ຂັ້ນຕອນການວາງແຜນກະສຽນ ( ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ )

37

ໃນອາທິດຜ່ານມາເຮົາໄດ້ນຳສະເໜີບົດຄວາມກ່ຽວກັບ ຂັ້ນຕອນໃນການວາງແຜນກະສຽນ. ໂດຍທີ່ວ່າຂັ້ນຕອນໃນການວາງແຜນກະສຽນນັ້ນແມ່ນປະກອບມີ 4 ຂັ້ນຕອນ ເຊິ່ງຜ່ານມາເຮົາໄດ້ນຳສະເໜີຂັ້ນຕອນທຳອິດໄປແລ້ວຄື: ການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ. ສະນັ້ນ, ເມື່ອຮູ້ເຖິງເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນແລ້ວ ມາໃນອາທິດນີ້ເຮົາຈະມານຳສະເໜີຕໍ່ຂັ້ນຕອນທີສອງກ່ຽວກັບ ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ.
ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ ເປັນຂັ້ນຕອນຂອງການຄິດໄລ່ຊອກຫາ ຈຳນວນເງິນທີ່ຕ້ອງໃຊ້ໃນໄວກະສຽນໂດຍປະເມີນຈາກເປົ້າໝາຍ ແລະ ຮູບແບບການດຳລົງຊີວິດທີ່ວາງໄວ້, ໂດຍການຄາດຄະເນເປັນລາຍເດືອນ ແລ້ວຄິດໄລ່ເປັນປີ, ຈາກນັ້ນ ກໍຄິດໄລ່ຕາມຈຳນວນປີຫຼັງກະສຽນ ແຕ່ວ່າຕ້ອງຢ່າລືມຄຳນຶງເຖິງອັດຕາເງິນເຟີ້ນໍາອີກ ເນື່ອງຈາກວ່າຖ້າອັດຕາເງິນເຟີ້ສູງຂຶ້ນຫຼາຍເທົ່າໃດ ຈຳນວນເງິນທີ່ທ່ານຕ້ອງໃຊ້ກໍຍິ່ງຫຼາຍຂຶ້ນເທົ່ານັ້ນ.

ໂດຍຫາກວ່າທ່ານຕ້ອງການໃຊ້ຈ່າຍຫຼັງກະສຽນເດືອນລະ 1.000.000 ກີບ ໂດຍຄາດວ່າຈະໃຊ້ຊີວິດຫຼັງກະສຽນໄປອີກ 20 ປີ ນັ້ນໝາຍຄວາມວ່າ ທ່ານຈະຕ້ອງກຽມເງິນໄວ້ປະມານ 240.000.000 ກີບ, ແຕ່ຖ້າຫາກວ່າທ່ານຕ້ອງການໃຊ້ຈ່າຍຫຼັງກະສຽນເດືອນລະ 5.000.000 ກີບ ແລະ ຄາດວ່າຈະມີຊີວິດຫຼັງກະສຽນຢູ່ຕໍ່ໄປອີກ 20 ປີເຊັ່ນກັນ ທ່ານຈະຕ້ອງກຽມເງິນໄວ້ສູງເຖິງ 1.200.000.000 ກີບ.
ຍົກຕົວຢ່າງ: ຖ້າຫາກເຮົາມີເປົ້າໝາຍວ່າຈະກະສຽນອາຍຸ 60 ປີ ແລະ ໃນປັດຈຸບັນນີ້ເຮົາມີອາຍຸ 20 ປີ ໝາຍຄວາມວ່າ ເຮົາຈະມີເວລາໃນການເຮັດວຽກ ແລະ ເກັບສະສົມເງິນ 40 ປີ. ໂດຍເຮົາຄາດວ່າຈະມີອາຍຸຮອດ 80 ປີ ສະແດງວ່າ ເຮົາຈະຕ້ອງມີຄ່າໃຊ້ຈ່າຍຫຼັງການກະສຽນ 20 ປີ. ເຮົາຕ້ອງການທີ່ຈະມີຄ່າໃຊ້ຈ່າຍສ່ວນຕົວເດືອນລະ 5.000.000 ກີບ ສະແດງວ່າຕ້ອງມີຄ່າໃຊ້ຈ່າຍຫຼັງການກະສຽນເທົ່າກັບ (5.000.000 ກີບ x 12 ເດືອນ x 20 ປີ) = 1.200.000.000 ກີບ (ໜຶ່ງພັນສອງຮ້ອຍລ້ານກີບ), ແຕ່ຖ້າຄິດວ່າຄ່າໃຊ້ຈ່າຍຈະຫຼຸດລົງ 30% ຂອງຄ່າໃຊ້ຈ່າຍໃນປັດຈຸບັນສະເເດງວ່າ ຈະມີຄ່າໃຊ້ຈ່າຍພຽງແຕ່ 70%, ກໍຈະເທົ່າກັບ 1.200.000.000 x 0,7 = 840.000.000 ກີບ (ແປດຮ້ອຍສີ່ສິບລ້ານກີບ) ເຊິ່ງກໍບໍ່ແມ່ນຈຳນວນເງິນທີ່ໜ້ອຍເລີຍ.

ຖ້າເຮົາຄຳນວນ ໂດຍທຽບໃສ່ກັບອັດຕາເງິນເຟີ້ແລ້ວຍິ່ງຈະເຮັດໃຫ້ຈຳເປັນຕ້ອງມີເງິນອອມເພີ່ມຂຶ້ນ ເພາະເງິນເຟີ້ເຮັດໃຫ້ເງິນອອມຂອງເຮົາຫຼຸດລົງໃນທຸກປີ ເປັນຜົນເຮັດໃຫ້ອໍານາດຊື້ຂອງເຮົາຫຼຸດລົງໄປຕາມກັນ, ອັດຕາເງິນເຟີ້ເປັນສິ່ງທີ່ເຮົາບໍ່ສາມາດຄວບຄຸມໄດ້ ແຕ່ເຮົາສາມາດວາງແຜນເພື່ອເອົາຊະນະໄດ້ດ້ວຍການອອມ ຫຼື ການລົງທຶນທີ່ໃຫ້ອັດຕາຜົນຕອບແທນສູງກວ່າອັດຕາເງິນເຟີ້ ເນື່ອງຈາກອັດຕາເງິນເຟີ້ນັ້ນຈະເຮັດໃຫ້ຈຳນວນເງິນໃນປັດຈຸບັນມີມູນຄ່າຫຼຸດລົງ.
ຢ່າງໃດກໍຕາມ ເຮົາຄວນຈະມີຫຼາກຫຼາຍຊ່ອງທາງໃນການເກັບສະສົມ ນັບຕັ້ງແຕ່ປະເພດທີ່ມີຄວາມສ່ຽງໜ້ອຍໄປຫາຄວາມສ່ຽງຫຼາຍຕາມ ຄວາມຕ້ອງການ ແລະ ຄວາມເໝາະສົມແຕ່ຢ່າລືມວ່າ ຄວາມສ່ຽງໜ້ອຍຜົນຕອບແທນໜ້ອຍຄວາມສ່ຽງຫຼາຍຜົນຕອບແທນຫຼາຍ.
[ ໂດຍ: ຕລຊລ ]