ກະກຽມການສຳຫຼວດຫົວໜ່ວຍທຸລະກິດໃນການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ

47

ໃນວັນທີ 22 ພະຈິກ 2023, ໂຮງແຮມ ຄຣາວນ໌ ພລາຊາ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ,ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ປີ 2023-2024”.

ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ວຽງສະຫວ່າງ ທິບພະວົງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 40 ກວ່າທ່ານ ລວມທັງຈາກຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ສະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງີນ, ມະຫາວິທະຍາໄລແຫ່ງຊາດ, ຄະນະບໍລິຫານງານ ສຄອຊ, ກຸ່ມ-ສະມາຄົມ ແລະ ຕາງໜ້າຈາກ ທະນາຄານພັດທະນາອາຊີ, ມູນນິທິເອເຊຍ, ອົງການຈັດຕັ້ງສາກົນ, ສະພາການຄ້າຕ່າງປະເທດປະຈຳ ສປປ ລາວ.

May be an image of 11 people, dais and text

ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ: ເພື່ອທົບທວນຄືນແບບສອບຖາມ ແລະ ກຳນົດຂອບເຂດສຳລັບການພັດທະນາເພີ່ມຕື່ມ ດັດສະນີ ProFIT ສະບັບທີ 3, ທົບທວນວິທີການສຶກສາ, ສຳຫຼວດປະຊາກອນ, ອອກແບບການສຸ່ມຕົວຢ່າງ, ແລະ ປືກສາຫາລືກ່ຽວກັບແຜນການເກັບຂໍ້ມູນ ເພື່ອໃຫ້ໄດ້ຕາມກຳນົດເວລາ ການເປີດຕົວບົດລາຍງານໄປພ້ອມກັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນໃນປີ 2024.

May be an image of 3 people and text

ຈຸດປະສົງຂອງການລົງສຳລວດດັດສະນີການສ້າງສິ່ງອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ
ມີຈຸດປະສົງເພື່ອວັດແທກ ບັນດາແຂວງສະໜັບສະໜູນການພັດທະນາຂອງພາກເອກະຊົນໄດ້ດີປານໃດ ໂດຍສະເພາະແມ່ນຜ່ານມາດຕະການຄຸ້ມຄອງເສດຖະກິດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງພວກເຂົາ. ດັດສະນີໄດ້ລວບລວມຂໍ້ມູນໃນ 6 ຂົງເຂດທີ່ ສຳຄັນ: (1) ການເລີ່ມຕົ້ນດຳເນີນທຸລະກິດ; (2) ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ; (3) ພາລະທາງດ້ານລະບຽບການ; (4) ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ; (5) ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດນະໂຍບາຍ; ແລະ (6) ຄວາມເປັນມິດຕໍ່ພາກທຸລະກິດຂອງອົງການປົກຄອງແຂວງ. ດັດສະນີການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ: ວັດແທກການຄຸ້ມຄອງ ເສດຖະກິດຂອງພາກລັດ ສຳລັບການພັດທະນາທຸລະກິດໃນ ສປປ ລາວ ສະບັບທີ 01 ໄດ້ຖືກຈັດພິມໃນປີ 2018, ແລະ ໄດ້ຖືກຈັດພິມສະບັບທີ 02 ໃນປີ 2022. ບົດລາຍງານສະບັບທີ 03 ຈະຖືກກະກຽມໃນປີ 2023 ແລະ 2024

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ມູນນິທິເອເຊຍ (The Asia Foundation in Lao PDR) ແລະ ທະນາຄານພັດທະນາອາຊີ (ADB)