ລັດໃຫ້ໝູນໃຊ້ເສັ້ນທາງລົດໄຟ ແລະວຽກບໍລິການທາງຜ່ານເພື່ອກະຕຸ້ນເສດຖະກິດຂອງປະເທດ

66

 

ຄວາມພະຍາຍາມຂອງພັກ-ລັດໃນການສ້າງ ສປປ ລາວຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານ ມາຮອດປະຈຸບັນແມ່ນບັນລຸເປົ້າໝາຍແລ້ວສ່ວນໜຶ່ງ ເປັນຕົ້ນແມ່ນເສັ້ນທາງລົດໄຟລາວ-ຈີນ, ການບໍລິການສົ່ງຜ່ານໂດຍທ່າບົກ ແລະອື່ນໆ, ລັດຖະບານເຫັນວ່າໃນເງື່ອນໄຂເສດຖະກິດແບບປະຈຸບັນ ທຸກເຂດແຂວງຕ້ອງພ້ອມພາກັນນຳໃຊ້ເສັ້ນທາງລົດໄຟໃຫ້ເກີດປະໂຫຍດສູງສຸດ ແລະເອື້ອຍອຳນວຍຄວາມສະດວກໃນການຂົນສົ່ງຂ້າມແດນຕາມດ່ານຕ່າງໆໃຫ້ສາມາດຊ່ວຍກະຕຸ້ນເສດຖະກິດຂອງປະເທດໄດ້.

No photo description available.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນໂອກາດຂຶ້ນຊີ້ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໃນວັນທີ 2 ພະຈິກຜ່ານມາລະບຸວ່າ: ການປັບໂຄງປະກອບເສດຖະກິດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມຫຼັກແລ້ວສັດສ່ວນຂະແໜງກະສິກຳຕ້ອງຫຼຸດລົງ ແລະ ຂະແໜງອຸດສາຫະກຳ ແລະ ຂະແໜງບໍລິການຕ້ອງເພີ່ມຂຶ້ນ, ແຕ່ເນື່ອງດ້ວຍວ່າ ໃນໄລຍະປີ 2021 ແລະ ປີ 2022 ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ຫລາຍປະເທດອອກມາດຕະການລ໋ອກດາວ ຈຳກັດການເດີນທາງເຂົ້າ ແລະ ອອກປະເທດ, ຈາກມາດຕະການດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງຕໍ່ຂະແໜງການບໍລິການ ໂດຍສະເພາະການທ່ອງທ່ຽວ, ການຂົນສົ່ງ, ຫຼາຍໂຮງງານໄດ້ມີການຢຸດເຊົ່າເນື່ອງຈາກຈຳກັດໄລຍະຫ່າງ.
ສະນັ້ນ ເຮັດໃຫ້ທີ່ພັກອາໄສ, ການຂາຍຍົກຂາຍຍ່ອຍ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ມີການຂະຫຍາຍຕົວຊ້າລົງ ເຊິ່ງໄດ້ເຮັດໃຫ້ສັດສ່ວນຂະແໜງບໍລິການ ແລະ ຂະແໜງອຸດສາຫະກຳບໍ່ເພີ່ມຂຶ້ນ.

No description available.
ດັ່ງນັ້ນ ເພື່ອຮັບປະກັນໃຫ້ໂຄງປະກອບເສດຖະກິດໄປຕາມແຜນກຳນົດໄວ້ ໃນທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແມ່ນຕ້ອງໄດ້ສຸມໃສ່ບັນດາທ່າແຮງຕ່າງໆ ໃນແຕ່ລະບໍລິເວນເຂດແຄ້ວນ ແລະ ທ້ອງຖິ່ນ, ການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ການປັບປຸງທ່າບົກລະບົບໂລຈິດສະຕິກ, ການພັດທະນາດ່ານສາກົນຕ່າງໆ ໃຫ້ມີຄວາມສະດວກ ເພື່ອເອື້ອອຳນວຍການຜະລິດ ແລະ ການບໍລິການໃຫ້ຂະຫຍາຍຕົວ; ຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງສິນເຊື່ອສົ່ງເສີມການຜະລິດ ແລະ ກະຈາຍແຫຼ່ງທຶນ.

No photo description available.