ມຽນມາ ເປີດເວບໄຊ MyRO ຫັນທຸລະກິດກ່ຽວກັບເຂົ້າ ເປັນດິຈິຕອນ

10

ເວບໄຊສຳນັກຂ່າວ gnlm.com.mm ລາຍງານວ່າ: ມຽນມາໄດ້ຫັນກິດຈະການ ສາງເກັບມ້ຽນເຂົ້າ ແລະ ໂຮງສີເຂົ້າ ເປັນດິຈິຕອນ ໂດຍການເປີດເວບໄຊ MyRO ເພື່ອໃຫ້ນັກທຸລະກິດ ລົງທະບຽນສາງເກັບມ້ຽນເຂົ້າ ແລະ ໂຮງສີເຂົ້າ ໃນນະຄອນຫຼວງເນປິດໍ ເປັນໂຄງການລິເລີ່ມ ນໍາໄປເຖິງການຄຸ້ມຄອງສິນຄ້າ ປະເພດເຂົ້າ ຢ່າງເປັນລະບົບ.

ພິທີເປີດເວບໄຊ MyRO ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍ ທ່ານ U Win Shein ຮອງນາຍົກລັດຖະມົນຕີ ລັດຖະມົນຕີສະຫະພາບແຮງງານ ດ້ານການວາງແຜນ ແລະ ການເງິນ ກ່າວວ່າ: ນີ້ເປັນລະບົບການລົງທະບຽນສາງເກັບມ້ຽນເຂົ້າ (ຄັງເຂົ້າ) ໃນນະຄອນຫຼວງເນປິດໍ ເຊິ່ງດຳເນີນການເຊັ່ນດຽວກັບລະບົບຈົດທະບຽນບໍລິສັດ ທີ່ມີຄວາມງ່າຍດາຍ ແລະ ໄວວາ ອັນເປັນກ້າວທໍາອິດໃນການເຮັດໃຫ້ກິດຈະກຳກ່ຽວກັບເຂົ້າ ເປັນດິຈິຕອນ. ດັ່ງນັ້ນ, ຕ້ອງພະຍາຍາມຢ່າງເຕັມທີ່ ເພື່ອປັບຸງຂະບວນການ ທີ່ຈະດຳເນີນການໃນອະນາຄົດ.

ໃນ MyRO ມີກິດຈະກຳຕ່າງໆ ເຊັ່ນ: ການຈົດທະບຽນສາງເກັບມ້ຽນເຂົ້າ, ການຈົດທະບຽນຜູ້ສົ່ງອອກ ແລລະ ການຈົດທະບຽນໂຮງສີເຂົ້າ ເຊິ່ງຈະດຳເນີນໃນຮູບແບບຊ່ອງທາງອອນລາຍທາງດິຈິຕອນ.

ຂະນະທີ່, ຂໍ້ມູນຈາກກະຊວງການຄ້າຂອງມຽນມາ ໃຫ້ຮູ້ວ່າ: ກະຊວງການຄ້າກຳລັງດຳເນີິນການ ເພື່ອໃຫ້ແນ່ໃຈວ່າ ພາກສ່ວນກະສິກຳ ໄດ້ຮັບຜົນປະໂຫຍດ, ຜູ້ຄ້າໄດ້ຮັບຜົນປະໂຫຍດທີ່ເໝາະສົມ ແລະ ຜູ້ບໍລິໂພກ ຈະບໍ່ໄດ້ຮັບພາລະເພີ່ມຕື່ມ. ທັງນີ້, ສະພາບໍລິຫານແຫ່ງລັດ ກໍໄດ້ເຫັນດີໃຫ້ມີການຈັດຕັ້ງລະບົບສະໜັບສະໜູນທາງການເງິນ ຕາມໃບບິນຮັບເງິນຂອງຄັງສິນຄ້າ ແລະ ມີການຮ່າງແຜນການ ເພື່ອໃຊ້ລະບົບສະໜັບສະໜູນທາງການເງິນ ຕາມໃບຮັບເງິນຂອງຄັງສິນຄ້າ.