ປະຕິຮູບ EU

28

ຈາກຈຸດຮ້ອນທີ່ເກີດຂຶ້ນລະຫວ່າງລັດເຊຍ-ອູແກຣນ(ຢູເຄນ) ທີ່ແກ່ຍາວມາເຖິງປັດຈຸບັນ.. ຫາງສຽງໂລກຕ່າງກໍເຝົ້າມອງບົດບາດຂອງກຸ່ມ EU.

ຜູ້ຂຽນຂໍນຳສະເໜີບົດວິເຄາະຂອງ VOVWORLD ສະບັບອອນລາຍລົງວັນທີ 3 ພະຈິກ 2023 ໃນຫົວຂໍ້: “ສະຫະພາບເອີຣົບ ແລະ ສິ່ງທ້າທາຍຕ້ອງປ່ຽນໃໝ່ພາຍຫຼັງ 30 ປີ ແຫ່ງການປະຕິວັດສົນທິສັນຍາ Maastricht..”

ເພື່ອໃຫ້ຜູ້ອ່ານສ່ອງເບິ່ງອະນາຄົດຂອງກຸ່ມ EU ວ່າເຂົາຈະປະຕິຮູບຢ່າງໃດເພື່ອເພີ່ມບົດບາດໃນຖານະເປັນກຸ່ມທີ່ມີອິດທິພົນຕໍ່ໂລກ.

ລາຍລະອຽດດັ່ງນີ້:

ພາຍຫຼັງສົນທິສັນຍາ Maastricht ໄດ້ຮັບການປະຕິບັດມາເປັນເວລາ 30 ປີ (ຄືວັນທີ 1 ພະຈິກ 1993), ນໍາປະຊາຄົມ ເອີລົບ ກາຍເປັນຫະສະພັນ ເອີລົບ ທີ່ເຂັ້ມແຂງທາງດ້ານເສດຖະກິດ, ມີອິດທິພົນສົ່ງຜົນກະທົບດ້ານການເມືອງໃນທົ່ວໂລກ, ກຸ່ມນີ້ພວມຢືນຢູ່ຕໍ່ໜ້າບັນດາ ຄວາມຮຽກຮ້ອງ ຕ້ອງປະຕິຮູບຮອບດ້ານ ແລະ ເດັດຂາດ ເພື່ອຕອບສະໜອງບັນດາສິ່ງທ້າທາຍໃໝ່:

ສົນທິສັນຍາ Maastricht ໄດ້ຮັບການລົງນາມໃນວັນທີ 7 ກຸມພາ 1992, ແຕ່ມີຜົນສັກສິດຢ່າງເປັນທາງການ ນັບແຕ່ວັນທີ 1 ພະຈິກ 1993. ນີ້ແມ່ນເອກະສານປະຫວັດສາດ, ສ້າງຂີດໝາຍສໍາຄັນທີ່ສຸດຂອງວິວັດການເຊື່ອມໂຍງເອີລົບ, ໂດຍບັນດາປະເທດຫຼັກແຫຼ່ງຢູ່ເອີລົບ ເລີ່ມປະຕິບັດແຕ່ຕົ້ນທົດສະວັດທີ 50 ຂອງສະຕະວັດກ່ອນ. ນີ້ແມ່ນ ການຫັນຄວາມມັກ ໃຫຍ່ໃຝ່ສູງຂອງການນໍາ ເອີລົບ ຫຼາຍລຸ້ນຄົນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນສ້າງ ເອີລົບ ເປັນສະຫະພັນເອກະພາບ ກ່ຽວກັບດ້ານເສດຖະກິດ – ການເມືອງ, ຫາກບໍ່ແມ່ນຢຸດຢູ່ໃນການແບ່ງປັນຕະຫຼາດລວມເທົ່ານັ້ນ.

