ຂົນສົ່ງລົດ ໜຶ່ງພາລະກິດສຳຄັນຂອງລົດໄຟລາວ-ຈີນໃນວຽກງານຮັບໃຊ້ລັດຖະບານ

132

ໃນລະຫວ່າງວັນທີ 7 ຫາ 10 ພະຈິກ 2023 ນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 56 ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 29 ແລະກອງປະຊຸມປິ່ນອ້ອມຂຶ້ນ ທີ່ນະຄອນຫຼວງພະບາງ. ບໍລິສັດທາງລົດໄຟລາວ-ຈີນ ໄດ້ປະກອບສ່ວນໃນການຂົນສົ່ງພາຫະນະລັດຖະການຮັບໃຊ້ການນໍາຈາກນະຄອນຫຼວງວຽງຈັນໄປເຖິງຫຼວງພະບາງ ດ້ວຍລົດໄຟຂົນສົ່ງສິນຄ້າ ຕາມທີ່ລັດຖະບານລາວໄດ້ມອບໝາຍໄດ້ຢ່າງປອດໄພ ແລະ ປະສົບຜົນສຳເລັດ.

May be an image of jeep and car

ຍານພາຫະນະລັດຖະການທີ່ຂົນສົ່ງເຂົ້າໃນຄັ້ງນີ້ປະກອບມີລົດເກງ 17 ຄັນ ແລະ ລົດຈັກຕຳຫຼວດ 16 ຄັນ. ໃນການຂົນສົ່ງພາຫະນະໃນຄັ້ງນີ້ແມ່ນມີຄວາມທ້າທາຍຕໍ່ບໍລິສັດທາງລົດໄຟພໍສົມຄວນ, ເນື່ອງຈາກເປັນຄັ້ງທໍາອິດທີ່ໄດ້ມີການຂົນສົ່ງຍານພາຫະນະຜ່ານທາງລົດໄຟ, ເປັນການຂົນສົ່ງຕ້ອງໃຊ້ເຕັກນິກສະເພາະ ແລະ ອຸປະກອນສະເພາະ ເຊິ່ງຕ້ອງໃຊ້ງົບປະມານສູງ. ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ໃຫ້ພາລະກິດສຳເລັດລຸລ່ວງ ບໍລິສັດໄດ້ປັບແຜນການຂົນສົ່ງສິນຄ້າເປັນການຊົ່ວຄາວພາຍໃນອາທິດນີ້ ແລະພາຍໃນເດືອນນີ້, ສ້າງແຜນການ ແລະ ເຕັກນິກການຂົນສົ່ງຢ່າງລະອຽດຮອບຄອບ, ຈັດຕັ້ງພະນັກງານຊຸດພິເສດເພື່ອຮັບໃຊ້ພາລະກິດການຂົນສົ່ງໃນຄັ້ງນີ້.

No photo description available.

ໃນນັ້ນໄດ້ມີການຈັດຊື້ວັດສະດຸເສີມພິເສດເພື່ອໃຊ້ໃນການຮັດແໜ້ນລົດໃນຕູ້ຄອນເທັນເນີ ເພື່ອຮັບປະກັນມາດຕະຖານຄວາມປອດໄພ, ໄດ້ເອົາໃຈໃສ່ລະມັດລະວັງເປັນພິເສດໃນເວລາຍົກລົດຂຶ້ນຕູ້, ເສີມອຸປະກອນທີ່ຈຳເປັນອື່ນໆ, ກວດກາຢ່າງລະອຽດກ່ອນການຂົນສົ່ງ. ພາຍຫຼັງທີ່ສຳເລັດກອງປະຊຸມແລ້ວ ກໍຈະໄດ້ຂົນສົ່ງກັບມານະຄອນຫຼວງວຽງຈັນດ້ວຍຄວາມປອດໄພ.

May be an image of 4 people, scooter, motorcycle and segway
ບໍລິສັດທາງລົດໄຟລາວ-ຈີນ ໄດ້ກະກຽມຄວາມພ້ອມຫຼາຍຢ່າງ, ຍົກສູງມາດຕະການການຂົນສົ່ງສິນຄ້າ-ໂດຍສານ, ຈັດການຝຶກອົບຮົມພື້ນຖານການບໍລິການລະດັບສາກົນໃຫ້ແກ່ພະນັກງານຈຸໂດຍສານທາງລົດໄຟ, ຈັດການຝຶກຊ້ອມຮັບມືເຫດການສຸກເສີນກໍລະນີລົດໄຟມີຄວາມຂັດຂ້ອງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວຈາກຕ່າງປະເທດ ປະກອບສ່ວນຮັບໃຊ້ສົ່ງເສີມການທ່ອງທ່ຽວລາວ, ພ້ອມທັງຍົກລະດັບມາດຕະຖານ ແລະ ຄຸນນະພາບການບໍລິການທາງລົດໄຟໃນດ້ານອື່ນໆໃຫ້ສູງຍິ່ງຂຶ້ນ ທັງໝົດເຫຼົ່ານີ້ກໍເພື່ອກະກຽມຄວາມພ້ອມຕ້ອນຮັບປີທ່ອງທ່ຽວລາວ, ການໝູນວຽນມາຮອດຂອງການເປັນເຈົ້າພາບກອງປະຊຸມອາຊຽນ ແລະ ການເປັນເຈົ້າພາບຈັດກອງປະຊຸມອື່ນໆທີ່ສຳຄັນຂອງລາວໃນປີ 2024.

May be an image of lake