ບຣາຊິນ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໄດ້ສູງກວ່າຄາດການໄວ້

107

ເວບໄຊສຳນັກຂ່າວ investing.com ລາຍງານວ່າ: ບຣາຊິນ ສ້າງງານຢ່າງເປັນທາງການສຸດທິ ຢູ່ທີ່ 211.764 ຕໍາແໜ່ງໃນເດືອນກັນຍາຜ່ານມາ ເຊິ່ງຕົວເລກນີ້ ເກີນຄວາມຄາດໝາຍເລັກນ້ອຍ ເນື່ອງຈາກຕະຫຼາດແຮງງານໄດ້ສະແດງໃຫ້ເຫັນເຖິງຄວາມຍືດຍຸ່ນໃນປະເທດ.

ນັກເສດຖະສາດ ທີ່ສຳຫຼວດໂດຍສຳນັກຂ່າວ ຣອຍເຕີ (Reuters) ຄາດການວ່າ: ຈະມີການສ້າງງານ 208.850 ຕໍາແໜ່ງງານໃນເດືອນດັ່ງກ່າວນີ້.

ຂະນະທີ່, ຂໍ້ມູນຈາກກະຊວງແຮງງານ ກໍໄດ້ຄາດການໄວ້ກ່ອນໜ້ານີ້ວ່າ: ຈະມີການສ້າງງານຢ່າງເປັນທາງການເພີ່ມຂຶ້ນ 1,6 ລ້ານຕໍາແໜ່ງງານໃນປີນີ້. ການວິເຄາະຂອງລັດຖະບານ ບຣາຊິນ ໄດ້ມີຜົນເຊີງບວກ ໂດຍພາກບໍລິການ ມີການສ້າງງານຫຼາຍທີ່ສຸດ ເຊິ່ງສ້າງງານສຸດທິ ຢູ່ທີ່ 98.206 ຕໍາແໜ່ງງານ.

ສ່ວນເງິນເດືອນສະເລ່ຍສຳລັບຕໍາແໜ່ງທີ່ສ້າງຂຶ້ນໃໝ່ເຫຼົ່ານີ້ ຫຼຸດລົງເຫຼືອ 2.032 ຣຽວ (ປະມານ 403 ໂດລາ) ຈາກ 2.040 ຣຽວໃນເດືອນສິງຫາປີນີ້.

ກະຊວງແຮງງານຂອງ ບຣາຊິນ ຍັງລະບຸວ່າ: ແຮງງານຈົດທະບຽນຢ່າງເປັນທາງການໃນບຣາຊິນ ເພີ່ມຂຶ້ນເປັນ 44 ລ້ານຄົນ ເຊິ່ງຕົວເລກນີ້ ບໍ່ລວມຄົນງານທີ່ບໍ່ມີເອກະສານປະມານ 40 ລ້ານຄົນ ທີ່ບໍ່ໄດ້ເຮັດວຽກຢ່າງເປັນທາງການໃນບຣາຊິນ.