ວຽງຈັນ ເອັຟຊີ ທີມຍິງຍັງບໍ່ຟື້ນລົງສະໜາມ 4 ນັດເສຍໄປເຖິງ 87 ປະຕູໃນລາວລີກຍິງ

53

ວຽງຈັນ ເອັຟຊີ ທີມບານເຕະຍິງ ອາການຍັງໜ້າເປັນຫ່ວງເມື່ອລົງສະໜາມ 4 ນັດເສຍໄປເຖິງ 87 ປະຕູ ແລະ ບໍ່ສາມາດຍິງປະຕູໄດ້ເລີຍ ຫຼັງນັດຫຼ້າສຸດເສຍໃຫ້ກັບ ມາສເຕີ 7 ເອັຟຊີ ໄປຂາດລອຍ 0-26 ໃນການແຂ່ງຂັນບານເຕະລາວລີກຍິງ ປະຈໍາປີ 2023 ເມື່ອວັນທີ 1 ພະຈິກ 2023 ທີ່ສະໜາມກີລາສະຫະພັນບານເຕະແຫ່ງຊາດລາວ.

ນັດດັ່ງກ່າວ ມາສເຕີ 7 ເອັຟຊີ ຍິງຢ່າງຕໍ່ເນື່ອງ ໂດຍໄດ້ປະຕູຈາກ: ເບີ 9 ຈິນດາ ສີຫາລາດ ຍິງໄປຄົນດຽວ 14 ປະຕູ ນາທີ 5′, 12′, 17′, 23′, 24′, 25′, 37′, 42′, 45+3′, 54′, 67′, 72′, 79′ ແລະ 87; ເບີ 7 ໃຈຄຳ ໄຊຍະປະເສີດ ຍິງໄປ 9 ປະຕູ ນາທີ 9′, 22′, 40′, 44′, 45+2′, 51′, 60′, 63′ ແລະ 69′, ເບີ 28 ຊັນ ແສງຫຼວງ ນາທີ 35′; ເບີ 10 ແປ້ງຫອມ ສີລິວົງ ນາທີ 47′; ເບີ 8 ສິມມາ ແສງພະຈັນ ນາທີ 90+4′.

ຈາກຜົນດັ່ງກ່າວ ເຮັດໃຫ້ ວຽງຈັນ ເອັຟຊີ ທີມບານເຕະຍິງເສຍ 4 ນັດລວດ ໂດຍນັດທໍາອິດເສຍໃຫ້ກັບ ຈໍາປາສັກ ເອັຟຊີ 0-21, ນັດທີ 2 ເສຍໃຫ້ກັບ ເອສະຣາ ເອັຟຊີ 0-28, ນັດທີ 3 ເສຍໃຫ້ ນໍ້າທາ ຢູໄນເຕັດ 0-12 ແລະ ນັດຫຼ້າສຸດນັດທີ 4 ເສຍໃຫ້ກັບ ມາສເຕີ 7 ເອັຟຊີ 0-26 ເຮັດໃຫ້ລວມ 4 ນັດ ວຽງຈັນ ເອັຟຊີ ເສຍໄປທັງໝົດ ແລະ ເສຍປະຕູເຖິງ 87 ໜ່ວຍບໍ່ມີຈັກຄະແນນຢູ່ອັນດັບທີສຸດທ້າຍຂອງຕາຕະລາງຄະແນນລວມ.

ສ່ວນ ທີມນໍາເປັນຂອງ ມາສເຕີ 7 ເອັຟຊີ ຊະນະ 4 ນັດລວດມີ 12 ຄະແນນ, ອັນດັບ 2 ຊ້າງນ້ອຍ ເອັຟຊີ ມີ 9 ຄະແນນ, ອັນດັບ 3 ເອສະຣາ ເອັຟຊີ ມີ 8 ຄະແນນ, ອັນດັບ 4 ຈໍາປາສັກ ເອັຟຊີ ມີ 6 ຄະແນນ, ອັນດັບ 5 ກອງທັບ ເອັຟຊີ ມີ 6 ຄະແນນ, ອັນດັບ 6 ນໍ້າທາ ຢູໄນເຕັດ ມີ 4 ຄະແນນ ແລະ ອັນດັບ 7 ຫຼວງພະບາງ ມີ 1 ຄະແນນ.

ສໍາລັບ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ເປີດສາກຄວາມມັນໃນວັນເສົາ 21 ຕຸລາ 2023 ແລະ ຈະໄປສິ້ນສຸດໃນວັນທີ 20 ທັນວາ 2023 ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ (ເຊັ່ນດຽວກັບບານເຕະລາວລີກ 1 ທີມຊາຍ ປະກອບມີ: ຊ້າງນ້ອຍ, ມາສເຕີ້ 7, ເອສະຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ ເຊິ່ງຂັນແບບລີກ ( ຮອບຂາໄປ ແລະ ຮອບຂາກັບ ) ໂດຍເງິນລາງວັນອັນດັບ 1 ໄດ້ຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.
ຂ່າວ: Larh Creators; ຮູບຈາກ: ສຕລ