ເບສະຫວັນ ເອັຟຊີ ປະກາດສັກດາຄວ້າແຊັມ ລາວຟຸດຊໍ ລີກ 2023

49

ສະໂມສອນຟຸດຊໍ ເບສະຫວັນ ເອັຟຊີ ປະກາດສັກດາຄວ້າແຊັມການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ ປະຈໍາປີ 2023 ໄປຄອງຢ່າງຍິ່ງໃຫຍ່ ແລະ ໄດ້ສະຫຼອງແຊັມຢ່າງເປັນທາງການ ເມື່ອວັນທີ 19 ພະຈິກ 2023 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ດ້ວຍການສະຖິຕິບໍ່ເສຍໃຫ້ກັບທີມໃດ ແລະ ຍິງປະຕູໄດ້ຫຼາຍທີ່ສຸດໃນລີກຄັ້ງນີ້.

ການແຂ່ງຂັນ ລາວຟຸດຊໍ ລີກ 2023 ແມ່ນໄດ້ດຳເນີນການແຂ່ງຂັນມານັບຕັ້ງແຕ່ ວັນທີ 09 ກັນຍາ 2023 ໂດຍມີທີມເຂົ້າຮ່ວມທັງຫມົດ 12 ທີມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ ເຊິ່ງນັດສຸດທ້າຍ ເບສະຫວັນ ລົງສະໜາມພົບກັບ ມາສດາ ຈີບີ ທີມອັນດັບ 6 ປາກົດວ່າ: ເບສະຫວັນ ສະເໝີ ມາສດາ ຈີບີ 4-4 ເຊິ່ງພິີທີມອບລາງວັນໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ, ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍແຂກຖືກເຊີນ, ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຈາກຜົນການແຂ່ງຂັນດັ່ງກ່າວເຮັດໃຫ້ ເບສະຫວັນ ລົງສະໜາມ 11 ນັດ ຊະນະ 9 ນັດ ແລະ ສະເໝີ 2 ນັດ ມີ 31 ຄະແນນຍິງໄປເຖິງ 88 ປະຕູ ແລະ ເສຍພຽງ 23 ປະຕູ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ແລະ ເງິນລາງວັນ ຈຳນວນ 20.000.000 ກີບ ພ້ອມເປັນທີມທໍາອິດໃນຮອບ 7 ປີທີ່ສາມາດຄວ້າແຊັມ ລາວຟຸດຊໍ ລີກ ເນື່ອງຈາກກ່ອນໜ້ານີ້ເຄີຍຈັດມາໃນປີ 2017 ທີ່ ສົມສະຫນຸກຟາມ ເອັຟຊີ ຄວ້າແຊັມໄປຈາກຜົນງານ ລົງສະໜາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ.

ສ່ວນຮອງຊະນະເລີດຕົກເປັນຂອງ ຄິງດ້ອມ ໄດ້ຮັບເງິນລາງວັນ ຈຳນວນ 15.000.000 ກີບ ລົງສະໜາມ 11 ນັດ ຊະນະ 9 ນັດ, ສະເຫມີ 1 ນັດ ແລະ ເສຍ 1 ນັດ ມີ 28 ຄະແນນ, ອັນດັບ 3 ເຫນືອ – ໃຕ້ ໄດ້ຮັບເງິນລາງວັນ 10.000.000 ກີບ ລົງສະໜາມ 11 ນັດ ຊະນະ 7 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 23 ຄະແນນ, ອັນດັບ 4 ບຸນມີ ເຟີນີເຈີ ລົງສະໜາມ 11 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 3 ນັດ ມີ 20 ຄະແນນ.

ຂະນະທີ່ ອັນດັບ 5 ມາສະດາ ຈີບີ ລົງສະໜາມ 11 ນັດ ຊະນະ 5 ນັດ, ສະເໝີ 2 ນັດ ລະ ເສຍ 5 ນັດ ມີ 17 ຄະແນນ, ອັນດັບ 6 ທີເອັມ ລົງສະໜາມ 11 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ, ອັນດັບ 7 ວີເຊີນ ລົງສະໜາມ 11 ນັດ ຊະນະ 5 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ.

ທັງນີ້ຍັງລາງວັນຜູ້ຍິງປະຕູສູງສຸດ ຕົກເປັນຂອງ ໂຕນ່າ ບຸນມາໄລ ຈາກ ຄິງດ້ອມ ລົງສະໜາມ 11 ນັດ ຍິງໄດ້ 42 ປະຕູ, ຜູ້ຮັກສາປະຕູດີເດັ່ນ ລັດຕະກອນ ແກ້ວບົວ ຈາກ ເຫນືອ – ໃຕ້ ລົງສະໜາມ 11 ນັດ ເສຍ 31 ປະຕູ ແລະ ຍິງໄດ້ 3 ປະຕູ, ນັກກີລາດີເດັ່ນ ສະຫລັດ ວິໄລພັນ ຈາກ ເລີບ ສະປາ ລົງສະໜາມ 11 ນັດ ຍິງໄດ້ 38 ປະຕູ ແລະ ຄູຝຶກດີເດັ່ນ ອຳໄພວັນ ຈັນທະລາວົງ ຈາກ ເບສະຫວັນ.
ຂ່າວ-ຮູບຈາກ: Larh Creators