10 ເດືອນ ຫວຽດນາມ ມີລາຍໄດ້ ຈາກການສົ່ງອອກເຂົ້າ ເກືອບ 4 ຕື້ໂດລາ

31

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນໄລຍະ 10 ເດືອນຂອງປີນີ້ ການສົ່ງອອກເຂົ້າຂອງຫວຽດນາມ ມີມູນຄ່າເກືອບ 4 ຕື້ໂດລາ ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຂະນະທີ່ຜູ້ຄ້າ 170 ລາຍ ມີຄຸນສົມບັດໃນການເຮັດທຸລະກິດສົ່ງອອກເຂົ້າ.

ລາຍງານລະບຸວ່າ: ທຸລະກິດຕ່າງໆ ຍັງມີໂອກາດຫຼາຍ ທີ່ຈະສົ່ງອອກເຂົ້າຂອງຫວຽດນາມ ເຊິ່ງຍັງສືບຕໍ່ຢູ່ໃນຈຸດທີ່ສູງສຸດຕໍ່ໄປ ເປັນຕົ້ນ ບໍລິສັດ Trung An Hi-Tech Agriculture Joint Stock ຫາກໍສົ່ງອອກເຂົ້າໄປຍັງ ສ ເກົາຫຼີ ແລະ ເອີຣົບ ພ້ອມນີ້ກໍຍັງຕ້ອງດຳເນີນການຢ່າງຕໍ່ເນື່ອງ ເພື່ອໃຫ້ເປັນໄປຕາມການສັ່ງຊື້ຂອງຕະຫຼາດຕ່າງປະເທດຈົນໝົດປີນີ້.

ເຂົ້າຫວຽດນາມ ໄດ້ລາຄາຂ້ອນຂ້າງດີ, ສູງກວ່າເຂົ້າໄທ ແລະ ປາກີສະຖານ ປະມານ 79 ໂດລາ/ໂຕນ ແລະ 80 ໂດລາ/ໂຕນ ຕາມລຳດັບ ເຊິ່ງການຮັກສາລາຄາຂາຍທີ່ດີໄວ້ທີ່ 628-650 ໂດລາ/ໂຕນ ໂດຍເປັນໄປຕາມກອບຄຸນນະພາບເຂົ້າຂອງຫວຽດນາມ ທີ່ເຮັດໃຫ້ມີ ຄວາມໝັ້ນໃຈວ່າ ມີຄຸນນະພາບສູງ.

ພາກທຸລະກິດຫວຽດນາມ ເປີດເຜີຍວ່າ: ການສະໜອງເຂົ້າ ເພື່ອການສົ່ງອອກໃນປະເທດ ມີບໍ່ຫຼາຍປານໃດ ນັບຕັ້ງແຕ່ປັດຈຸບັນ ຈົນເຖິງໝົດປີ 2023. ໃນຂະນະດຽວກັນ ຄວາມຕ້ອງການຂອງຕະຫຼາດໂລກ ກໍຍັງຢູ່ໃນລະດັບສູງ ໂດຍສະເພາະຈາກອິນໂດເນເຊຍ, ຟີລິບປິນ ແລະ ຈີນ ດ້ວຍແຮງຊຸກຍູ້ນີ້ ກໍມີທ່າອ່ຽງທີ່ວ່າ ການສົ່ງອອກເຂົ້າຈະເຖິງຈຸດສູງສຸດໃນບໍ່ດົນ ດ້ວຍມູນຄ່າຊື້-ຂາຍ 4,2 – 4,5 ຕື້ໂດລາ ໃນປີນີ້.

ໃນໄລຍະ 10 ເດືອນ ປີ 2023, ຫວຽດນາມສົ່ງອອກເຂົ້າຫຼາຍກວ່າ 7,1 ລ້ານໂຕນ ເພີ່ມຂຶ້ນ 17% ທຽບເປັນລາຍປີ.