ການຮ່ວມມືອາຊຽນ ແລະ ສະພາຮ່ວມມືເຂດອ່າວເປີເຊຍ

37

ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າໃນເດືອນຕຸລາຜ່ານມາ ໄດ້ມີເຫດການປະຫວັດສາດຂອງໂລກເກີດຂຶ້ນ ເຊິ່ງຖືວ່າເປັນຂີດໝາຍໃໝ່ໃຫ້ແກ່ການຮ່ວມມືທາງດ້ານການເມືອງເສດຖະກິດໃນພາກພື້ນມະຫາສະໝຸດອິນເດຍ – ປາຊີຟິກ ໂດຍຈະກາຍເປັນຂົງເຂດທີ່ມີອຳນາດຕໍ່ລອງສູງກັບບັນດາກຸ່ມການເມືອງ – ເສດຖະກິດອື່ນໆໃນໂລກເປັນການປັບປ່ຽນພູມສາດການເມືອງຂອງໂລກ.

ຜູ້ຂຽນຂໍນຳເອົາບົດວິເຄາະຈາກ VOVWORLD ພາຍໃຕ້ຫົວຂໍ້: “ ກາລະໂອກາດຍົກສູງການຮ່ວມມືລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາຮ່ວມມືເຂດອ່າວເປີເຊຍ.. ” ສະບັບອອນລາຍລົງວັນທີ 5 ພະຈິກ 2023 ສະເໜີຕໍ່ບັນດາທ່ານດັ່ງນີ້:

ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ແລະ ສະພາຮ່ວມມືເຂດອ່າວເປີເຊຍ ( GCC ) ໄດ້ຈັດກອງປະຊຸມສຸດຍອດຄັ້ງທໍາອິດ ໃນວັນທີ 20 ຕຸລາຜ່ານມາ ຢູ່ປະເທດອາຣັບບີ ຊາອຸດິດ.

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ເຫດການນີ້ໄດ້ເປີດໄລຍະແຫ່ງການຮ່ວມມືໃໝ່ເຕັມໄປດ້ວຍຄວາມສາມາດບົ່ມຊອນຫຼາຍຢ່າງລະ ຫວ່າງ ອາຊຽນ ແລະ GCC, ນັບແຕ່ດ້ານການຄ້າ, ພະລັງງານຕະຫຼອດຮອດພູມສາດການເມືອງ.

ການນໍາຂັ້ນສູງ 10 ປະເທດອາຊຽນ ແລະ 6 ປະເທດຂຶ້ນກັບ GCC, ເຊິ່ງລວມມີ: ອາຣັບບີ ຊາອຸດິດ, ກູເວດ, ສະຫະລັດອາຣັບ ເອເມເລັດ ( UAE ), ໂອມານ, ກາຕາ ແລະ ບາເຣນ ໄດ້ຈັດກອງປະຊຸມສຸດຍອດ ໃນວັນທີ 20 ຕຸລາ ຢູ່ນະຄອນ Riyadh ຂອງ ອາຣັບບີ ຊາອຸດິດ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດ, ສ້າງໄລຍະໃໝ່ໃນການພົວພັນລະ ຫວ່າງສອງອົງການນັບມື້ມີອິດທິພົນໃຫຍ່ຢູ່ພາກພື້ນມະຫາສະໝຸດອິນເດຍ – ປາຊີຟິກ.

ການພົວພັນການເມືອງພວມຢູ່ໃນໄລຍະດີທີ່ສຸດ

ອາຊຽນ ແລະ GCC ສ້າງຕັ້ງການພົວພັນຢ່າງເປັນທາງການໃນປີ 1990 ແຕ່ຍັງບໍ່ເຄີຍໄດ້ຈັດກອງປະຊຸມສຸດຍອດຮ່ວມກັນເທື່ອ ເພື່ອອະທິບາຍໃຫ້ສິ່ງດັ່ງກ່າວ, ນັກຊ່ຽວຊານ Sharon Seah, ມາຈາກສູນຄົ້ນຄວ້າອາຊຽນ ຂຶ້ນກັບສະຖາບັນ ISEAS – Yusof Ishak, ຖືວ່າໃນປະຫວັດສາດແຫ່ງການສ້າງຕັ້ງຂອງອົງການສາກົນ, ບັນດາທົດສະວັດທໍາອິດແມ່ນເປັນເວລາເພື່ອສຸມໃສ່ຮັດແໜ້ນການພົວພັນ ລະຫວ່າງ ບັນດາປະເທດສະມາຊິກຫຼັກແຫຼ່ງໃນອົງການ. ດັ່ງນັ້ນ, ໃນສະພາບການຜັນແປຢ່າງແຮງຢູ່ເຂດຕາເວັນອອກກາງ ແລະ ເຂດອ່າວເປີເຊຍ ໃນທ້າຍສະຕະວັດທີ 20 ແລະ ຕົ້ນສະຕະວັດທີ 21, GCC ໄດ້ຮັບການສ້າງຕັ້ງໃນປີ 1981, ຕ້ອງສະຫງວນບຸລິມະສິດໃຫ້ແກ່ການພົວພັນພາຍໃນກຸ່ມ.