30 ປີແຫ່ງການພັດທະນາຢ່າງກະໂດດຂັ້ນ

ພາຍຫຼັງ 30 ປີໄດ້ຮັບການສ້າງຕັ້ງຂຶ້ນ, ສະຫະພາບເອີລົບ (ອີຢູ) ໄດ້ພັດທະນາກະໂດດຂັ້ນໃນທຸກດ້ານ. ໃນຈຸດ ເວລາທີ່ສົນທິສັນຍາ Maastricht ໄດ້ຮັບການປະຕິບັດນັ້ນ (ຄືເດືອນ ພະຈິກ 1993), ອີຢູ ລວມມີ 12 ປະເທດ ສະມາຊິກ ດ້ວຍຍອດຜະລິດຕະພັນພາຍໃນ (GDP) ແມ່ນກວ່າ 6.700 ຕື້ໂດລາສະຫະລັດ. ປະຈຸບັນ, ອີຢູ ໄດ້ ເພີ່ມຂຶ້ນທົບສອງເກືອບ 2,5 ເທົ່າທັງດ້ານຈໍານວນສະມາຊິກ (27 ປະເທດ) ແລະ ຂອບເຂດກໍາລັງແຮງເສດຖະກິດ, ຂະນະທີ່ GDP ຂອງກຸ່ມໃນທ້າຍປີ 2022 ບັນລຸກ່ວາ 16.600 ຕື້ໂດລາສະຫະລັດ.

ບັນດາໂຄງການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງທີ່ ອີຢູ ໄດ້ວາງອອກໃນ 3 ທົດສະວັດກ່ອນລ້ວນແຕ່ປະຕິບັດເກືອບແລ້ວ. ຄວາມໄຝ່ຝັນມີສະກຸນເງິນລວມຂອງເອີລົບ ໄດ້ປະກົດຜົນເປັນຈິງໃນປີ 2002, ຂະນະທີ່ສະກຸນ ເງິນ ເອີໂຣ ໄດ້ນໍາໃຊ້ຢ່າງເປັນທາງການ, ຄ່ອຍໆແທນໃຫ້ສະກຸນເງິນພາຍໃນຂອງບັນດາປະເທດ ແລະ ປັດຈຸບັນ, ແມ່ນສະກຸນເງິນລວມຂອງ 20 ປະເທດສະມາຊິກ ອີຢູ, ໂດຍຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ຊ້ຳບໍ່ໜຳ, ມີໄລຍະ ເວລາທີ່ອາດຈະລົ້ມລະລາຍ ໃນໄລຍະເກີດວິກິດການໜີ້ສາທາລະນະ (2009 – 2012), ສະກຸນເງິນ ເອີໂຣ ຍັງໄດ້ ຮັກສາ ແລະ ປັດຈຸບັນແມ່ນສະກຸນເງິນມີທ່າເຂັ້ມແຂງທີ່ 2 ໃນໂລກ, ຖັດຈາກສະກຸນເງິນໂດລາສະຫະລັດ. ການກໍາເນີດຂອງສະກຸນເງິນເອີໂຣ, ໄດ້ຊຸກຍູ້ການຄ້າພາຍໃນກຸ່ມເພີ່ມຂຶ້ນ, ພ້ອມທັງຫັນ ອີຢູ ເປັນກຸ່ມການຄ້າແຖວໜ້າ ຂອງໂລກ, ເຖິງວ່າປັດຈຸບັນ, ຍັງມີການຖົກຖຽງກັນຢູ່ພາຍໃນກຸ່ມ ເອີລົບ ກ່ຽວກັບເລື່ອງບາງປະເທດໃນກຸ່ມໄດ້ຮັບຜົນ ປະໂຫຍດຈາກສະກຸນເງິນເອີໂຣ ຫຼາຍກວ່າເມື່ອທຽບໃສ່ບາງປະເທດອື່ນ.

