ທັບນັກກີລາກະຕໍ້ທີມຊາດລາວ ກຽມລຸຍ 2 ລາຍການໃຫຍ່ ທີ່ ສປ ຈີນ

42

ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກີລາ ກຽມສົ່ງທັບນັກກີລາກະຕໍ້ທີມຊາດລາວ ຈຳນວນ 16 ຄົນ ນຳໂດຍທ່ານ ນາງ ເກດສຸດເາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກີລາ-ກາຍະກຳ ຫຼື ສບກ ເຂົ້າຮ່ວມການແຂ່ງຂັນກີລາກະຕໍ້ ສອງລາຍການໃຫຍ່ ຊີງແຊ໋ມລະດັບນາໆຊາດ ກໍຄື ການແຂ່ງຂັນກະຕໍ້ນາໆຊາດ ໃນບັນດາສະມາຊິກປະເທດຂົງເຂດອາຊຽນ ຫຼື ລາຍການ 2023 ASEAN Cup International Sepaktakraw Invitational Tournament 2023 ລະຫວ່າງວັນທີ 17-27 ພະຈິກ ປະຈຳປີ 2023 ແລະ ລາຍການ ການແຂ່ງຂັນກີລາກະຕໍ້ ເຊື່ອມສຳນພັນທະໄມຕີ ລະຫວ່າງປະເທດລຸ່ມແມ່ນໍ້າຂອງ ແລະ ຂົງເຂດອາຊີ ປະຈຳປີ 2023 ຫຼື ລາຍການ 2023 China Sepak Takraw open of Lancang-Mekong Cooperation ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ ສປ ຈີນ ໂດຍໄດ້ຮັບການສະໜັບສະໜູນຈາກ 4 ບໍລິສັດ ກໍຄື ບໍລິສັດ ຊີໂນ-ອາກຣີ ໂປຕາຣ ຈໍາກັດ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ບໍລິສັດ ເມືອງລາວພັດທະນາ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ ລວມມູນຄ່າ 46 ລ້ານກວ່າກີບ.

ໃນວັນທີ 17 ພະຈິກ 2023ນີ້ ທັບນັກກີລາກະຕໍ້ທີມຊາດລາວ ຊຸດທີ່ສ້າງຜົນງານງານມະຫະກຳກີລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ໄດ້ 12 ຫຼຽນ, ໃນນັ້ນ 1 ຫຼຽນຄຳ, 4 ຫຼຽນເງິນ, 7 ຫຼຽນທອງ ແລະ ຜົນງານ 3 ຫຼຽນທອງ ໃນງານມະຫະກຳກີລາເອຊຽນ ເກມ ຄັ້ງທີ 19 ປະສົມປະສານກັບນັກກີລາຮຸ່ນສືບທອດຂອງໂຮງຮຽນພອນສະຫວັນກີລາ-ກາຍະກຳ ກຽມອອກເດີນທາງເຂົ້າຮ່ວມການແຂ່ງຂັນກີລາກະຕໍ້ ສອງລາຍການໃຫຍ່ ຊີງແຊ໋ມລະດັບນາໆຊາດ ຈະຈັດຂຶ້ນໃນໄລຍະເວລາດຽວກັນ ທີ່ສປ ຈີນ ກໍຄື ລາຍການ ASEAN Cup International Sepaktakraw Invitational Tournament 2023 ຈະຈັດຂຶ້ນ ລະຫວ່າງວັນທີ 17-27 ພະຈິກ 2023 ແລະ ລາຍການ 2023 China Sepak Takraw open of Lancang-Mekong Cooperation ລະຫວ່າງວັນທີ 23-27 ພະຈິກ 2023.

ສຳລັບທັບນັກກີລາກະຕໍ້ທີມຊາດລາວ ເຂົ້າຮ່ວມແຂ່ງຂັນສອງງານດັ່ງກ່າວ ປະກອບມີ ຄະນະນໍາ, ຄູຝຶກ ແລະ ນັກກີລາ ຈໍານວນ ທັງໝົດ 16 ຄົນ ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກີລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ມີທ່ານ ນາງ ຄໍາຫຼ້າ ເພັງສີດາລາຜູ້ອຳນວຍການໂຮງຮຽນພອນສະຫວັນກີລາ ເປັນຜູ້ຈັດການທີມ ສ່ວນ ຄູຝຶກກໍມີທ່ານ ນາງ ໂນລີ ຊາມູນຕີ ແລະ ທ່ານ ສູນທອນ ຄໍາສານ. ຂະນະທີ່ນັກກີລາກໍປະກອບມີ ທ້າວ ອາດົງ ຜູ້ມີສິນ, ທ້າວ ໂຍທິນ ສົມບັດພູທອນ, ທ້າວ ສຸກກະເສີມ ຈັນທະຮຽງ, ທ້າວ ບຸນຍົງ ເພັດສາຄອນ, ທ້າວ ພອນສະຫວັນ ພິມມະຈັກ, ທ້າວ ອານຸຊາ ໄຊກົງສາ , ນາງ ນໍ້າຝົນ ມໍລະດົກ, ນາງ ນິຊາພັດ ມາພາ, ນາງ ອັກສອນສະຫວັນ ພິລາວົງ, ນາງ ດຳດວນ ລັດຕະນະວົງສາ, ນາງ ວັນສອນ ບົວວ່າງ ແລະ ນາງ ເມ ເພຍເທບ. ໃນການເຂົ້າຮ່ວມສອງງານຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ບໍລິສັດ ຊີໂນ-ອາກຣີ ໂປຕາຣ ຈໍາກັດ 19.800.000 ກີບ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 16.920.000 ກີບ, ບໍລິສັດ ເມືອງລາວພັດທະນາ ຈໍາກັດຜູ້ດຽວ 5.000.000 ກີບ ແລະ ບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ 5.000.000 ກີບ ລວມມູນຄ່າ 46.720.000 ກີບ.