ໄຊບູລີ ປະເມີນຜົນການປະຕິບັດວຽກງານຂອງການນໍາເມືອງ ຈໍານວນ 4 ທ່ານ

60

ທຸກວັນນີ້ ບຸກຄົນທີ່ຖືກຮັບເລືອກມາເປັນຜູ້ນຳ ຫຼັງຈາກປະຕິບັດໜ້າທີ່ໄປໄລຍະໜຶ່ງ ກໍ່ຕ້ອງໄດ້ປະເມີນຄວາມຄິດເຫັນຂອງພະນັກງານກ່ຽວກັບຜົນງານການເຮັດວຽກບໍລິຫານວ່າມີຄວາມເພິ່ງພໍໃຈລະດັບໃດ ສຳລັບເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ທຳການປະເມີນພະນັກງານການນຳ 4 ່ທານໃນຕອນເຊົ້າຂອງວັນທີ 10 ພະຈິກຜ່ານມາ.

ກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງການນໍາເມືອງໄຊບູລີ ໃນໄລຍະ 1 ປີ ຜ່ານມາຈໍານວນ 4 ທ່ານປະກອບມີ ທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ໄຊບູລີ, ທ່ານ ຄາລາໂຊ ຫຼຸຍບົວທອງ ຮອງເລຂາພັກເມືອງ ຜູ້ຊີ້ນໍາ ວຽກງານການເມືອງ ແນວຄິດພັກ-ພະນັກງານ, ທ່ານ ນາງ ຈັນສະໝອນ ອິນທິລາດ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ, ທ່ານ ສຸລິວົງ ສີວໍລະວົງ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ.

May be an image of 6 people, people studying and table

ກອງປະຊຸມປະເມີນຜົນການເຮັດວຽກໃນຄັ້ງນີ້ ໂດຍພາຍໃຕ້ການເປັນປະທານນໍາພາດໍາເນີນກອງປະຊຸມ ແລະ ໂອ້ລົມຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດພັກ-ພະນັກງານ. ເຂົ້າຮ່ວມມີ ບັນດາ ທ່ານ ໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະປະເມີນຂັ້ນແຂວງ, ຫົວໜ້າຫ້ອງການ ອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 29 ທ່ານ.

ຕາມການລາຍງານ ຜົນການຈັດຕັ້ງປະຕິບັດການປະເມີນຜົນວຽກງານຂອງພະນັກງານລັດຖະກອນຈາກຫ້ອງການພາຍໃນເມືອງໄຊບູລີປະຈໍາປີ 2023ໃຫ້ຮູ້ວ່າ: ທົ່ວເມືອງໄຊບູລີ ມີພະນັກງານທັງໝົດ 762 ຄົນ, ຍິງ 489 ຄົນ. ຜູ້ທີ່ມີເງືອນໄຂໃນການປະເມີນ ມີທັງໝົດ 312 ຄົນ, ຍິງ 160 ຄົນ, ຜູ້ທີ່ບໍ່ໄດ້ຮັບການປະເມີນໂດຍບໍ່ມີເຫດຜົນຈໍານວນ 2 ຄົນ, ຍິງ 1 ຄົນ, ຜູ້ທີ່ບໍ່ໄດ້ຮັບການປະເມີນໂດຍມີເຫດຜົນ 6 ຄົນ, ໃນການປະເມີນແຕ່ລະຄັ້ງ ແມ່ນໄດ້ຈັດກອງປະຊຸມ, ຜ່ານຮ່າງສໍາຫຼວດ ແລະ ໃຫ້ຄະແນນຂອງແຕ່ລະພາກສ່ວນ.

May be an image of 9 people, people studying and text

ມາຮອດປະຈຸບັນນີ້ສໍາເລັດແລ້ວ ສາມາດສະຫຼຸບການປະເມີນໄດ້ດັ່ງນີ້. ດີຫຼາຍ 49 ຄົນ, ຍິງ 19 ຄົນ. ດີ 228 ຄົນ, ຍິງ117 ຄົນ, ກາງ 45 ຄົນ, ຍິງ 24 ຄົນ, ອ່ອນ ແລະ ອ່ອນຫຼາຍບໍ່ມີ. ນອກຈາກນີ້ ກອງປະຊຸມກໍ່ຍັງໄດ້ຮັບຟັງການ ຜ່ານບົດສະຫຼຸບວຽກງານການຊີ້ນໍາໆພາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ທິດທາງແຜນການຕໍ່ໜ້າໂດຍສັງເຂບ.ຮັບຟັງການແນະນໍາກ່ຽວກັບການໃຫ້ຄະແນນຈາກພະແນກພາຍໃນແຂວງ ແລະ ການມີຄໍາເຫັນຂອງປະທານກອງປະຊຸມໃນການໃຫ້ ທິດຊີ້ນໍາການປະເມີນຜົນຂອງກອງປະຊຸມ. ການນໍາເມືອງທັງ 4 ທ່ານ ກໍ່ໄດ້ ຜັດປ່ຽນກັນ ຜ່ານບົດເກັບກ່ຽວການປະຕິບັດວຽກງານຂອງຕົນໃນໄລຍະ 1 ປີ ຜ່ານມາ ເຊິ່ງເຫັນໄດ້ວ່າ ແຕ່ລະທ່ານມີຜົນງານຫຼາຍດ້ານ ບໍ່ວ່າຈະເປັນ ດ້ານການກໍານົດນະໂຍບາຍ,ດ້ານການບໍລິຫານວຽກງານ, ດ້ານການຄຸ້ມຄອງງົບປະມານ ແລະ ການຄຸ້ມຄອງພະນັກງານ.

May be an image of 11 people and people studying

ແຕ່ກໍ່ຍັງເຫັນໄດ້ເຖິງ ຈຸດອ່ອນ ແລະ ຂໍ້ຄົງຄ້າງ ອີກຈໍານວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ ປັງປຸງ ແລະ ແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ . ຈາກນັ້ນ ບັນດາ ທ່ານທີ່ເຂົ້າຮ່ວມການປະເມີນ ກໍ່ໄດ້ມີການປະກອບຄໍາຄິດ ຄໍາເຫັນ ອັນລວມ ແລະ ອັນສະເພາະ ຕໍ່ກັບບົດເກັບກ່ຽວຜົນງານຂອງແຕ່ລະທ່ານເຊິ່ງມີທັງໝົດ 16 ປະເດັນ ທີ່ການນໍາເມືອງຈະໄດ້ເອົາໃຈໃສ່ສືບຕໍ່ ປັບປຸງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.