ໝົກປາແຊວມ້ອນ ເມນູແຊບໆ

33

ໝົກ ເປັນເມນູທີ່ຄົນລາວເຮົາມັກເຮັດກິນ ໂດຍສະເພາະເມື່ອກິນໝົກແລ້ວຕ້ອງມີໜຶ້ງຜັກ, ລວກຜັກ ຫຼື ຜັກດິບກິນກັບເຂົ້າກັນສຸດໆ ເຊິ່ງໝົກສາມາດນຳຊີ້ນ ຫຼື ປາ ມາເຮັດກໍໄດ້ ແລະ ມື້ນີ້ຄໍລຳອາການຈະພາທ່ານມາເຮັດໝົກປາແຊວມ້ອນ ຫຼື ເອົາດູກ ແລະ ພື້ນທ້ອງມັນມາໝົກກໍໄດ້.
▶ ວັດຖຸດິບ: ດູກປາແຊວມ້ອນ ( ລ້າງຕັດຕ່ອນ ), ໃບຕອງ, ເກືອ, ແປ້ງນົວ, ຄະນໍ, ເຂົ້າເບືອ, ຫົວຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ຫອມບົ່ວ, ຜັກຊີ, ຜັກອີ່ຕູ່, ໝາກເຜັດດິບ ຫຼື ແຫ້ງກໍໄດ້ ( ລ້າງຜັກທຸກຊະນິດ ).

▶ ວິທີເຮັດ: ຕຳເຂົ້າເບືອ, ຊອຍຫົວຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ໝາກເຜັດ, ເກືອບ, ແປ້ງນົວ ໃສ່ກັນໃຫ້ແຫຼກລະອຽດ ຈາກນັ້ນກໍຕັກໃສ່ປາແຊວມ້ອນ, ຈາກນັ້ນກໍຄົນໃຫ້ເຂົ້າກັນ ໂດຍເອົາຄະນໍໃສ່ ແລະ ປຸງໃຫ້ໄດ້ລົດຊາດທີ່ພໍດີ (ອາດຈະເອົາປາຍລີ້ນແຈະເບິ່ງລົດຊາດ ແລ້ວໄປລ້າງປາກເອົາ) ຖ້າພໍດີແລ້ວ ໃຫ້ຊອຍຫອມບົ່ວ, ຜັກຊີ ແລະ ຜັກອີຕູ່ໃສ່ (ບາງຄົນກໍເອົາໃບຂີ້ຫູດໃສ່ ຖ້າທ່ານບໍ່ມັກບໍ່ໃສ່ກໍໄດ້).
ຈາກນັ້ນກໍເອົາໃບຕອງຈີກປະມານກະເອົາຕາມຄວາມເໝາະສົມມາຫໍໍ່ ( ອາດຈະເອົາໃບຕອງໄປຂາງໄຟ, ຕາກແດດ ຫຼື ຕົ້ມກ່ອນກໍໄດ້ ຖ້າຢ້ານມັນແຕກ) ເມື່ອຫໍໍ່ເປັນໝົກແລ້ວໃຫ້ນຳໄປໜື້ງປະມານ 50 ນາທີ ຫຼື ຊົ່ວໂມງກວ່າ ກໍສຸກແລ້ວ.