ສາວງາມຈາກ ນິກາຣາໄກວ ຄວ້າຕໍາແໜ່ງ Miss Universe ຄັ້ງທີ 72 ຂອງໂລກໄປຄອງ

41

ການປະກວດ Miss Universe ປີນີ້ໄດ້ຈົບລົງໄປແລ້ວດ້ວຍຄວາມຈົບງາມ ຕ້ອງຂໍສະແດງຄວາມຍິນດີກັບ Sheynnis Palacios ສາວ ນິກາຣາໄກວ ຜູ້ໄດ້ຮັບຕໍາແໜ່ງ Miss Universe 2023 ມິສຢູນິເວີຣສ໌ ຄົນທີ 72 ຂອງໂລກໄປຄອງໄດ້ ດ້ວຍ ຄວາມງາມ ແລະ ຄວາມພ້ອມທຸກປະການ ສາມາດເອົາຊະນະໃຈຄະນະກຳມະການ ແລະ ກອງເຊຍຈົນໄດ້ຮັບຕໍາແໜ່ງ ພ້ອມມົງກຸດອັນຊົງກຽດໄປຄອງໄດ້ໃນປີນີ້.

อาจเป็นรูปภาพของ 3 คน และ ข้อความพูดว่า "MISS UNIVERSE THAILAND AUSTRALIA NICARAGUA THAILAND AUSTRALIA NICARAGUA Tribune TOP 3 tribune.net.ph fX0 tribunephl © 2023 JKN UNIVERSE LLC TribuneNOW KaTRIBU"

ງານນີ້ຜູ້ທີ່ໄດ້ຮັບຕໍາແໜ່ງ ຮອງອັນດັບ 1 ແມ່ນເປັນໃຜໄປບໍ່ໄດ້ເລີຍກອງເຊຍຫຼາຍແຮງ ນັ້ນກໍຄື Anntonia Porslid ຈາກປະເທດໄທ ແລະ ຮອງອັນດັບ 2 ແມ່ນ Moraya Wilson ສາວງາມຈາກອົດສະຕຣາລີ ນັ້ນເອງ.

อาจเป็นรูปภาพของ 1 คน, นิตยสาร, ชุดเดรส และ ข้อความพูดว่า "LOOK 08 |ANDA QUEEN THE THAVETH ABAN ATHSABANTHA PHAIMANY PAPAO MISS UNIVERSE LAOS 2023"

ສໍາລັບການປະກວດ Miss Universe ປີນີ້ ມີຕົວແທນຈາກ 84 ປະເທດທີ່ໄດ້ເຂົ້າຮ່ວມການປະກວດ Miss Universe 2023 ທີ່ປະເທດ ເອລຊາວາດໍ ເຊິ່ງການປະກວດປີນີ້ຖືວ່າມີຄວາມທ້າທາຍສໍາລັບນາງງາມທັງຫຼາຍ ເພາະມີແຕ່ສາວງາມທີ່ເກັ່ງ ພ້ອມໄປດ້ວຍຄວາມງາມ ແລະ ຄວາມຮູ້, ຄວາມສາມາດທັງນັ້ນ ແຕ່ພວກເຂົາກໍສູ້ຊົນທົນຊ້ອມມາຈົນຮອດມື້ສຸດທ້າຍ ຂອງການປະກວດ. ນອກຈາກນີ້ ສໍາລັບເວທີ Miss Universe ການປະກວດປີນີ້ມີການປ່ຽນແປງຄັ້ງໃຫຍ່ນັ້ນກໍຄື ສາວປະເພດສອງ ແລະ ຍິງທີ່ແຕ່ງງານແລ້ວກໍສາມາດຮ່ວມປະກວດໄດ້ ຫວັງວ່າປີຕໍ່ໄປເຮົາຈະໄດ້ເຫັນຄວາມກ້າວໜ້າຂອງເວທີຈັກກະວານໃນອີກລະດັບໜຶ່ງເດີ ເວທີໃຫຍ່ແຟນຄັບໜາແໜ້ນແບບນີ້ ໜ້າຕິດຕາມອີ່ຫຼີເລີຍ.

