ຄວາມສຳຄັນຂອງ HR ໃນການຂັບເຄື່ອນອົງກອນ ນັ້ນຄືການວາງແຜນນຳໃຊ້ຄົນ

31

ການເຮັດວຽກໃນທຸກໆອົງກອນບໍ່ວ່າຈະເປັນຫ້ອງການລັດ ຫຼື ບໍລິສັດ ໝາກຫົວໃຈຫຼັກຂອງການຂັບເຄື່ອນອົງກອນໃຫ້ມີຄວາມກ້າວໜ້າ ແມ່ນຄົນທີ່ຈະມາເຮັດວຽກໃນແຕ່ລະໜ່ວຍງານ.

ທຸກວຽກງານບໍ່ແມ່ນວ່າວຽກຈະສຳເລັດໄດ້ດ້ວຍຄົນໃດໜຶ່ງ ແຕ່ຕ້ອງເປັນການຮ່ວມມືລະຫວ່າງເພື່ອນຮ່ວມງານແຕ່ຫົວໜ້າຕະຫຼອດຮອດລູກນ້ອງ ແຕ່ຖ້າຈະໃຫ້ດີແທ້ຝ່າຍບຸກຄະລາກອນ ( HR ) ຖືວ່າເປັນຜູ້ທີ່ມີໜ້າທີ່ໃນການພັດທະນາທີມງານຂອງຕົນໃຫ້ມີຄວາມເຂັ້ມແຂງທາງດ້ານຄວາມຮູ້ – ຄວາມສາມາດຈົນກາຍເປັນພະນັກງານຜູ້ຊຳນານໃນວຽກນັ້ນໆ ແລະສາມາດສືບທອດໃຫ້ຮຸ່ນຕໍ່ໆໄປໄດ້.

ເມື່ອເປັນແບບນັ້ນ ມື້ນີ້ເຮົາມາຮູ້ຈັກກັບເຄັດລັບທີ່ຫຼາຍອົງກອນຄວນມີໃນວຽກງານຂອງ HR ເພື່ອເປັນແນວທາງທີ່ອາດເໝາະສໍາລັບທ່ານ ແລະ ອົງກອນຂອງທ່ານ ເປັນຕົ້ນແມ່ນ:

1. ສ້າງໃຫ້ພະນັກງານເຂົ້າໃຈເປົ້າໝາຍອົງກອນ: ໃນຖານະທີ່ທ່ານເປັນຜູ້ບໍລິຫານຄົນໜຶ່ງ ຕ້ອງມີແຜນທີ່ຊັດເຈນ ເພື່ອເຮັດໃຫ້ພະນັກງານເຂົ້າໃຈກ່ຽວກັບເປົ້າໝາຍຂອງອົງກອນ ວ່າຈະໄປໃນທິດທາງໃດ?. ຈາກນັ້ນພັດທະນາຈຸດແຂງບຸກຄະລາກອນແຕ່ລະທີມ ຫຼື ແຕ່ລະຄົນ ເພື່ອປ້ອງກັນການແກ້ບັນຫາສະເພາະໜ້າ. ແນ່ນອນວ່າຄວາມສາມາດຂອງແຕ່ລະຄົນຈະບໍ່ຄືກັນ ແຕ່ເຮົາສາມາດແນະນໍາໃຫ້ເຂົາເຈົ້າເຮັດໃນສິ່ງທີ່ເຂົາມັກ ຫຼື ຖະໜັດໃຫ້ດີຂຶ້ນຈະເປັນການດີທີ່ສຸດ.

2. ມີການປະເມີນຜົນການພັດທະນາໃນແຕ່ລະຢ່າງ: ເຮົາອາດມີການເຮັດແບບສຳຫຼວດເຖິງຄວາມຕ້ອງການໃນການຝຶກອົບຮົມຂອງພະນັກງານ ( Training Needs ) ຫຼື ຂໍ້ມູນຈາກການປະເມີນຜົນຂອງໜ້າວຽກ ເຊິ່ງຜູ້ຈັດການຈະຕ້ອງຮູ້ວ່າພະນັກງານຄົນໃດຄວນໄດ້ຮັບການພັດທະນາໃນຈຸດໃດຕື່ມ ຫຼື ຊອກຫາຊ່ອງທາງໃຫ້ເຂົາສາມາດພັດທະນາທັກສະໄດ້ ເຊັ່ນ: ການຝຶກອົບຮົມພາຍໃນ ຫຼື ສົ່ງໄປອົບຮົມກັບສະຖາບັນພາຍນອກ.

