ສ.ເກົາຫຼີ ຈະປັບຫຼຸດອັດຕາພາສີນຳເຂົ້າສິນຄ້າ 76 ລາຍການໃນປີໜ້າ

57

ສຳນັກຂ່າວຊິນຫົວລາຍງນວ່າ ກະຊວງເສດຖະກິດ ແລະ ການເງິນ ຂອງສາທາລະນະລັດເກົາຫຼີ ເປີດເຜີຍວ່າ: ລັດຖະບານຈະປັບຫຼຸດອັດຕາພາສີນຳເຂົ້າສິນຄ້າ 76 ລາຍການໃນປີໜ້າ ເຊິ່ງເປັນໜຶ່ງໃນຄວາມພະຍາຍາມໃນການສ້າງຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຄວບຄຸມອັດຕາເງິນເຟີ້.

ຖະແຫຼງການຂອງກະຊວງເສດຖະກິດ ແລະ ການເງິນຂອງ ສ.ເກົາຫຼີ ລະບຸວ່າ: ລັດຖະບານຈະປັບຫຼຸດອັດຕາພາສີນຳເຂົ້າສຳລັບຜະລິດຕະພັນອຸດສາຫະກຳ ແລະ ອາຫານ ເລີ່ມແຕ່ວັນທີ 1 ມັງກອນ 2024 ຜ່ານລະບົບໂກຕາພາສີຂອງປະເທດ ເຊິ່ງລັດຖະບານຈະປັບປ່ຽນອັດຕາພາສີຂັ້ນພື້ນຖານ ສຳລັບສິນຄ້ານຳເຂົ້າ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ຮັກສາສະຖຽນລະພາບດ້ານລາຄາ.

ຜະລິດຕະພັນທີ່ລັດຖະບານປັບຫຼຸດພາສີນຳເຂົ້າ ປະກອບດ້ວຍ: ຜະລິດຕະພັນ 19 ລາຍການໃນອຸດສາຫະກຳເກີດໃໝ່ ເຊັ່ນ: ວັດສະດຸສຳລັບການຜະລິດເຊມີຄອນດັກເຕີ ( ຊິບ ), ແບັດເຕີຣີ ແລະ ໄຮໂດຣເຈນ ລວມເຖິງສິນຄ້າ 18 ລາຍການທີ່ກ່ຽວຂ້ອງກັບອຸດສາຫະກຳຍານຍົນ, ເຫຼັກ ແລະ ເຄມີ.

ສ່ວນສິນຄ້າອີກ 18 ລາຍການ ເຊັ່ນ: ນໍ້າຕານ, ຖົ່ວເຫຼືອງ, ກາເຟ, ສາລີ, ໄກ່, ແກັສທຳມະຊາດ ແລະ ນ້ຳມັນດິບທີ່ໃຊ້ຜະລິດແກັສປີໂຕລຽມແຫຼວ ແລະ ແນຟທາ ຈະລວມຢູ່ໃນລາຍການທີ່ຈັດເກັບພາສີຫຼຸດລົງ ເພື່ອຊ່ວຍບັນເທົາອັດຕາເງິນເຟີ້.

ແນວໃດກໍຕາມ, ລັດຖະບານ ສ.ເກົາຫຼີ ຈະປັບອັດຕາພາສີເພີ່ມຂຶ້ນ ສຳລັບສິນຄ້ານຳເຂົ້າອາຫານສົດ 13 ລາຍການ, ໃນນັ້ນລວມມີ ເຂົ້າ, ກຸ້ງເຄັມ, ເຫັດຫອມ ເພື່ອປົກປ້ອງອຸດສາຫະກຳໃນທ້ອງຖິ່ນ.