ຜູ້ອຳນວຍການ WTO ເຕືອນ ຫາກສົງຄາມ ຂະຫຍາຍສູ່ວົງກວ້າງ ກະທົບຕໍ່ເສດຖະກິດໂລກ

59

ສຳນັກຂ່າວ CNBC ລາຍງານວ່າ ທ່ານ ນາງ Ngozi Okonjo-Iweala ຜູ້ອຳນວຍການອົງການການຄ້າໂລກ (WTO) ເປີດເຜີຍວ່າ: ຖ້າຫາກວ່າ ຄວາມຂັດແຍ່ງລະຫວ່າງອິສຣາແອນ ແລະ ກຸ່ມຮາມາສ ຂະຫຍາຍອອກສູ່ວົງກວ້າງ ອາດຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດ ແລະ ການຄ້າໂລກ ເນື່ອງຈາກວ່າ ພາກພື້ນຕາເວັນອອກາງເປັນແຫຼ່ງຜະລິດພະລັງງານລາຍໃຫຍ່ຂອງໂລກ ໂດຍສະເພາະແມ່ນນ້ຳມັນ ແລະ ແກັສທຳມະຊາດ ເຊິ່ງຂະນະນີ້ ທົ່ວໂລກກຳລັງຊົມໃຊ້ກັນເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນ ພວກເຮົາໄດ້ແຕ່ພາວະນາວ່າ ຄວາມຂັດແຍ່ງດັ່ງກ່າວຈະບໍ່ຂະຫຍາຍອອກຈາກກາຊາ ແລະ ຂໍໃຫ້ຢຸດຕິລົງໂດຍໄວ.

ຜູ້ອຳນວຍການ WTO ກ່າວວ່າ: ການເຕີບໂຕຂອງການຄ້າໂລກຂ້ອນຂ້າງ “ມືດມົນ” ຢູ່ແລ້ວໃນປີນີ້ ເນື່ອງຈາກຄວາມຕ້ອງການທົ່ວໂລກຫຼຸດລົງ, ອົງການການຄ້າໂລກໄດ້ປັບຫຼຸດຄາດການ ການເຕີບໂຕຂອງການຄ້າໂລກລົງເຫຼືອ 0,8% ໃນປີນີ້, ຈາກ 1,7% ທີ່ເຄີຍຄາດການໄວ້ໃນເດືອນເມສາຜ່ານມາ, ທ່າມກາງການຜະລິດຫຼຸດລົງຢ່າງຕໍ່ເນື່ອງ ນັບແຕ່ໄຕມາດສຸດທ້າຍຂອງປີຜ່ານມາ, ສ່ວນປີ 2024 ຄາດວ່າຈະຂະຫຍາຍຕົວ 3,3%.