ຣັດເຊຍ ຈັບມື DP World ຂອງດູໄບ ເພື່ອພັດທະນາການຂົນສົ່ງຕູ້ຄອນເທນເນີ ເຂດອາກຕິກ

55

ເວບໄຊ infobrics.org ລາຍງານ ເມື່ອວັນທີ 8 ພະຈິກນີ້ວ່າ: ການຮ່ວມທຶນກັບບໍລິສັດໂລຈິສຕິກ DP World ຖືເປັນສັນຍານຫຼ້າສຸດທີ່ສະແດງວ່າຣັດເຊຍ ກຳລັງແນມຫາພັນທະມິດລາຍໃໝ່ ເພື່ອຍູ້ດັນການພັດທະນາເສັ້ນທາງເດີນເຮືອໃນເຂດອາກຕິກ, ໃນຂະນະດຽວກັນ ການຄາດການໃໝ່ ກໍຊີ້ໃຫ້ເຫັນວ່າການຂວໍ້າບາດຂອງຊາດຕາເວັນຕົກ ອາດສົ່ງຜົນເສຍຕໍ່ປະລິມານການຂົນສົ່ງໃນເສັ້ນທາງທະເລເໜືອ.

Rosatom ຂອງຣັດເຊຍ ແລະ DP World ຂອງດູໄບ ໜຶ່ງໃນບໍລິສັດໂລຈິສຕິກລາຍໃຫຍ່ທີ່ສຸດຂອງໂລກ ໄດ້ລົງນາມຈັດຕັ້ງບໍລິສັດຮ່ວມທຶນ ເພື່ອພັດທະນາການຂົນສົ່ງຕູ້ຄອນເທນເນີ ຕາມເສັ້ນທາງທະເລເໜືອ ( NSR ). DP World ດຳເນີນງານທ່າທຽບເຮືອຕູ້ຄອນເທນເນີ ຫຼາຍກວ່າ 80 ແຫ່ງ ໃນ 40 ປະເທດ ເຊິ່ງຄິດເປັນ 10% ຂອງການຂົນສົ່ງຕູ້ຄອນເທນເນີທົ່ວໂລກ.

ພາຍໃຕ້ຂໍ້ຕົກລົງຫຼ້າສຸດ, ບໍລິສັດສາຂາດ້ານການຂົນສົ່ງສິນຄ້າຂອງ Rosatom ຈະມີຫຸ້ນປະມານ 51% ຂອງບໍລິສັດໃໝ່ຄື “ International Container Logistics ”, ໃນຂະນະທີ່ DP World ຈະຖືຫຸ້ນທີ່ເຫຼືອ 49%. ຂະນະທີ່ກຳນົດການບໍລິການຂົນສົ່ງຕູ້ຄອນເທນເນີຄັ້ງທໍາອິດ ຈະເລີ່ມໃນມໍ່ໆນີ້ ເຊິ່ງຈະມີບໍລິສັດ NewNew Shipping Line ຂອງຈີນ ເຮັດໜ້າທີ່ຈັດສົ່ງເຮືອ ຈໍານວນ 6 ລໍາ ຕະຫຼອດເສັ້ນທາງ.

ເສັ້ນທາງເດີນເຮືອດັ່ງກ່າວ, ມີປະລິມານການຂົນສົ່ງເພີ່ມຂຶ້ນ 10 ເທົ່າ ໃນໄລຍະທົດສະວັດທີ່ຜ່ານມາ ໂດຍຢູ່ທີ່ 34 ລ້ານໂຕນໃນປີ 2022 ເຊິ່ງປັດຈຸບັນແຜນພັດທະນາ NSR ຄາດວ່າຈະມີປະລິມານລວມ 80 ລ້ານໂຕນ ໃນປີ 2024 ແລະ 150 ລ້ານໂຕ ໃນປີ 2030.