ຈີນ ເລັ່ງເກັບຊື້ທັນຍາພືດ ຮັບມືກັບການປ່ຽນແປງດິນຟ້າອາກາດ

54

ສຳນັກຂ່າວຊິນຫົວລາຍງານວ່າ ສຳນັກງານບໍລິຫານອາຫານ ແລະ ປັດໄຈສຳຮອງແຫ່ງຊາດຈີນເປີດເຜີຍວ່າ ຈີນກຳລັງເລັ່ງເກັບຊື້ທັນຍາພືດລະດູໃບໄມ້ຫຼົ່ນ ໂດຍຂະນະນີ້ ບັນດາບໍລິສັດຜູ້ປະກອບການດ້ານກະສິກຳໄດ້ດຳເນີນການເກັບຊື້ທັນຍາພືດແລ້ວປະມານ 40 ລ້ານໂຕນ.

ລາຍງານລະບຸວ່າ ການເກັບຊື້ທັນຍາພືດດັ່ງກ່າວ ດຳເນີນໄປຢ່າງຄຶກຄື້ນ ໂດຍລາຄາທັນຍາພືດຍັງຄົງທີ່, ພ້ອມລະບຸວ່າ ລັດຖະບານທ້ອງຖິ່ນຄວນເອົາໃຈໃສ່ການບໍລິການແກ່ຜູ້ປະກອບການ ແລະ ຊາວກະສິກອນ ພ້ອມທັງເຂັ້ມງວດໃນການປາບປາມການກະທຳຜິດຕໍ່ລະບຽບກົດຫມາຍ ເພ່ືອຮັກສາຍອດສັ່ງຊື້ຂອງຕະຫຼາດຢ່າງຕໍ່ເນື່ອງ, ພ້ອມທັງຄຸ້ມຄອງຜົນປະໂຫຍດຂອງຊາວກະສິກອນ.

ສຳນັກງານບໍລິຫານອາຫານ ແລະ ປັດໄຈສຳຮອງແຫ່ງຊາດຈີນ ຍັງຮຽກຮ້ອງໃຫ້ເອົາໃຈໃສ່ຕິດຕາມລາຄາສິນຄ້າກະສິກຳຢ່າງໃກ້ຊິດ ເຊັ່ນ: ລາຄາເຂົ້າ, ສາລີ ແລະ ຖົ່ວເຫຼືອງ ແລະ ກະກຽມຮັບມືກັບການປ່ຽນແປງດິນຟ້າອາກາດ ໃຫ້ສອດຄ່ອງກັບສະພາບອາກາດແຕ່ລະທ້ອງຖິ່ນ.