ອີກໜຶ່ງບາດກ້າວ ສຶກສາ ແລະ ກຽມກັບມາຈັດບານເຕະເດີນສາຍ ໃນ ສປປ ລາວ

41

ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານໄຊເສດຖາ ຄຳວຽງງາມ ປະທານສະໂມສອນບານເຕະໄຊເສດຖາ ໄດ້ຮັບກຽດເຊີນໄປຮ່ວມງານການແຂ່ງຂັນບານເຕະເດີນສາຍ 7ຄົນ ທີ່ຈັງຫວັດອຸດອນ ປະເທດໄທ ລາຍການ PB design udonthani open 2023 ເຊິ່ງຊີງເງິນລາງວັນມູມຄ່າ ສູງເຖິງ 300.000 ບາດ ທີ່ສະໜາມເດິດອນ ຈັງຫວັດອຸດອນທານີິ ປະເທດໄທ.

ເຊິ່ງການຈັດຄັ້ງນີ້ແມ່ນ ບອສບຸ໊ກ ປະທານຈັດການແຂ່ງຂັນ ຮ່ວມກັບ ມາດາມ ແພຣວ ປະທານຈັດການແຂ່ງຂັນ ແລະ ເຮຍເຕ໋າ ຝ່າຍຈັດການແຂ່ງຂັນ ພ້ອມທັງມີ ສະຣາວຸດ ມາສຸກ ອະດີດນັກເຕະທີມຊາດໄທ ເປັນຝ່າຍຈັດການແຂ່ງຂັນ ໂດຍ ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານໄຊເສດຖາ ຄຳວຽງງາມ ປະທານສະໂມສອນບານເຕະໄຊເສດຖາ ໄດ້ໄປສຶກສາ ແລະ ແລກປ່ຽນ ເພື່ອກຽມກັບມາຈັດ ທີ່ສປປ ລາວ.

ແນ່ນອນການໄປຮ່ວມໃນຄັ້ງນີ້ເພື່ອການເຮັດວຽກຮ່ວມກັນເພື່ອແລກປ່ຽນ ແລະ ຮ່ວມມືກັນໃນອານາຄົດ ຕໍ່ຍອດເຖີງການວາງແຜນເພື່ອຈະຈັດການແຂ່ງຂັນບານເຕະເດີນສາຍໃນບ້ານເຮົາ ໂດຍລາຍການ PB design udonthani open 2023 ປາກົດວ່າເປັນ ທີມກຳໄລທອງ ຈາກແຂວງອຸດອນທານີ ເປັນແຊັມ 2 ລາຍການຕິດຕໍ່ກັນ.

ສໍາລັບ ໂດຍບານເຕະເດີນສາຍຈັດຄັ້ງທໍາອິດ ໃນ ສປປ ລາວ ແມ່ນຈັດຂຶ້ນທີ່ ເດີ່ນເບສະຫວັນໂດຍ ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ເມື່ອບໍ່ດົນມານີ້ເປັນການຊີງເງິນລາງວັນ 60.000.000 ກີບ ເຊິ່ງກໍໄດ້ຮັບຄວາມສົນໃຈຫຼາຍຫຼວງຫຼາຍ ມີນັກກີລາທັງລາວ ແລະ ໄທເຂົ້າຮ່ວມຊີງໄຊ ຜ່ານການແຂ່ງຂັນລາຍການດັ່ງກ່າວ ໃນໄລຍະ 2 ວັນ ຜ່ານມາ ຜົນປະກົດວ່າ: ທີມກຳໄລທອງ ຈາກແຂວງອຸດອນທານີ ທີມຈາກປະເທດເພື່ອນບ້ານ ຫຼື ໄທ ດັບຝັນຈຸດໂທດ ທີມເຄດີດີ (ທີມ1) 3-2 ຫຼັງໃນເກມ ສະເໝີກັນ 1-1 ຄວ້າແຊັມການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ພ້ອມເງິນລາງວັນ 60 ລ້ານກີບ ໄປຄອງ, ສ່ວນ ເຄດີດີ ໄດ້ພຽງອັນດັບທີ 2 ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ອັນດັບທີ 3 ຮ່ວມເປັນຂອງ ທີມອະພິມາ ຈາກເມືອງວັງວຽງ ແຂວງວຽງຈັນ ແລະ ທີມໂຊກຣາຊັນ ຈາກແຂວງອຸດອນ ໄດ້ຮັບເງິນລາງວັນທີມລະ 6 ລ້ານກີບ.