ຂີດໝາຍໃຫຍ່ອື່ນອີກຂອງ ອີຢູ ໃນ 3 ທົດສະວັດຜ່ານມາ ແມ່ນເລື່ອງຫັນນິຍາມ “ພົນລະເມືອງ ເອີລົບ” ໃຫ້ ປະກົດຜົນເປັນຈິງ, ປະຈຸບັນ, ພົນລະເມືອງຂອງບັນດາປະເທດ ອີຢູ ກວ່າ 400 ລ້ານຄົນໄດ້ໄປ – ມາຢ່າງເສລີ ຫາກ ບໍ່ມີສິ່ງກີດຂວາງໃດໆພາຍໃນກຸ່ມ ອີຢູ ຍ້ອນສັນຍາ Schengen (ມີຜົນສັກສິດແຕ່ປີ 1995) ໄດ້ຊ່ວຍລົບລ້າງຮົ້ວຂີດ ຂວາງທາງຊາຍແດນລະຫວ່າງບັນດາປະເທດ ອີຢູ, ໄດ້ນໍາໃຊ້ສະກຸນເງິນລວມແມ່ນສະກຸນເງິນ ເອີໂຣ ແລະ ໄດ້ດໍາລົງ ຊີວິດຢ່າງເສລີ, ໄດ້ເຮັດວຽກຢູ່ປະເທດສະມາຊິກອື່ນ ອີຢູ ຍ້ອນບັນດາການປະຕິຮູບຕຸລາການລວມຂອງກຸ່ມ. ຢູ່ບາງ ປະເທດ ອີຢູ, ຊ້ຳບໍ່ໜຳ ພົນລະເມືອງທີ່ມາຈາກປະເທດ ອີຢູ ອື່ນ ໄດ້ມີສິດປ່ອນບັດໃນການເລືອກຕັ້ງຂັ້ນທ້ອງຖິ່ນອີກດ້ວຍ, ໝາຍຄວາມວ່າ ມີສິດໄດ້ຮັບຜົນປະໂຫຍດດ້ານການເມືອງ ເທົ່າກັບພົນລະເມືອງປະເທດປະຈໍາຖິ່ນ.

ການສ້າງ ອີຢູ ໃຫມ່ທີ່ມີປະສິດທິຜົນ ແລະ ມີຜົນປະໂຫຍດຕົວຈິງກ່ວາຍ້ອນຜົນສໍາເລັດອັນໃຫຍ່ ຫຼວງໃນ 3 ທົດສະວັດຜ່ານມາ, ອີຢູ ໄດ້ປັບປຸງບົດບາດຂອງຕົນຄືດັ່ງອົງການມີສິດ ອໍານາດໃນໂລກ ແລະ ກາຍເປັນຮູບແບບຈັດຕັ້ງແບບຢ່າງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາວິກິດການ ໃຫຍ່ເກີດຂຶ້ນຢູ່ ເອີລົບ ຢ່າງລຽນຕິດໃນກວ່າ 1 ທົດສະວັດຜ່ານມາ, ນັບແຕ່ວິກິດການຫນີ້ສາທາລະນະ (2009 – 2012), ວິກິດການຫຼີ້ ໄພ (2015), Brexit (2016) ຕະຫຼອດຮອດໂລກລະບາດ ໂຄວິດ – 19 (2020 – 2021) ແລະ ຫຼ້າສຸດແມ່ນການ ປະທະກັນ ລັດເຊຍ – ອູແກຣນ ໄດ້ເຮັດໃຫ້ບັນດາການນໍາ ເອີລົບ ຕ້ອງປຶກສາຫາລືການປະຕິຮູບຮອບດ້ານບັນດາ ສັນຍາຫຼັກແຫຼ່ງຂອງ ອີຢູ ຢ່າງຮີບດ່ວນ, ຜ່ານນັ້ນ, ກໍ່ໄດ້ສ້າງ ອີຢູ ໃຫມ່, ດ້ວຍບັນດາກົດລະບຽບ ແລະ ກົນໄກ ເຄື່ອນໄຫວໃຫມ່ທີ່ມີປະສິດທິຜົນ ແລະ ກະທັດລັດວ່ອງໄວກວ່າ.

ໜຶ່ງໃນບັນດາການປະຕິຮູບສໍາຄັນທີ່ສຸດທີ່ພວມໄດ້ເວົ້າເຖິງແມ່ນກົນໄກອອກຄໍາຕັດສິນຂອງ ອີຢູ. ຕາມບັນດາຂໍ້ ມາດຕາໃນສົນທິສັນຍາ Maastricht ແລະ ຫຼັງຈາກນັ້ນ ໄດ້ປັບປຸງໃນສັນຍາ Lisbon (2007), ອີຢູ ເຄື່ອນໄຫວໃນກົນໄກເຫັນດີເຫັນພ້ອມບັນດາຂົງເຂດໃຫຍ່, ຄື: ພາສີ, ງົບປະມານ, ນະໂຍບາຍການຕ່າງປະເທດ… ດັ່ງນັ້ນ ບໍ່ວ່າ ປະເທດສະມາຊິກໃດ ກໍ່ສາມາດປະຕິເສດຄໍາຕັດສິນຂອງກຸ່ມທັງຫມົດຖ້າມີຄວາມບໍ່ລົງລອຍກັນ. ສິ່ງດັ່ງກ່າວໄດ້ ເກີດຂຶ້ນໃນ ອີຢູ ໃນຂະນະທີ່ບາງປະເທດໄດ້ປະຕິເສດເລື່ອງຈັດແບ່ງຄົນລີ້ກໄພ ໃນປີ 2015, ຫຼື ໄດ້ກີດຂວາງ ອີຢູ ຫນູນຊ່ວຍ ອູແກຣນ ຫວ່າງມໍ່ໆມານີ້.

