ຂັ້ນຕອນການວາງແຜນກະສຽນ ( ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ )

27

ຂັ້ນຕອນໃນການວາງແຜນກະສຽນນັ້ນແມ່ນປະກອບມີ 4 ຂັ້ນຕອນ ເຊິ່ງຜ່ານມາແມ່ນໄດ້ນຳສະເໜີຂັ້ນຕອນທຳອິດ ແລະ ຂັ້ນຕອນທີສອງກ່ຽວກັບ ການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ ແລະ  ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນໄປແລ້ວ. ມາໃນອາທິດນີ້ເຮົາຈະມາກ່າວເຖິງຂັ້ນຕອນທີ່ສາມເຊິ່ງກໍຄື ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ.

ສໍາລັບເຄື່ອງມືທີ່ສາມາດນໍາໃຊ້ໃນການລົງທຶນ ເພື່ອບັນລຸເປົ້າໝາຍ ແລະ ຈຳນວນເງິນທີ່ຕ້ອງມີ ເພື່ອນຳໃຊ້ຫຼັງກະສຽນນັ້ນ ຈະໄດ້ແບ່ງອອກເປັນ 2 ຮູບການລົງທຶນ ຄື: ຮູບການລົງທຶນທາງກົງ ແລະ ຮູບການລົງທຶນທາງອ້ອມ.

ຮູບການລົງທຶນທາງກົງ ແມ່ນການລົງທຶນໂດຍຜູ້ລົງທຶນເອງໃນບັນດາເຄື່ອງມືທາງການເງິນ ເຊິ່ງຜູ້ລົງທຶນຕ້ອງໄດ້ເປັນຜູ້ພິຈາລະນາ, ຄຸ້ມຄອງ ແລະ ຕັດສິນການຈັດສັນລົງທຶນດ້ວຍຕົນເອງ ເຊິ່ງການລົງທຶນທາງກົງນັ້ນ ປະກອບດ້ວຍ 5 ຮູບແບບ ຄື:

  1. ເງິນຝາກທະນາຄານ: ເງິນຝາກທະນາຄານແມ່ນວິທີການທ້ອນເງິນ ແລະ ການລົງທຶນທີ່ງ່າຍ ໂດຍທົ່ວໄປຄົນສ່ວນໃຫຍ່ນິຍົມຝາກເງິນໄວ້ທີ່ທະນາຄານ, ໃນນັ້ນເງິນຝາກມີຫຼາຍປະເພດ ເຊິ່ງອາດຈະເຮັດໃຫ້ທ່ານຝາກເງິນ ບໍ່ກົງກັບເປົ້າໝາຍ ແລະ ອາດຈະເສຍຜົນປະໂຫຍດທີ່ທ່ານຄວນຈະໄດ້ຮັບ.

ເງິນຝາກປະຢັດ ແມ່ນເຮົາໃຊ້ເພື່ອຮອງຮັບໃນການໃຊ້ຈ່າຍໃນຊີວິດປະຈໍາວັນ ແລະ ທຸກຄັ້ງພະນັກງານທະນາຄານມັກຈະແນະນຳໃຫ້ເຮັດບັດເອເລັກໂຕຣນິກຄວບຄູ່ກັນໄປເພື່ອຄວາມສະດວກໃນການຖອນ. ສະນັ້ນ, ອັດຕາດອກເບ້ຍຂອງເງິນຝາກປະເພດນີ້ຈະຕໍ່າທີ່ສຸດ.

ເງິນຝາກປະຈຳແມ່ນການຝາກເງິນກັບທະນາຄານໃນໄລຍະເວລາໃດໜຶ່ງທີ່ແນ່ນອນ ເຊິ່ງບໍ່ສາມາດຖອນໄປໃຊ້ໄດ້ກ່ອນເຖິງກໍານົດ, ແຕ່ໃນທາງປະຕິບັດແມ່ນຖອນມາໃຊ້ໄດ້ແຕ່ທ່ານຈະບໍ່ໄດ້ຮັບດອກເບ້ຍ ຫຼື ທ່ານອາດຈະຖືກປັບໃໝຕາມລະບຽບຂອງແຕ່ລະທະນາຄານ, ການຝາກເງິນປະຈຳໂດຍທົ່ວໄປມີຢູ່ສອງລັກສະນະຄື: ຮັບດອກເບ້ຍເມື່ອຄົບກໍານົດ ແລະ ຮັບດອກເບ້ຍລ່ວງໜ້າ.

ປັດຈຸບັນເງິນຝາກທີ່ເໝາະສົມກັບການວາງແຜນກະສຽນໄດ້ມີເພື່ອຕອບສະໜອງໃຫ້ແກ່ທ່ານແລ້ວ ຄື: ເງິນຝາກສະສົມບຳນານເປັນບັນຊີທີ່ສາມາດຝາກເງິນໄດ້ຕະຫຼອດເວລາ ບໍ່ຈຳກັດຈຳນວນຄັ້ງ ແລະ ວົງເງິນ ເຊິ່ງໄດ້ຮັບດອກເບ້ຍສູງກວ່າເງິນຝາກປະຢັດທົ່ວໄປ.

  1. ອະສັງຫາລິມະຊັບ: ກ່ອນອື່ນໝົດຕ້ອງບອກເລີຍວ່າການລົງທຶນທຸກຢ່າງລ້ວນແລ້ວແຕ່ມີຄວາມສ່ຽງ ບໍ່ວ່າຈະເປັນຮຸ້ນ, ຄຳ, ພັນທະບັດ, ເງິນຝາກ ແລະ ອື່ນໆ. ຖ້າຄິດອີກໃນແງ່ມຸມໜຶ່ງແລ້ວ ການຊື້ອະສັງຫາລິມະຊັບກໍເປັນການລົງທຶນອີກຢ່າງໜຶ່ງ. ອະສັງຫາລິມະຊັບ ເປັນການລົງທຶນທີ່ຄົນສ່ວນໃຫຍ່ເບິ່ງວ່າຄົນຮັ່ງມີ ຫຼື ຄົນມີເງິນເທົ່ານັ້ນທີ່ສາມາດເຮັດໄດ້ ເພາະວ່າອະສັງຫາລິມະຊັບເປັນຊັບສິນທີ່ມີມູນຄ່າສູງ ການລົງທຶນຕ້ອງໃຊ້ເງິນເປັນຈຳນວນຫຼາຍ ແລະ ຍັງຕ້ອງມີເລື່ອງຂອງກົດໝາຍເຂົ້າມາກ່ຽວຂ້ອງ.

ການລົງທຶນໃນອະສັງຫາລິມະຊັບແມ່ນມີຫຼາຍຊ່ອງທາງໃຫ້ທ່ານໄດ້ລົງທຶນ ເຊັ່ນ: ການຊື້ຂາຍທົ່ວໄປ, ການໃຫ້ເຊົ່າ ແລະ ການເປັນນາຍໜ້າຊື້ – ຂາຍ ຫຼື ໃຫ້ເຊົ່າ ( ສຳລັບຮູບແບບການລົງທຶນທີ່ຍັງເຫຼືອແມ່ນເຮົາຈະໄດ້ນຳສະເໜີໃນອາທິດຖັດໄປ ).