ຕຳແຈ່ວໂອດບອນ ບ່າຍເຂົ້າໜຽວຮ້ອນໆ

73

ໂອດບອນ ເປັນເມນູທີ່ຫຼາຍຄົນມັກກິນ ແຕ່ຂັ້ນຕອນເຮັດກວ່າຈະມາເປັນໂອດໄດ້ນັ້ນແມ່ນມີຫຼາຍຂັ້ນຕອນ ແຕ່ໂອດທີ່ເຮັດສຳເລັດແລ້ວກໍມີຂາຍຢູ່ຕະຫຼາດບຶງທາດຫຼວງໃນແຕ່ລະມື້ ແລະ ຕະຫຼາດກະສິກຳໄອເຕັກ ໃນແຕ່ລະວັນພຸດ ແລະ ວັນເສົາ ເຊິ່ງເຮົາຊື້ໂອດເອົາມາຕຳແຈ່ວເອງໄດ້.

▶ ວັດຖຸດິບ: ໂອດ, ຫົວ ຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ຫົວຂ່າ, ຫົວສີໃຄ, ຫອມປ້ອມ, ຫອມບົ່ວ.

▶ວິທີເຮັດ: ດັງໄຟຈີ່ໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ສ່ວນຫົວສີໃຄ ແລະ ຫົວຂ່າ ອາດຈະຈີ່ໄຟເລັກໜ້ອຍ ຖ້າໃສ່ດິບກໍໄດ້. ຈາກນັ້ນມາຊອຍທຸກຢ່າງຕຳໃຫ້ ລະອຽດ ພ້ອມເກືອເລັກໜ້ອຍ ເພາະໂອດມີລົດຊາດເຄັມແລ້ວ, ແປ້ງນົວ ເມື່ອລະອຽດແລ້ວໃຫ້ຊອຍ ຫຼື ຕັດໂອດເປັນເສັ້ນສັ້ນໆ ( ຖ້າຢາກໃຫ້ໂອດຫອມ ໃຫ້ເອົາໂອດໄປຫໍ່ໃສ່ໃບຕອງແລ້ວຂາງໄຟໃຫ້ແຫ້ມກໍຈະເຮັດໃຫ້ໂອດຫອມ ) ແລ້ວຕຳໃຫ້ໂອດລະອຽດ ແລ້ວຊີມ ແລະ ປຸງໃຫ້ໄດ້ລົດຊາດທີ່ມັກ ຈາກນັ້ນກໍຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ທ່ານກໍໄດ້ແຈ່ວໂອດກິນແລ້ວ ( ບາງຄົນອາດຈະຕຳແຈ່ວໂອດໃສ່ປາ ຫຼື ປີ້ງກົບໃສ່ ແຕ່ສູດເຮົາຈະບໍ່ໃສ່ ).