ວຽງຈັນ ມາຣາທອນ ນາໆຊາດ 2023 ຄາດມີຜູ້ຮ່ວມຊີງໄຊ 4 ພັນຄົນ ຈາກຫຼາຍປະເທດຕ້ອນຮັບປີທ່ອງທ່ຽວລາວ

71

ງານແລ່ນ ວຽງຈັນ ມາຣາທອນ ນາໆຊາດ ຄັ້ງທີ III ປະຈໍາປີ 2023 ຄາດຄະເຄມີຜູ້ເຂົ້າຮ່ວມຊີງໄຊ 4 ພັນຄົນຈາກ 28 ສັນຊາດ ກໍານົດແຂ່ງຂັນຂຶ້ນໃນວັນທີ 10 ທັນວາ 2023 ໃນຕົວເມືອງນະຄອນຫຼວງວງຽງຈັນ ສປປ ລາວ ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ທີ່ຈະມາເຖິງນີ້ອີກດ້ວຍ.

ພິທີຖະແຫຼງຂ່າວກະກຽມຄວາມພ້ອມງານດັ່ງກ່າວຈັດຂຶ້ນໃນຕອນແລງຂອງວັນທີ 23 ພະຈິກ 2023 ທີ່ຫ້ອງປະຊຸມ ຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກະເສມ ອິນທິລາ ຮອງເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຕາງໜ້າຈາກ ສະຫະພັນແລ່ນ-ລານແຫ່ງຊາດລາວ, ຜູ້ສະໜັບສະໜູນໄດ້ແກ່ ນໍ້າດື່ມກາຫົວເສືອ, ໂຕໂຢຕ້າ ລາວ, Lao Simply Beautiful, Srichand, ເຄື່ອງກີລາລີ່ນີ່ງ / ເອັກສະເຕັບ, ຊໍາຊຸງ, ແອັດທີ ເມືອງໄທປະກັນໄພ ແລະ ອື່ນໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວວ່າ: ພວກເຮົາກຽມຈັດການແຂ່ງຂັນແລ່ນ ວຽງຈັນ ມາຣາທອນ ນາໆຊາດ ຈັດຂຶ້ນເພື່ອກະຕຸກຊຸກຍູ້ການອອກກໍາລັງກາຍຂອງປະຊາຊົນ ໂດຍສະເພາະປະຊາຊົນໃນນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ຊາວຕ່າງປະເທດທີ່ເຂົ້າມາຮ່ວມ. ນອກນັ້ນ ຍັງເປັນການສ້າງຄວາມສາມັກຄີ, ລວມທັງເປັນການສົ່ງເສີມການທ່ອງທ່ຽວໃນປະເທດລາວ ກໍຄືນະຄອນຫຼວງວຽງຈັນ ເພາະຫຼາຍປີທີ່ຜ່ານມາໄດ້ມີການກະທົບຈາກ ໂຄວິດ-19 ກ່ອນທີ່ ປີທີ່ຜ່ານມາຈະກັບມາຈັດໄດ້ອີກຄັ້ງ.

“ ແນ່ນອນວ່າປີນີ້ຈະເປັນປີທີ່ຄຶກຄັກຂຶ້ນກວ່າເກົ່າ ຄາດວ່າຈະມີນັກກີລາເຂົ້າຮ່ວມເຖິງ 4.000 ກວ່າຄົນ ຈາກ 28 ສັນຊາດ ພ້ອມນັ້ນຍັງເປັນການໃຫ້ໂອກາດນັກກີລາລາວ ໄດ້ພັດທະນາ ເພື່ອຕໍ່ຍອດກ້າວໄປແຂ່ງຂັນໃນລາຍການໃຫຍ່ທັງລະດັບພາຍໃນ ແລະ ສາກົນ ໂດຍກໍານົດເອົາວັນທີ 10 ເດືອນທັນວາ 2023 ເປັນມື້ຈັດການແຂ່ງຂັນ ເພື່ອເປັນສະຫຼອງວັນຊາດທີ 2 ທັນວາ ໄປໃນຕົວອີກດ້ວຍ ໂດຍຄວາມຄາດໝາຍໃນອະນາຄົດ ຈະພັກດັນໃຫ້ຂຶ້ນສູ່ລະດັບທີ່ມີເກຼດ ເພາະໃນອາຊຽນເຮົາແມ່ນ ສິງກະໂປ ແລະ ອິນໂດເນເຊຍ ທີ່ໄດ້ລະດັບ ຄໍາ ( GOLD ) ໂດຍລາວກໍຫວັງຈະກ້າວຂຶ້ນສູ່ລະດັບທອງ, ເງິນ ແລະ ຄໍາ ” ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວ.

ຂະນະດຽວກັນ ທ່ານ ນາງ ວັນເພັງ ສຸດທິຈັກ ອໍານວຍການ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ແລະ ອໍານວຍການງານແລ່ນລາຍການນີ້ ກ່າວວ່າ: ໄດ້ເປີດໃຫ້ລົງທະບຽນມາ 2 ເດືອນແລ້ວ ເຊິ່ງມີນັກກີລາເຂົ້າສະໝັກແລ້ວ 129 ຄົນໃນປະເພດ 42 ກິໂລແມັດ, ມີ 324 ຄົນສະໝັກແລ້ວ ປະເພດ 21 ກິໂລແມັດ, 10 ກິໂລແມັດ ມີ 1.000 ກວ່າຄົນແລ້ວ ແລະ ຍັງມີຍາງເພື່ອສຸຂະພາບ 5 ກິໂລແມັດ ໃນນັ້ນ 81% ເປັນຄົນລາວ ໂດຍມີ 28 ສັນຊາດທີ່ມາລົງທະບຽນຄັ້ງນີ້. ແນ່ນອນວ່າຈະເປັນງານແລ່ນຕິດພັນກັບການທ່ອງທ່ຽວລາວ ເປັນການແລ່ນຜ່ານປະຕູໄຊ, ທາດຫຼວງ, ແຄມຂອງ, ຫໍຄໍາ, ວັດສີສະເກດ ແລະ ອື່ນໆ ໂດຍຈະມີເຈົ້າໜ້າທີ່ຈະລະຈອນ ມາຮ່ວມ 300 ກວ່າມາຊ່ວຍໃນການຕິດຕາມນັກແລ່ນທຸກປະເພດ ເພື່ອອໍານວຍຄວາມສະດວກ ແລະ ຄວາມປອດໄພ, ສ່ວນເງິນລາງວັນລວມ 179.000.000 ກີບສໍາລັບປີນີ້.

ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ໃນນາມນໍ້າດື່ມກາຫົວເສືອ ກ່າວວ່າ: ຍິນດີໃຫ້ການສະໜັບສະໜູນ ໃນການເອົາໃຈໃສ່ເຕັມທີ່ໃນການສ້າງກິດຈະກໍາ ເພາະໃນປີນີ້ກໍມີຫຼາຍໆງານກ່ຽວກັບງານແລ່ນ ໂດຍລາຍການນີ້ຈະເປັນລາຍການປິດປີນີ້. ໂດຍສະເພາະປີໜ້າຈະເປັນປີທ່ອງທ່ຽວລາວ ຈະເປັນການສົ່ງເສີມຕໍ່ໆໄປ ໂດຍປີນີ້ໄດ້ 4 ພັນ ປີຕໍ່ໄປໃຫ້ໄດ້ 10.000 ຄົນເພື່ອເປັນການສົ່ງເສີມການທ່ອງທ່ຽວລາວຍິ່ງໆຂຶ້ນ.