີ ຢ່າງໜ້າພາກພູມໃຈ.

ລາຍການນິ້ ມີ 32 ທີມ ຈາກ 8 ຊາດ ປະກອບມີ ໄທ, ລາວ, ມາເລເຊຍ, ຟິລິບປິນ, ໄຕ້ຫວັນ, ຮົງກົງ, ສິງກະໂປ ແລະ ມາເກົາ ເຂົ້າຮ່ວມ ສຳລັບ MAZDA LAOS GB FC ທີມ A ຖືກຈັດຢູ່ກຸ່ມ ຊີ ສ່ວນ MAZDA LAOS GB FC ທີມ B ຈັດຢູ່ກຸ່ມ ບີ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນ ຄົບກັນໝົດ ຄັດເລືອກເອົາທີ 1-2 ຂອງແຕ່ລະກຸ່ມ ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມ ສ່ວນອັນດັບທີ 3-4 ໄປແຂ່ງຂັນໃນລາຍການດິວິຊັ່ນ 1 ລາຍການນີ້ ແຂ່ງຂັນຕັ້ງດຽວ ຕັ້ງລະ 20 ນາທີ.

ໃນການເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ນຳໂດຍທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ MAZDA ພຽງຜູ້ດຽວໃນສປປ ລາວ ທັງເປັນປະທານ ສະໂມສອນ MAZDA LAOS GB FC ແລະ ທ່ານ ບຸນມາ ປະຖຳມະວົງ ຫົວໜ້າຄູຝຶກ ສະໂມສອນ MAZDA LAOS GB FC.

ສຳລັບຜົນງານຂອງ MAZDA LAOS GB FC ທີມ A ໃນຮອບຄັດເລືອກ ລົງສະໜາມ 5 ນັດ ຊະນະລວດ 5 ນັດຊ້ອນ ມີ 15 ຄະແນນເຕັມ ພ້ອມຍິງປະຕູຄູ່ແຂ່ງຂັນໄປເກືອບ 30 ປະຕູ ຜ່ານເຂົ້າຮອບ 8 ແລະ ຮອບ 4 ແລະ ຮອບຊີງຊະນະເລີດ ແລະ ກໍສາມາດຄອງແຊັມລາຍການດັ່ງກ່າວ ມາຄອງ.

ສ່ວນ MAZDA LAOS GB FC ທີມ B ກໍລົງສະໜາມ 5 ນັດ ຊະນະ 3, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 10 ຄະແນນ ເປັນອັນດັບທີ 3 ຂອງກຸ່ມ ໄດ້ລົງໄປຫຼິ້ນໃນລາຍການດິວິຊັ່ນ 1 ແລະ ກໍສາມາດແຈ້ງເກີດຄອງແຊັມ ໃນລາຍການດັ່ງກ່າວໄປຄອງ.