ລາວເຂົ້າຮ່ວມການຊ້ອມຮົບຮ່ວມຫຼາຍຝ່າຍທີ່ ສປ ຈີນ

51

ສປປ ລາວເຮົາໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບມິດຕະພາບ 2023“ ( AMAN YOU YI 2023 ) ທີ່ ເມືອງຈ້ານຈ້ຽງ ແຂວງ ກວາງຕຸ້ງ ສປ ຈີນ ໄດ້ດໍາເນີນມາແຕ່ວັນທີ 13 ພະຈິກ ເປັນຕົ້ນມາ ຮອດວັນທີ 22 ພະຈິກ 2023 ນີ້, ກໍໄດ້ຈັດຕັ້ງສະແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນ ສຳເລັດລົງດ້ວຍໝາກຜົນອັນຈົບງາມ ແລະ ໄດ້ຈັດຕັ້ງພິທີປີດການຝຶກຊ້ອມຮ່ວມລົງຢ່າງເປັນທາງການ.

May be an image of 7 people and text

ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຫຼິວເຈີ້ນລີ້ ຫົວໜ້າເສນາກົມເສນາທິການປະສານເຫຼົ່າ, ຄະນະກໍາມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີບັນດາທ່ານ, ບັນດາສະຫາຍ, ຄະນະນໍາ, ຄະນະຮັບຜິດຊອບ ແລະ ກຳລັງຝຶກຊ້ອມຂອງ 6 ປະເທດເຂົ້າຮ່ວມ.

May be an image of 4 people and text
ໂອກາດ, ເຂົ້ານຮ່ວມຊົມການສະແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນ ແລະ ພິທີປີດການຝຶກຊ້ອມຮ່ວມຫຼາຍຝ່າຍທີ່ ສປ ຈີນ ເປັນເຂົ້າພາບໃນຄັ້ງນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າກອງທັບປະຊາຊົນລາວ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງທີ່ໄດ້ເຂົ້າຮ່ວມພິທີປິດການຝືກຊ້ອມຮົບຮ່ວມຫລາຍຝ່າຍ, ສໍາລັບກອງທັບປະຊາຊົນລາວແມ່ນຄັ້ງທໍາອິດທີ່ໄດ້ນໍາເອົາກໍາລັງຈໍານວນຫຼາຍອອກໄປປະຕິບັດໜ້າທີ່ຊ້ອມຮົບຮ່ວມຫຼາຍຝ່າຍຢູ່ຕ່າງປະເທດ ແລະ ການຝືກຊ້ອມຄັ້ງນີ້ເປັນກາລະໂອກາດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິງໃຫ້ແກ່ນາຍທະຫານກອງທັບປະຊາຊົນລາວໄດ້ແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການຮ່ວມກັບຫຼາຍປະເທດ ໂດຍສະເພາະບັນດາຫຼັກການ ແລະ ຍຸດທະວິທີ ໃນການສູ້ຮົບໂຈມຕີ ເພື່ອສ້າງໃຫ້ກຳລັງຂອງຕົນມີຄວາມຊໍານິຊໍານານ, ມີປະສົບການ ແລະ ຄວາມພ້ອມເພື່ອຮັບມືກັບໄພຂົ່ມຂູ່ດ້ານຕ່າງໆໄດ້ຢ່າງມີປະສິດທິພາບສູງ.

May be an image of 6 people
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຍັງກ່າວຕື່ມອີກວ່າ: ຜົນສໍາເລັດຂອງການຊ້ອມຮົບຮ່ວມຫຼາຍຝ່າຍ ຄັ້ງນີ້ເປັນປະຫັວດສາດທີ່ຢັ້ງຢືນໃຫ້ເຫັນເຖີງໝາກຜົນຂອງການຮ່ວມມື ແລະ ຄວາມສາມັກຄີມິດຕະພາບ ລະຫວ່າງ 6 ກອງທັບທີ່ເຂົ້າຮ່ວມ ໃຫ້ນັບມື້ເພີ່ມທະວີ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການພົວພັນຮ່ວມມື ໃນຂົງເຂດວຽກງານປ້ອງກັນຊາດ, ການຕ້ານການກໍ່ການຮ້າຍຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍ ແລະ ກໍ່ຄວາມບໍ່ສະຫງົບ ໃຫ້ແກ່ບັນດາປະເທດໃນພາກພື້ນ ເວົ້າສະເພາະ, ກໍເພື່ອປົກປັກຮັກສາພາກພື້ນ ແລະ ໃນໂລກໃຫ້ມີຄວາມໝັ້ນຄົງ.

May be an image of 1 person, helicopter and text
ຂອບໃຈຂ່າວຈາກ: ໜັງສືພິມກອງທັບ