ເຮັດແກງ ຜັກຕອມແຕັມ ໃສ່ດູກໝູ

49

ຜັກຕອມແຕັມ ເປັນຜັກຊະນິດໜຶ່ງທີ່ຄ້າຍຄືກັບໃບຕົ້ນໝາກເຜັດ ຫຼາຍທ້ອງຖິ່ນກໍເອີ້ນຊື່ແຕກຕ່າງກັນໄປ ແຕ່ຈະມີລົດຊາດທີ່ຂົມອ່ອນ ສາມາດເອົາມາລວກ, ແກງ, ໃສ່ເອາະກໍໄດ້ ແລະ ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງຜັກຕອມແຕັມ ໃສ່ກະດູກໝູ ຂົມອ່ອນອໍ່າລໍ່າ.

▶ວັດຖຸດິບ: ຜັກຕອມແຕັມ, ຫົວສີໃຄ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ນໍ້າປາ, ເກືອ, ແປ້ງນົວ, ດູກໝູຕັດຕ່ອນ, ນໍ້າສະອາດ, ຫອມປ້ອມ, ຫອມບົ່ວ, ຂີງ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

▶ວິທີເຮັດ: ທຸບຫົວຫອມບົ່ວ, ຫົວຜັກທຽມ ແລ້ວລົງໄປຂົ້ວກັບກະດູກໝູ ຂົ້ວໃຫ້ຊີ້ນໝາດແລ້ວໃຫ້ເອົານໍ້າຖອກໃສ່ກະປະມານນໍ້າແກງ ຈາກນັ້ນກໍຕື່ມເກືອ, ແປ້ງນົວ, ຫົວສີໃຄ, ຫັກໝາກເຜັດດິບລົງ ແລະ ຂີງລົງໄປຕົ້ມໃຫ້ກະດູກສຸກ, ຈາກນັ້ນກໍເອົາຜັກຕອມແຕັມລົງຕົ້ມໃຫ້ສຸກ ແລ້ວປຸງລົດຊາດໃຫ້ໄດ້ຕາມໃຈມັກ ອາດຈະປຸງລົດຊາດດ້ວຍນໍ້າປາ ເມື່ອພໍດີແລ້ວໃຫ້ຊອຍຫອມປ້ອມ ແລະ ຫອມບົ່ວລົງ ພ້ອມປິດໄຟ ເທົ່ານີ້ທ່ານກໍຈະໄດ້ແກງຜັກຕອມແຕັມ ໃສ່ດູກໝູກິນແລ້ວ.