ນອກຈາກກົນໄກເຫັນດີເຫັນພ້ອມ, ເລື່ອງປະຕິຮູບໂຄງປະກອບຈັດແບ່ງສິດອໍານາດລະຫວ່າງບັນດາປະເທດ ສະມາຊິກໃນສະຫະພັນລັດຖະສະພາ ເອີລົບ ແລະ ຄະນະກໍາມະການ ເອີລົບ ກໍ່ຈະແມ່ນສິ່ງທ້າທາຍໃຫຍ່. ປະຈຸບັນ, ຕາມສົນທິສັນຍາຂອງ ອີຢູ ແລ້ວ, ຈໍານວນທີ່ນັ່ງຂອງປະເທດສະມາຊິກ ອີຢູ 1 ຢູ່ລັດຖະສະພາ ເອີລົບ ໄດ້ຮັບການຈັດ ແບ່ງໂດຍອີງໃສ່ຈໍານວນພົນລະເມືອງຂອງປະເທດນັ້ນສ່ວນຢູ່ ຄະນະກໍາມະການເອີລົບ, ແຕ່ລະປະເທດຈະດໍາລົງ ຕໍາແຫນ່ງເປັນກໍາມະການ (ລວມມີສະມາຊິກ 27 ຄົນ). ແຕ່ເຖິງຢ່າງໃດກໍ່ຕາມ, ກົນໄກນີ້ຍາກທີ່ຈະຮັກສາໄດ້ ໃນ ຂະນະທີ່ຈໍານວນປະເທດສະມາຊິກ ອີຢູ ໄດ້ເພີ່ມຂຶ້ນຍ້ອນສະມາຊິກຂອງລັດຖະສະພາ ເອີລົບ ບໍ່ສາມາດຫຼາຍກວ່າ ຈໍານວນ 751 ທ່ານ, ຊຶ່ງແມ່ນຈໍານວນຕົວເລກຫຼາຍສຸດນີ້ແມ່ນອີງຕາມຂໍ້ກໍານົດໃນສົນທິສັນຍາ Lisbon.

ຕໍ່ໜ້າບັນດາສິ່ງທ້າທາຍນັ້ນ, ອີຢູ ຕ້ອງປະຕິຮູບຢ່າງເດັດຂາດ, ຮອບດ້ານ ແລະ ຕາມນັກຊ່ຽວຊານຫຼາຍທ່ານ ແລ້ວ, 30 ປີພາຍຫຼັງສົນທິສັນຍາ Maastricht, ກໍ່ໄດ້ຮອດເວລາທີ່ ອີຢູ ຕ້ອງສ້າງສົນທິສັນຍາສະບັບໃໝ່, ຜ່ານນັ້ນ ກໍ່ ໄດ້ສ້າງສະຫະພັນ ດ້ວຍບັນດາກົນໄກເຄື່ອນໄຫວຕົວຈິງ, ມີປະສິດທິຜົນກວ່າ, ຕອບສະໜອງໄດ້ກາຍເປັນ ເອີລົບ ທີ່ ຫຼາຍຮູບຫຼາຍແບບ ດ້ວຍລະດັບຄວາມໄວຂອງການພັດທະນາທີ່ແຕກຕ່າງກັນ.

ພວກເຮົາມາຕິດຕາມເບິ່ງນຳກັນວ່າເຫດການຕົວຈິງຈະດຳເນີນໄປຢ່າງໃດ?