ບໍລິສັດຈາກຫວຽດນາມ ນຳລົດໄຟຟ້າ VinFast ເຂົ້າມາເປີດບໍລິການລົດແທັກຊີ ໃນ ສປປລາວ

83

ບໍລິສັດຫຸ້ນສ່ວນ Green and Smart Mobility (GSM) ໄດ້ສຳເລັດຂັ້ນຕອນການກະກຽມຂັ້ນສຸດທ້າຍ ແລະ ພ້ອມແລ້ວທີ່ຈະໃຫ້ບໍລິການ ລົດເເທັກຊີ ດ້ວຍລົດໄຟຟ້າຂອງ VinFastໃນ ສປປລາວ.


ໃນທ້າຍເດືອນ ຕຸລາ ປີ 2023, ລົດ ແທັກຊີ ໄຟຟ້າ Xanh SM ຊຸດທຳອິດຂອງບໍລິສັດ GSM ໄດ້ມາຮອດນະຄອນຫຼວງວຽງຈັນ ສປປລາວ ຢ່າງເປັນທາງການ ເຊິ່ງເປັນຂີດໝາຍສຳຄັນຂອງແຜນການທີ່ຈະເຂົ້າສູ່ຕະຫຼາດຕ່າງ ປະເທດ ຂອງ GSM.
ຂະບວນລົດໄຟຟ້າ VinFast VF 5 Plus ໄດ້ຈອດທີ່ “ສໍານັກງານໃຫຍ່” ຂອງ GSM ທີ່ ຖະໜົນໄກສອນພົມວິຫານ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ອີງຕາມການປະກາດດັ່ງກ່າວ, GSM ໄດ້ນໍາເຂົ້າລົດໄຟຟ້າ VinFast 152 ຄັນ ທໍາອິດໃນຕະຫຼາດປະເທດລາວຢ່າງເປັນທາງການ ເພື່ອໃຫ້ບໍລິການ ແທັກຊີ ໄຟຟ້າ Xanh SM.

ຂັ້ນຕອນການຂຶ້ນປ້າຍທະບຽນລົດ ເພື່ອໃຫ້ລົດ ແທັກຊີ ໄຟຟ້າ Xanh SM ເຄື່ອນໄຫວຢູ່ໃນປະເທດລາວ ແມ່ນສຳເລັດແລ້ວ. ລະບົບຈຸດສາກໄຟກໍໄດ້ຮັບການຕິດຕັ້ງ ແລະ ກໍສາມາດນໍາໃຊ້ໄດ້. ເຖິງແມ່ນວ່າຈະເຂົ້າສູ່ຕະຫຼາດລາວໃໝ່, GSM ກໍເປັນບໍລິສັດທີ່ມີຈຸດສາກໄຟ ແລະ ຫົວສາກໄຟສຳລັບລົດໄຟຟ້າຫຼາຍທີ່ສຸດໃນນະຄອນຫຼວງວຽງຈັນ. ເປັນບໍລິສັດທີ່ມີຊື່ສຽງຢູ່ຫວຽດນາມ, ແທັກຊີ Xanh SM ໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດຈາກປະຊາຊົນໃນ “ດິນແດນລ້ານຊ້າງ” ໃນການທົດລອງສໍາຜັດກັບລົດໄຟຟ້າ VinFast ທີ່ມີຊື່ສຽງ.

ການອອກແລ່ນໝູນລໍ້ຄັ້ງທຳອິດໃນປະເທດລາວຂອງ ລົດໄຟຟ້າ ທີ່ມີສີຂຽວຟ້າ. ຕາມແຜນການ GSM ຈະນໍາເຂົ້າລາວ ຮອດ 1.000 ຄັນ VF 5 Plus ແລະ VF e34. ໃນເບື້ອງຕົ້ນ ຢູ່ໃນຕະຫຼາດລາວ, GSM ຈະພັດທະນາການບໍລິການລົດ ແທັກຊີ ໄຟຟ້າ, ບາດກ້າວຕໍ່ໄປໜ້າແມ່ນຈະພັດທະນາລະບົບນິເວດການບໍລິການຢ່າງຄົບຖ້ວນ ເຊັ່ນ: ການໃຫ້ບໍລິຫານເຊົ່າລົດໄຟຟ້າ, ບໍລິການຈອງລົດຄົບວົງຈອນ, ບໍລິການລົດທ່ອງທ່ຽວ, ບໍລິການຈອງລົດສ່ວນບຸກຄົນ ຄ້າຍຄືຢູ່ຫວຽດນາມ.
ບັນດາຜູ້ຊ່ຽວຊານເຊື່ອວ່າ ດ້ວຍການຜະລິດລົດທີ່ມີຄຸນນະພາບ, ບໍ່ມີສຽງລົບກວນ ບໍ່ປ່ອຍອາຍພິດ ແລະ ການບໍລິການທີ່ດີ, Xanh SM ຈະຄ່ອຍໆສ້າງຄວາມລຶ້ງເຄີຍໃນການເດີນທາງດ້ວຍພາຫະນະສີຂຽວ, ອັດສະລິຍະ ແລະ ເປັນມິດກັບສິ່ງແວດລ້ອມໃນຊີວິດປະຈຳວັນຢູ່ໃນລາວ.


ກ່ອນໜ້ານີ້, ຢູ່ຫວຽດນາມ, Xanh SM ກໍ່ປະສົບຜົນສຳເລັດໃນການສ້າງການປ່ຽນແປງອັນໃຫຍ່ຫຼວງໃຫ້ແກ່ຜູ້ຊົມໃຊ້ຫວຽດນາມ. ໃນເວລາ 6 ເດືອນກວ່ານັບແຕ່ມື້ເປີດນຳໃຊ້ ປະຈຸບັນ Xanh SM ໄດ້ເປີດບໍລິການໃນ 20 ແຂວງ, ນະຄອນ, ເຄື່ອນໄຫວຫຼາຍກວ່າ 35 ລ້ານກິໂລແມັດ ໂດຍບໍ່ມີການປ່ອຍອາຍພິດ CO2 ເທົ່າກັບ 1 ລ້ານຕົ້ນໄມ້ທີ່ສັງເຄາະແສງໃນ 100 ວັນ ແລະ ປະກອບສ່ວນ 4 ຕື້ດົ່ງເຂົ້າໃນກອງທຶນ “ເພື່ອອະນາຄົດສີຂຽວ” ຂອງ Vingroup.