ນັກຊ່ຽວຊານ Jean Loup Samaan ມາຈາກສະຖາບັນຕາເວັນອອກກາງ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດສິງກະໂປ ( NUS ) ກໍໄດ້ຕີລາຄາວ່າໃນຫຼາຍປີຜ່ານມາ, ການພົວພັນລະຫວ່າງ ອາຊຽນ ແລະ GCC ຍັງຈໍາກັດຢູ່, ສ່ວນຫຼາຍແມ່ນສຸມໃສ່ການແລກປ່ຽນວັດທະນະທໍາ. ທ່ານຖືວ່າທັງສອງຝ່າຍລ້ວນແຕ່ຍັງບໍ່ທັນມີຄວາມຕັ້ງໃຈຕໍ່ການພົວພັນນີ້ເທົ່າທີ່ຄວນ, ເຖິງວ່າທັງສອງຝ່າຍຈະບໍ່ມີຄວາມບໍ່ລົງລອຍກັນໃຫຍ່ ໃນໄລຍະຈະມາເຖິງ.

ແຕ່ເຖິງຢ່າງໃດກໍຕາມ, ດ້ວຍການເພີ່ມທະວີລະດັບຜົນສະທ້ອນຂອງອາຊຽນ ແລະ GCC ຢູ່ພາກພື້ນມະຫາສະໝຸດ ອິນເດຍ – ປາຊີຟິກ, ລັກສະນະຂອງການພົວພັນ ອາຊຽນ – GCC ກໍມີການປ່ຽນແປງ, ການພົວພັນການເມືອງ ລະຫວ່າງສອງກຸ່ມພວມເພີ່ມ ຄວາມໄວໃນກວ່າ 1 ທົດສະວັດຜ່ານມາ. ແຕ່ປີ 2009, ສອງຝ່າຍໄດ້ຈັດບັນດາການພົບປະ ປະຈໍາປີຂັ້ນລັດຖະມົນຕີ ແລະ ຢູ່ບັນດາກອງປະຊຸມຂອງ ສປຊ ປະຈໍາປີ ຢູ່ນິວຢອກ ( ປະເທດອາເມຣິກາ ), ບັນດາລັດຖະມົນຕີອາຊຽນ ແລະ GCC ກໍໄດ້ຈັດກອງປະຊຸມຮ່ວມ.

ເປັນໜ້າສົນໃຈແມ່ນ, ປັດຈຸບັນທັງ 6 ປະເທດສະມາຊິກ GCC ລ້ວນແຕ່ໄດ້ລົງນາມໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຂອງອາຊຽນ, ຫຼ້າສຸດແມ່ນ ກູເວດ ໃນເດືອນກັນຍາຜ່ານມາ. ນີ້ແມ່ນກົນໄກໂອ້ລົມສົນທະນາສັນຕິພາບ ໂດຍອາຊຽນໄດ້ສ້າງຂຶ້ນແຕ່ປີ 1976 ເພື່ອຜ່ານນັ້ນ ກໍຄ່ອຍໆຍົກລະດັບການຮ່ວມມື, ເບື້ອງຕົ້ນແມ່ນພາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫຼັງຈາກນັ້ນແມ່ນອອກສູ່ໂລກ. ຕາມນັກຊ່ຽວຊານ Jean Loup Samaan ແລ້ວ, ປັດຈຸບັນການພົວພັນທາງດ້ານການເມືອງລະຫວ່າງ ອາຊຽນ ແລະ GCC ພວມຢູ່ໃນໄລຍະດີທີ່ສຸດ, ສອງຝ່າຍລ້ວນແຕ່ເພີ່ມທະວີກໍາລັງພາຍໃນ ແລະ ມີ ຄວາມໝັ້ນໃຈທີ່ຈະອອກສູ່ພາຍນອກ.

ຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຮູບຫຼາຍແບບ

ເຖິງວ່າການພົວພັນດ້ານການເມືອງ ແມ່ນກໍາລັງໜູນເພື່ອໃຫ້ ອາຊຽນ ແລະ GCC ຍົກລະດັບການພົວພັນສອງຝ່າຍ ແຕ່ເສດຖະກິດໄດ້ຮັບຖືວ່າແມ່ນເສົາຄໍ້າຕົ້ນຕໍໃນການຮ່ວມມື ອາຊຽນ GCC ໃນຊຸມປີຕໍ່ໆໄປ. ທ່ານສາດສະດາຈານ Joseph Liow ຈາກມະຫາວິທະຍາໄລເຕັກໂນໂລຊີ Nanyang ( ປະເທດສິງກະໂປ ) ໄດ້ໃຫ້ຂໍ້ສັງເກດວ່າ: ການຄ້າ, ພະລັງງານ ແລະ ເສດຖະກິດຈະແມ່ນ 3 ທິດຮ່ວມມື ໂດຍບັນດາປະເທດ ອາຊຽນ ແລະ GCC ມີຄວາມສົນໃຈທີ່ສຸດ.

ນັກຊ່ຽວຊານ Sharon Seah, ມາຈາກສູນຄົ້ນຄວ້າອາຊຽນ ຂຶ້ນກັບສະຖາບັນ ISEAS – Yusof Ishak ໄດ້ຖືວ່າ: ອາຊຽນ ແລະ GCC ຈະສ້າງແຜນການເຄື່ອນໄຫວລວມໃຫ້ແກ່ 4 – 5 ປີຈະມາເຖິງໂດຍໄວ, ໃນນັ້ນ ສຸມໃສ່ການຮ່ວມມືໃນບາງຂົງເຂດ ຄື: ການປະສານສົມທົບດ້ານລາຄາ ແລະ ລະບົບການສະໜອງພະລັງງານ, ແລກປ່ຽນເຕັກໂນໂລຊີ ກາກບອນຕໍ່າ, ການຮ່ວມມືການເງິນ – ທະນາຄານ ຫຼື ຫັນການຢັ້ງຢືນອາຫານ Halal ເປັນມາດຖານ, ທ່ານ ນາງ Sharon Seah ຄາດຄະເນຈະມີການເຕີບໂຕ ກ່ຽວກັບດ້ານການຄ້າລະຫວ່າງສອງຝ່າຍໃນຊຸມປີຈະມາເຖິງ.

ໄປຄຽງຄູ່ກັບພະລັງງານ ແລະ ການຄ້າ, ນັກຊ່ຽວຊານບາງທ່ານ ກໍໃຫ້ຂໍ້ສັງເກດວ່າ: ອາຊຽນ ແລະ GCC ຈະຍົກລະດັບບັນດາການໂອ້ລົມສົນທະນາດ້ານການເມືອງ, ຍ້ອນສອງຝ່າຍມີບັນດາຄວາມສົນໃຈລວມກ່ຽວກັບ ສະພາບການສາກົນໃນປັດຈຸບັນ, ນັກຊ່ຽວຊານ Mohammed Al – Sulami, ປະທານສະຖາບັນຄົ້ນຄວ້າສາກົນ ກ່ຽວກັບອີຣານ ( Rasanah ) ຕັ້ງຢູ່ Riyadh ໄດ້ຕີລາຄາເລື່ອງເພີ່ມທະວີການພົວພັນກັບອາຊຽນ ແມ່ນວິທີການເພື່ອໃຫ້ GCC ຊອກຫາສຽງເວົ້າລວມ ເພື່ອແນໃສ່ຫຼຸດຜ່ອນຄວາມກົດດັນດ້ານພູມສາດການເມືອງ ໃນຂະນະທີ່ຕິດຂັດລະຫວ່າງການແກ່ງແຍ່ງຂອງບັນດາປະເທດມະຫາອໍານາດ.

ໂດຍລວມແລ້ວ, ບັນດານັກຊ່ຽວຊານລ້ວນແຕ່ຖືວ່າ: ກອງປະຊຸມສຸດຍອດຄັ້ງທໍາອິດລະຫວ່າງ ອາຊຽນ ແລະ GCC ແມ່ນຂີດໝາຍປະຫວັດສາດ, ສ່ອງແສງຄວາມມຸ່ງມາດປາດຖະໜາໃນການຫັນບັນດາ ຄວາມສາມາດບົ່ມຊ້ອນຮ່ວມມືທີ່ໃຫຍ່ຫຼວງ ແຕ່ຍັງບໍ່ທັນໄດ້ປະຕິບັດລະຫວ່າງສອງກຸ່ມໃຫ້ປາກົດຜົນເປັນຈິງ, ພ້ອມທັງກໍຖືວ່າທັງອາຊຽນ ແລະ GCC ລ້ວນແຕ່ພວມຢາກຊອກຫາ ຄວາມເປັນຫຼາຍຮູບຫຼາຍແບບ ແລະ ເປັນເຈົ້າຕົນເອງໃນນະໂຍບາຍພົວພັນຕ່າງປະເທດ…

ການຮ່ວມມືນີ້ຈະເຮັດໃຫ້ພູມີລັດຖະະສາດຂອງໂລກມີການປ່ຽນແປງທີ່ດີຂຶ້ນ.