ຄອນສະຫວັນ ນັກເຕະທີມຊາດລາວ ໄດ້ຕົ້ງສັງກັດໃໝ່ໃນອິຕາລີ ໄດ້ຫຼິ້ນທັງ ຢູ 19 ແລະ ຊຸດໃຫຍ່

0
227

ກ່ອນໜ້ານີ້ ຄອນສະຫວັນ ແກ້ວໜູຈັນ ນັກເຕະຊາວລາວ ອະນາຄົດໄກອາຍຸ 18 ປີຈາກສະໂມສອນ ຈັນທະບູລີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ຜ່ານການຄັດເລືອກຈາກສະຖາບັນກີລາບານເຕະ ອີຕາລີ (ສະໂມສອນ ໂຣມ ຊີຕີ້ ເອັສຊີ ຫຼື Rome City SC) ເພື່ອໄປຝຶກຊ້ອມເຕະບານລະດັບອາຊີບ ຢູ່ອີຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກີລາບານເຕະ ຫຼ້າສຸດແມ່ນໄດ້ຕົ້ນສັງກັດໃໝ່ແລ້ວ.

ຫຼ້າສຸດຂ່າວດີ ຄອນສະຫວັນ ແກ້ວຫນູຈັນ ( ແຈັກກີ້ ) ກອງກາງທີມຊາດລາວU23 ໄດ້ຜ່ານການຄັດເລືອກ ແລະ ເຊັນສັນຍາ ເປັນນັກກິລາ U19 ແລະ ຊຸດໃຫຍ່ ຂອງ ສະໂມສອນ Tor di Quintoຢູ່ອີຕາລີ ເປັນທີ່ຮຽບຮ້ອຍ.

ສໍາລັບ ຄອນສະຫວັນ (ແຈັກກີ້) ເຄີຍໄປຝຶກຊ້ອມຢູ່ສູນຝຶກກີລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 (ເບິ່ງລາຍລະອຽດນັບແຕ່ມື້ເລີ່ມຫຼິ້ນບານເຕະຈົນເຖິງວັນໄປຫຼິ້ນໃຫ້ກັບສະໂມສອນໃນປະເທດຝຣັ່ງ ແລະ ກຽມໄປອິຕາລີ ຕໍ່ ໄດ້ທີ່ຄລິບລຸ່ມນີ້ )

LEAVE A REPLY

Please enter your comment!
Please enter your name here