อาจเป็นรูปภาพของ 1 คน และ ข้อความพูดว่า "LOOK107 10000 ANDA QUEEN THE SILK CHANSOMPHOU X DESIGN PUI ABAN ATHSABANTHA PHAIMANY PAPAO MI MISS UNIVERSE LAOS 2023"

ແຕ່ເຖິງຢ່າງໃດກໍຕາມເຖິງແມ່ນວ່າປີນີ້ຕົວແທນສາຍສະພາຍລາວ ປາເປົ້າ ໄພມະນີ ລາດສະບັນເທົາ Phaimany Lathsabanthao ເຖິງຈະບໍ່ໄດ້ຜ່ານເຂົ້າຮອບ ແຕ່ນ້ອງກໍເຮັດດີທີ່ສຸດແລ້ວ! ເຊິ່ງຂ່າວບັນເທີງເອງໄດ້ໄປສ່ອງວີດີໂອແຕ່ລະຮອບຂອງນ້ອງການໂຊ ການເດີນແບບເທິງເວທີຂອງ ປາເປົ້າ ນ້ອງກໍບໍ່ພາດເລີຍເຮັດດີທີ່ສຸດໃນທຸກຮອບ ເຊິ່ງທຸກຮອບ ປາເປົ້າ ສາມາດສະແດງຄວາມສາມາດອອກມາໄດ້ດີທີ່ສຸດ ແລະ ຍັງນໍາພາ “ ຜ້າໄໝລາວໄປຈັກກະວານ ” ຕັ້ງແຕ່ມື້ທໍາອິດທີ່ເຂົ້າກອງແມ່ຈົນຮອດມື້ສຸດທ້າຍອີກດ້ວຍ ສະນັ້ນ, ປາເປົ້າ ຄືຄວາມພູມໃຈຂອງຄົນລາວເດີ.

อาจเป็นรูปภาพของ 1 คน และ ข้อความพูดว่า "LOOK105 NGAM SAO LATHSABANTHAO PHAIMANY PAPAO PI የ. MISS MI UNIVERSE LAOS 2023"

ຂ່າວບັນເທີງຍັງໄປເຫັນມາວ່າທາງສື່ໄທ ກໍໄດ້ຍ້ອງຍໍປາເປົ້າຫຼາຍກັບແຟຊັນທີ່ໃຊ້ເກັບຕົວ ແລະ ເຂົ້າແຂ່ງຂັນໃນແຕ່ລະຮອບໃນກອງປະກວດໃນແຕ່ລະມື້ ເຊິ່ງທາງເພຈ ໄມ່ມົງຈະງົງມາກບອກວ່າ: “ ປາເປົ້າ ມີສຢູນິເວີສລາວ ເດີນທາງອອກຈາກເອລຊະວາດໍແລ້ວ. ປີນີ້ເຖິງແມ່ນວ່າລາວຈະບໍ່ໄດ້ເຂົ້າຮອບ ແຕ່ຂໍຍົກຕໍາແໜ່ງ Miss Fashion ປະຈໍາກອງ Miss Universe 2023 ໃຫ້ກັບລາວເລີຍ ຊຸດເກັບຕົວບໍ່ບົກພ່ອງຈັກມື້ ສະຕໍຣີ່ຊຸດລວມເຖິງການຂັບເຄື່ອນ Soft Power ຜ້າໄໝລາວອີກ ພີ່ນ້ອງລາວຄືຈະເຊຍມ່ວນທຸກມື້ແນ່ນອນປີນີ້ ຂໍໃຫ້ພູມໃຈໃນໂຕນາງກັນເດີ ” ທ້າຍນີ້ຝາກແຟນຂ່າວເປັນກໍາລັງໃຈ ແລະ ຕິດຕາມຜົນງານຂອງນ້ອງກັນຫຼາຍໆເດີ.

อาจเป็นรูปภาพของ 1 คน และ ข้อความพูดว่า "VINE THE 3H DIAMOND" 72ND MISS * UNIVERSE FINAL COMPETITION"