ມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງ ຈະຊ່ວຍໃຫ້ການຮຽນດີຂຶ້ນ

38

ກະຊວງສຶກສາທິການ ແລະ ກີລາ ໄດ້ຮັບຮອງເອົາມາດຕະຖານການສອນຊັ້ນປະຖົມສຶກສາສະບັບປັບປຸງ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ເຊິ່ງໄດ້ກຳນົດຢ່າງຊັດເຈນກ່ຽວກັບລະດັບຄາດໝາຍກ່ຽວກັບການຝຶກຊ້ອມ ເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ວິທີການສອນຂອງຄູສອນຊັ້ນປະຖົມສຶກສາໃຫ້ມີຄຸນນະພາບ ເພື່ອຊ່ວຍໃຫ້ນັກຮຽນບັນລຸຜົນໄດ້ຮັບທາງດ້ານການຮຽນໃຫ້ດີຂຶ້ນ.

ພາຍຫຼັງການປະຕິຮູບຫຼັກສູດການຮຽນ – ການສອນຊັ້ນປະຖົມສຶກສາ ແລະ ການສຳເລັດການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ 1 – ປ 5, ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ກໍໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະ ຕຣາລີ ແລະ ອົງການພັດທະນາສາກົນ ສະຫະລັດອາເມຣິກາ ( USAID ) ໂດຍຜ່ານແຜນງານບີຄວາ. ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍ ກະຊວງສຶກສາທິການ ແລະ ກີລາ.

ໃນວັນທີ 3 ພະຈິກ2023. ປະຈຸບັນ, ກົມສ້າງຄູ ກຳລັງກະກຽມວາງແຜນຈັດກອງປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ ຄາດວ່າໃນລະຫວ່າງເດືອນມັງກອນ 2024 ຈະມີຄະນະນຳຂັ້ນສູງຈາກບັນດາກົມກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ ເພື່ອເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບການເຜີຍແຜ່ ແລະ ການຈັດຕັ້ງປະຕິບັດມາດຕະຖານດັ່ງກ່າວ.

ມາດຕະຖານການສອນຊັ້ນປະຖົມສຶກສາໄດ້ກໍານົດພື້ນຖານທີ່ຊັດເຈນຂອງຄວາມຄາດຫວັງສໍາລັບການປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະຖົມ, ການປະຕິບັດທີ່ດີທີ່ສຸດຂອງສາກົນຊີ້ໃຫ້ເຫັນວ່າ ຄູສອນຊັ້ນປະຖົມຕ້ອງການມາດຕະຖານການສິດສອນທີ່ຊັດເຈນ ທີ່ເຊື່ອມຕໍ່ໂດຍກົງກັບຫຼັກສູດທີ່ເຂົາເຈົ້າຈະສອນ. ມາດຕະຖານສະບັບປັບປຸງນີ້ແມ່ນມີຄວາມເຊື່ອມໂຍງກັນລະຫວ່າງຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ຄວາມຮູ້, ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອສອນຫຼັກສູດສະບັບນີ້ໃຫ້ແກ່ນັກຮຽນທຸກຄົນໄດ້ຢ່າງມີປະສິດທິພາບ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ” ດ້ວຍຫຼັກສູດປະຖົມສຶກສາສະບັບປຸງໃໝ່ທີ່ມີຢູ່ ປັດຈຸບັນໄດ້ມີການສຸມໃສ່ການສະໜັບສະໜູນນະໂຍບາຍ ແລະ ລະບົບການສ້າງຄວາມເຂັ້ມແຂງສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ການປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກລັດຖະບານອົດສະ ຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ. ແຜນງານນີ້ແມ່ນເປັນແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງບັນດາກົມທີ່ກ່ຽວຂ້ອງຂອງ ສສກ, ຄະນະປະຕິບັດງານດ້ານວິຊາການມາດຕະຖານການສອນຊັ້ນປະຖົມສຶກສາ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2022 ແມ່ນລວມມີຜູ້ຕາງໜ້າຈາກກົມສ້າງຄູ, ກົມສາມັນສຶກສາ, ກົມປະກັນຄຸນນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ ແລະ ວິທະຍາໄລຄູ 8 ແຫ່ງ ”.

ມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງນີ້ ລວມມີ 4 ຂີດຄວາມສາມາດຫຼັກ ທີ່ຄູສອນຄວນສະແດງໃຫ້ເຫັນໃນສາມລະດັບຄວາມຊຳນານ.

ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ” ມາດຕະຖານດັ່ງກ່າວ ແມ່ນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຂອງຄູ ແລະ ເພື່ອຮັບປະກັນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດເໝາະກັບຄູສອນຊັ້ນປະຖົມສຶກສາ “.

ມາດຕະຖານການສອນຊັ້ນປະຖົມສຶກສາ ຈະຖືກນໍາໃຊ້ໃນຫຼາຍດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ( CPD ), ຈະຊ່ວຍໃຫ້ຄໍາແນະນໍາທີ່ຊັດເຈນສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນເພື່ອໃຫ້ສອດຄ່ອງກັບຄວາມຮູ້, ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອປັບປຸງຜົນການຮຽນຂອງນັກຮຽນ. ຄູສອນຈະສາມາດນໍາໃຊ້ມາດຕະຖານດັ່ງກ່າວເພື່ອສະໜັບສະໜູນການພັດທະນາວິຊາຊີບຂອງຕົນເອງ ເພາະວ່າເຂົາເຈົ້າມີສ່ວນຮ່ວມໃນການປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ( CPD ) ຂອງເຂົາເຈົ້າ.

ມາດຕະຖານການສອນຊັ້ນປະຖົມສຶກສາ ຍັງຈະເປັນຊັບພະຍາກອນທີ່ສໍາຄັນສໍາລັບ ການຮັບປະກັນຄຸນນະພາບຂອງຄູທີ່ຮຽນຈົບໃໝ່. ວິທະຍາໄລຄູຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດຕະຖານດັ່ງກ່າວເພື່ອປະເມີນການປະຕິບັດຂອງນັກຮຽນພວກເຂົາ ແລະ ກໍານົດວ່າພວກເຂົາເຈົ້າມີລະດັບ ຄວາມຊຳນານລະບຸໄວ້ໃນມາດຕະຖານໃນເວລາຮຽນຈົບ ແລະ ກາຍເປັນຄູ. ມາດຕະຖານດັ່ງກ່າວ ຍັງສອດຄ່ອງ ໃນຂະບວນການປະເມີນອື່ນໆອີກ ເຊັ່ນ: ການປະເມີນຜົນການປະຕິບັດໜ້າທີ່ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາການຄູສອນວິຊາການ.