ລວກຄູຄັນນາງົວ ຈໍ້າແຈ່ວເພ້ຍຂົມໆ

33

ຄູຄັນນາງົວ ເປັນຊິ້ນສ່ວນເຄື່ອງໃນງົວທີ່ແຊບ ເຊິ່ງຈະມີ ຄວາມກອບ ແລະ ອອກຫຍາບເລັກໜ້ອຍ ເຊິ່ງສາມາດເອົາມາປີ້ງ ແລະ ລວກກິນກໍແຊບ. ບາງຄົນກໍຕົ້ມນໍ້າອຸ່ນລວກຂູດເອົາສີດຳຫຸ້ມມັນອອກ ບາງຄົນກໍບໍ່ເອົາອອກ. ມື້ນີ້ເອົາຈະພາທ່ານມາເຮັດລວກຄູຄັນນາ ຈໍ້າແຈ່ວເພ້ຍຂົມໆກິນ ເປັນໄດ້ທັງເມນູກັບແກ້ມ ແລະ ກິນກັບເຂົ້າໄດ້.

▶ວັດຖຸດິບ: ຄູຄັນນາງົວ, ໝາກເຜັດດິບ ແລະ ໝາກເຜັດແຫ້ງ, ຫົວຂ່າ, ຫົວສີໃຄ, ຫົວຫອມບົ່ວແດງ, ຫົວຜັກທຽມ, ໃບຂີ້ຫູດ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ຫອມປ້ອມ, ຫອມບົ່ວ, ເຂົ້າຂົ້ວ ແລະ ນໍ້າບີ.
ກ່ອນອື່ນມາດັງໄຟເອາະນໍ້າເພ້ຍ ເມື່ອຟົດແລ້ວໃຫ້ເອົານໍ້າປາແດກເທໃສ່ເລັກໜ້ອຍ ( ຖ້າບໍ່ກິນປາແດກບໍ່ໃສ່ກໍໄດ້ ) ປົງຕອງໄວ້,

ຈີ່ໝາກເຜັດດິບ ແລະ ໝາກເຜັດແຫ້ງ, ຫົວຂ່າ ໃສ່ເລັກໜ້ອຍ, ຫົວຫອມບົ່ວແດງ, ຫົວຜັກທຽມ ແລ້ວຕຳໃສ່ກັນໃຫ້ລະອຽດ ໂດຍໃສ່ເກືອ ແລະ ແປ້ງນົວພ້ອມຕຳແຫຼກແລ້ວຕັກອອກໄວ້. ຈາກນັ້ນມາປະສົມນໍ້າບີ ( ຖ້າບໍ່ມັກຂົມຫຼາຍບໍ່ໃສ່ກໍໄດ້ ແຕ່ຖ້າທ່ານໃດມັກຂົມໆແມ່ນໃສ່ໄດ້ ), ພ້ອມເອົາເຄື່ອງທີ່ຕຳນັ້ນມາຄົນໃສ່ ປຸງລົດຊາດດ້ວຍນໍ້າປາ ຖ້າມັກຂຸ້ນໆໃຫ້ເອົາເຂົ້າຂົ້ວໃສ່ເລັກໜ້ອຍ ພ້ອມຊີມ ແລະ ປຸງໃຫ້ໄດ້ລົດຊາດທີ່ມັກ ເມື່ອພໍດີແລ້ວໃຫ້ຊອຍຫອມປ້ອມ ແລະ ຫອມບົ່ວລົງເທົ່ານີ້ກໍສຳເລັດແລ້ວ.

+ ສ່ວນຄູຄັນນາ ເຮົາມາຄ້າງໝໍ້ຂຶ້ນແລ້ວຊອຍຫົວສີໃຄ, ຫົວຂ່າ, ໃບຂີ້ຫູດລົງໝໍ້ ຈາກນັ້ນມາຊອຍຄູຄັນນາ ໃຫ້ໄດ້ຕ່ອນພໍດີຄຳ ເມື່ອໝໍ້ຟົດແລ້ວໃຫ້ເອົາຄູຄັນນາລົງໄປລວກ ແຕ່ຢ່າດົນເພາະມັນຈະຫຍາບ, ຈາກນັ້ນເອົາຫົວຫອມບົ່ວໃຫຍ່ທີ່ຊອຍລົງໄປລວກພ້ອມໃຫ້ຕັກອອກພ້ອມກັນ. ເທົ່ານີ້ກໍສຳເລັດແລ້ວເມນູລວກຄັນຄູນາ ຈໍ້າແຈ່ວເພ້ຍຂົມໆ.