3. ຕ້ອງມີແຜນໄລຍະສັ້ນ ແລະ ໄລຍະຍາວ: ການຕັ້ງເປົ້າການພັດທະນາໃນໄລຍະສັ້ນຖືເປັນສ່ວນໜຶ່ງທີ່ຈະເຮັດໃຫ້ການພັດທະນານັ້ນຄ່ອຍຍັບເຂົ້າໃກ້ເປົ້າໝາຍໄລຍະຍາວທີ່ກໍານົດ. ດັ່ງນັ້ນ, ບໍ່ຄວນເບິ່ງຂ້າມການວາງແຜນໄລຍະສັ້ນ ເພື່ອສໍາລັບປີຕໍ່ໄປທີ່ຄວບຄູ່ໄປກັບແຜນໄລຍະຍາວ. ທັງນີ້, ກໍເພື່ອອາດມີການປັບປຸງ ຫຼື ປ່ຽນແປງໃນສິ່ງທີ່ຕ້ອງການພັດທະນາອອກມາຫຼາຍຢ່າງໃຫ້ດີ.

4. ໃຫ້ຄໍາຊົມເຊີຍ ແລະ ຕໍາໜິຢ່າງສ້າງສັນ: ການເຮັດວຽກໃດໆກໍຍ່ອມມີຂໍ້ຜິດພາດ ແລະ ຜົນໄດ້ຮັບທີ່ແຕກຕ່າງກັນໄປ. ສະນັ້ນ, ຜູ້ທີ່ເປັນຝ່າຍບຸກຄະລາກອນກໍຕ້ອງໄດ້ວິເຄາະ, ວິໄຈຢ່າງລະອຽດ ກ່ອນຈະຕັດສິນພະນັກງານໃຜຜູ້ໜຶ່ງ ເພາະຄວາມສໍາເລັດໄດ້ນັ້ນຍ່ອມວັດກັນຢູ່ທີ່ຜົນງານ ແຕ່ຖ້າຫາກທີມງານຝ່າຍໃດເຮັດໄດ້ດີກໍຕ້ອງຍ້ອງຍໍຊົມເຊີຍ ຫຼື ເຮັດຍັງບໍ່ທັນໄດ້ກໍຕ້ອງມີການປະຊຸມສ່ອງແສງ ເພື່ອນໍາເອົາຂໍ້ຄົງຄ້າງມາຮ່ວມກັນແກ້ໄຂ ຖືວ່າເປັນການຈູງໃຈພະນັກງານໃຫ້ເກີດມີ ຄວາມກະຕືລືລົ້ນໃນການພັດທະນາຄວາມສາມາດຂອງເຂົາໃຫ້ກ້າວໜ້າຂຶ້ນໄປ ເພື່ອໃຫ້ໄປໃນທິດທາງທີ່ຖືກຕ້ອງ ແລະ ມີເປົ້າໝາຍ.

5. ການກໍານົດເວລາ: ການພັດທະນາບຸກຄະລາກອນນັ້ນ ເຮົາຕ້ອງມີເປົ້າໝາຍທີ່ຊັດເຈນ ແລະ ມີເວລາທີ່ແນ່ນອນ ເພື່ອບໍ່ໃຫ້ມີວຽກຄ້າງ ຫຼື ພະນັກງານຄົນອື່ນເຮັດວຽກແທນໜັກຈົນເກີນໄປ ເນື່ອງຈາກການເຮັດວຽກຍ່ອມມີການພົວພັນກັນແບບເປັນຕ່ອງໂສ້. ສະນັ້ນ, ຫາກຄົນໃດຂາດ ຫຼື ບໍ່ພໍກໍຕ້ອງໄດ້ເຮັດແທນກັນ ແຕ່ຖ້າຫາກເຮົາມີການວາງແຜນເລື່ອງກໍານົດເວລາແລ້ວ ຈະເຮັດໃຫ້ວຽກທີ່ມອບໝາຍເປັນໄປຕາມເປົ້າໝາຍທຸກຢ່າງ. ດັ່ງນັ້ນ, ຜູ້ບໍລິຫານກໍຕ້ອງໄດ້ຄໍານຶງເຖິງການວາງແຜນ ແລະ ກຳນົດຮູບແບບເປັນສິ່ງທີ່ຈະຊ່ວຍໃຫ້ການພັດທະນາດໍາເນີນໄປຕາມທິດທາງທີ່ສຶກສາມາແລ້ວວ່າເໝາະສົມ ແລະ ຈະໃຫ້ຜົນເປັນທີ່ໜ້າພໍໃຈ.

ທີ່ມາ: ສາລະ ແລະ ຄວາມຮູ້