ເງິນໂດລາແຂງຄ່າ ສົ່ງຜົນໃຫ້ລາຄາຄຳ ຫຼຸດລົງຕ່ຳກວ່າ 2 ພັນໂດລາຕໍ່ອອນ

103

ສຳນັກຂ່າວຕ່າງປະເທດລາຍງານວ່າ ສັນຍາລາຄາຄຳສົ່ງມອບໃນເດືອນທັນວາ ຢູ່ຕະຫຼາດນິວຢອກຫຼຸດລົງ 11,30 ໂດລາ ຢູ່ທີ່ 1.994,30 ໂດລາຕໍ່ອອນ, ເນື່ອກຈາກເງິນໂດລາແຂງຄ່າຂຶ້ນ.

ທັງນີ້ ລາຄາຄຳໃນຕະຫຼາດ COMEX (Commodity Exchange) ສົ່ງມອບເດືອນທັນວາ ຫຼຸດລົງ 11,30 ຫຼື ຫຼຸດລົງ 0,56 ຢູ່ທີ່ 1.994,30 ໂດລາຕໍ່ອອນ; ໃນຂະນະທີ່ສັນຍາໂລຫະເງິນ ສົ່ງມອບໃນເດືອນທັນວາ ຫຼຸດລົງ 1,90% ປິດທີ່ 22,95 ໂດລາຕໍ່ອອນ.

ສັນຍາລາຄາຄຳຫຼຸດລົງສູ່ລະດັບຕ່ຳກວ່າ 2.000 ໂດລາ ເນື່ອງຈາກການແຂງຄ່າຂອງເງິນໂດລາ ເຮັດໃຫ້ສັນຍາລາຄາຄຳ ເຊິ່ງກຳນົດລາຄາເປັນເງິນໂດລານັ້ນ ເພີ່ມຂຶ້ນ. ທັງນີ້ ດັດສະນີຄວາມເຄື່ອນໄຫວຂອງເງິນໂດລາສະຫະລັດ ເມື່ອທຽບກັບ 6 ສະກຸນເງິນຫຼັກຂອງໂລກ ເຫັນວ່າແຂງຄ່າຂຶ້ນ 0,39%.