ຄອງປານາມາ ຫຼຸດປະລິມານການສັນຈອນຂອງເຮືອລົງ

46

ຄະນະກຳມະການບໍລິຫານຄອງປານາມາ (ACP) ເປີດເຜີຍວ່າ: ຈະທະຍອຍຫຼຸດປະລິມານການເດີນເຮືອຜ່ານຄອງດັ່ງກ່າວລົງໃນແຕ່ລະວັນ ເນື່ອງຈາກປາກົດການ ແອວນີໂຍ ໄດ້ເຮັດໃຫ້ປານາມາປະເຊີນກັບໄພແຫ້ງແລ້ງ, ໃນເດືອນຕຸລາຂອງປີນີ້ ຖືວ່າເປັນສະຖິຕິແຫ້ງແລ້ງທີ່ສຸດ ນັບແຕ່ທີ່ໄດ້ບັນທຶກມາ 73 ປີທີ່ຜ່ານມາ.

ຄະນະກຳມະການບໍລິຫານຄອງປານາມາ ເປີດເຜີຍວ່າ: ການສັນຈອນຂອງເຮືອບັນທຸກສິນຄ້າຜ່ານຄອງປານາມາ ຈະຫຼຸດລົງຈາກ 29 ລຳຕໍ່ວັນ ເຫຼືອ 25 ລຳຕໍ່ວັນ ນັບແຕ່ວັນທີ 3 ພະຈິກເປັນຕົ້ນໄປ ແລະ ຈະຫຼຸດລົງເຫຼືອ 18 ລຳຕໍ່ວັນ ໃນເດືອນກຸມພາປີຫນ້າ. ທັງນີ້ ຄອງປານາມາ ຖືວ່າເປັນເສັ້ນທາງການຄ້າຫຼັກທາງທະເລທີ່ເຊື່ອມຕໍ່ລະຫວ່າງມະຫາສະຫມຸດແອັດແລນຕິກ ແລະ ປາຊີຟິກ, ໃນປີ 2022 ເຄີຍມີເຮືອບັນທຸກສິນຄ້າຜ່ານຄອງດັ່ງກ່າວ 39 ລຳຕໍ່ວັນ, ແຕ່ຕົວເລກດັ່ງກ່າວໄດ້ຫຼຸດລົງຢ່າງຕໍ່ເນື່ອງ ຍ້ອນບັນຫາໄພແຫ້ງແລ້ງ.

ໄພແຫ້ງແລ້ງທີ່ເກີດຈາກປາກົດການແອວນີໂຍ ໄດ້ສົ່ງຜົນກະທົບຕໍ່ລະບົບກັກເກັບນ້ຳຂອງຄອງປານາມາ ເປັນເຫດໃຫ້ປະລິມານນ້ຳຫຼຸດລົງນັບມື້, ຄະນະກຳມະການບໍລິຫານຄອງປານາມາ ເປີດເຜີຍວ່າ ເຮືອແຕ່ລະລຳທີ່ແລ່ນຜ່ານຄອງປານາມາ ຕ້ອງໄດ້ໃຊ້ນ້ຳຈືດໃນປະລິມານ 200 ລ້ານລິດ ຈຶ່ງເຮັດໃຫ້ເຮືອບັນທຸກສາມາດແລ່ນຜ່ານລະບົບຂອງຄອງທີ່ຖືກອອກແບບມາຄ້າຍຄືກັນກັບ ລິຟນ້ຳໄດ້ ໂດຍທະເລສາບທຽມສອງແຫ່ງເຊິ່ງເປັນອ່າງເກັບນ້ຳຝົນຊ່ວຍສົ່ງນ້ຳລົງຄອງດັ່ງກ່າວ.

ທັງນີ້ ປານາມາກຳລັງປະເຊີນກັບໄພແຫ້ງແລ້ງເຮັດໃຫ້ຄະນະກຳມະການບໍລິຫານຄອງປານາມາ ຈຳເປັນຕ້ອງຫຼຸດປະລິມານການສັນຈອນຂອງເຮືອລົງ ຈາກ 39 ລຳຕໍ່ວັນ ລົງມາເປັນ 32 ລຳ ແລະ ຫຼຸດລົງເຫຼືອ 29 ລຳຕໍ່ວັນ ເພື່ອປະຢັດນໍ້າ, ຂໍ້ຈຳກັດດ່ງກ່າວ ໄດ້ເຮັດໃຫ້ການສັນຈອນຜ່ານຄອງດັ່ງກ່າວຊັກຊ້າຂຶ້ນອີກ.