ທີມກີລາເບສບອນທີມຊາດລາວ ໄດ້ຮັບລາງວັນ “AJA Award 2023” ຈາກສະມາຄົມນັກຂ່າວອາຊີ

57

ຊົມເຊີບ ທັບນັກກີລາເບສບອນແຫ່ງຊາດລາວ ໄດ້ຮັບລາງວັນ “AJA Award 2023” ຈາກສະມາຄົມນັກຂ່າວອາຊີ ເມື່ອວັນທີ 21 ພະຈິກ 2023 ຈາກຜົນງານໃນຄວາມພະຍາຍາມ ຈົນສາມາດສ້າງປະຫວັດສາດຊະນະໃນລາຍການລະດັບນາໆຊາດເປັນຄັ້ງທໍາອິດ ໃນເອຊຽນ ເກມ ທີ່ ສປ ຈີນ ເມື່ອບໍ່ດົນມານີ້ ດ້ວຍການເອົາຊະນະ ທີມຊາດສິງກະໂປ 8-7.

ວັນທີ 21 ພະຈິກ 2023 ເວລາ 16:30 ໄດ້ມີພິທີ ມອບລາງວັນ “AJA Award 2023” ຢູ່ທີ່ ຫ້ອງປະຊຸມຄະນະກໍາມະການໂອລິມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ. ພຸດ ສີມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, Mr. LEE SANG KI ປະທານ ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການບໍລິຫານສະມາຄົມນັກຂ່າວອາຊີ, ທ່ານ ແສງພອນ ພົນອໍາມາດ ຫົວໜ້າກົມກີລາລະດັງສູງ, ທ່ານ ປອ. ຄຳຜາຍ ສີສະຫວັນ ປະທານສະຫະພັນກີລາເບສບອນ ແລະ ຊອຟບອນແຫ່ງຊາດລາວ,ຮອງລັດຖະມົນຕີ, ປະທານສະມາຄົມ, ຫົວໜ້າກົມ, ຄະນະຄູຝຶກ ແລະ ນັກກີລາເຂົ້າຮ່ວມ.

ໃນພິທີ ທ່ານ MR. LEE SANG KI ປະທານ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການບໍລິຫານສະມາຄົມນັກຂ່າວອາຊີ ໄດ້ປະກາດໃຫ້ທີມເບສບອນແຫ່ງຊາດລາວ ຊະນະລາງວັນ “AJA Awards 2023” ເນື່ອງຈາກວ່າ ທີມກິລເບສບອນແຫ່ງຊາດລາວສາມາດເອົາຊະນະ ໃນງານ ມະຫາກຳກີລາເອຊຽນເກມ ທີ່ຫາງໂຈວ ສປ. ຈີນ ເຊິ່ງກໍ່ເປັນບົດຮຽນ ດ້ານກີລາ ທີ່ສະແດງເຖິງ “ຄວາມພະຍາຍາມ ແລະ ຄວາມກະຕືລືລົ້ນ” ຖ່າຍທອດໄປສູ່ບັນດາປະເທດອາຊີ. ນອກຈາກນັ້ນ, ລາວຍັງມີການຈັດການແຂ່ງຂັນກີລາເບສບອນ ທີ່ມີທີມເບສບອນຊາດອື່ນເຂົ້າຮ່ວມ ເຊິ່ງກໍການພົບປະ ແລກປ່ຽນດ້ານມະນຸດສະທຳ ແລະ ວັດທະນະທຳ ກັບບັນດາປະເທດເພື່ອນບ້ານ ໃນອາຊຽນ ໂດຍຜ່ານກີລາ.

ຫຼັງຈາກນັ້ນ, ທ່ານ ປອ. ຄຳຜາຍ ສີສະຫວັນ ປະທານສະຫະພັນກີລາເບສບອນ ແລະ ຊອຟບອນແຫ່ງຊາດລາວ ໄດ້ກ່າວຄຳ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງສະມາຄົມນັກຂ່າວອາຊີ ທີ່ໄດ້ຕົກລົງເລືອກ ທີມກີລາເບສບອນແຫ່ງຊາດລາວ ເປັນຜູ້ຊະນະລາງວັນ “AJA Award 2023” ສະມາຄົມນັກຂ່າວອາຊີ ໄດ້ຮັບຮູ້ຜົນງານ ການເຮັດວຽກອັນໜັກໜ່ວງ ແລະ ຄວາມພະຍາຍາມ ຢ່າງຂະຫຍັນຂັນແຂງ ໃນການສະແດງຕົນເອງດປັນນັກກີລາດີເດັ່ນ ທາງດ້ານທັກສະ ແລະ ພຽບພ້ອມໄປດ້ວຍ ອັດທະຍາໄສໄມຕີຈິດ-ມິດຕະພາບ ໃນງານກີລາເອຊຽນເກມຄັ້ງທີ 19 ທີ່ຫາງໂຈວ ຜ່ານມາ.

ຫຼັງຈາກນັ້ນ, ທ່ານ ຮສ ປອ. ພຸດ ສີມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ແກ່ທີມເບສບອນແຫ່ງຊາດລາວ ທີ່ຊະນະລາງວັນ ແລະ ຂໍໃຫ້ຮັກສາມູນເຊື້ອເປັນນັກກີລາທີ່ດີເດັ່ນ ແລະ ສ້າງແຮງບັນດານໃຈໃຫ້ແກ່ ນັກກີລາໃນບັນດາປະເທດອ້ອມຂ້າງ ແລະ ນັກກີລາໃນຮຸ້ນຕໍ່ໄປ ໃນອະນາຄົດ.
ຂໍ້ມູນຮູບຈາກ: Lao Baseball Federation