ໄດ້ແລ້ວ 4 ທີມຍິງ – 4 ທີມຊາຍ ໄດ້ສິດຊີງໄຊຮອບສຸດທ້າຍບານເຕະ COPA Coca-Cola Laos 2023

73

ໄດ້ມາຄົບເປັນທີ່ຮຽບຮ້ອຍ ຕົວແທນຈາກພາກເໜືອ, ພາກກາງ ແລະ ພາກໃຕ້ ຄົບ 4 ທີມຍິງ ແລະ 4 ທີມໄຊ ໃນການແຂ່ງຂັນບານເຕະ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຄັ້ງທີ 6 ຫຼື ລາຍການ COPA Coca-Cola Laos 2023 ໂດຍຮອບສຸດທ້າຍ ລະຫວ່າງ 4-8 ທັນວາ 2023.

ກ່ອນໜ້ານີ້ ໄດ້ມີການແຂ່ງຂັນຮອບຄັດເລືອກຄື:
+ພາກເໜືອ ຈັດຢູ່ແຂວງຫຼວງນໍ້າທາ ທີມຊາຍມີ 8 ທີມ ແລະ ທີມຍິງ 4 ທີມ
+ພາກກາງຢູ່ ນະຄອນຫຼວງ ແມີ 9 ທີມ ແລະ ທີມຍິງມີ 9 ທີມ
+ພາກໃຕ້ ຈັດຢູ່ແຂວງຈໍາປາສັກ ທີມຊາຍມີ 7 ທີມ ແລະ ທີມຍິງມີ 4 ທີມ

ຜ່ານການແຂ່ງຂັນປາກົດວ່າທີມທີ່ຜ່ານເຂົ້າຮອບສຸດທ້າຍປະກອບມີ:
-ທີມຊາຍ 4 ທີມສຸດທ້າຍ: ມສ ນາຊາຍທອງ ແຊ້ມສູງສຸດ 4 ສະໄໝ, ມສ ວຽງຈັນ ໂຮຈິມິນ, ແຂວງຫຼວງພະບາງ ແລະ ແຂວງສາລະວັນ
-ທີມຍິງ 4 ທີມສຸດທ້າຍ: ມສ ໂຄກສີວິໄລ, ມສ ສົມສະຫວາດ, ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ ແຊັມເກົ່າ.

ສໍາລັບ ຮອບສຸດທ້າຍລາຍການດັ່ງກ່າວຈະມາແຂ່ງຂັນທີ່ສະໜາມລ້ານຊ້າງ ສະເຕ້ດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 4-8 ທັນວາ 2023 ໂດຍແຊັມຈະໄດ້ຮັບຂັນແຊັມ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກັບ ເງິນລາງວັນ 50 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 70 ລ້ານກີບ, ຮອງແຊັມ ຈະໄດ້ຮັບຂັນ ແລະ ເງິນລາງວັນ 30 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 40 ລ້ານກີບ ແລະ ອັນດັບທີ 3 ຈະໄດ້ຂັນ ແລະ ເງິນລາງວັນ 15 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 20 ລ້ານກີບ.
ຂ່າວ: Larh Creators; ຮູບຈາກ: COPA Coca-Cola Laos