ແກງ ຍອດຕາວ ໃສ່ ດູກໝູ

66

ຍອດຕາວ ເປັນຍອດໃນຂອງຕົ້ນໝາກຕາວ ທີ່ເຮົາກິນໝາກມັນ (ນໍ້າຫວານໝາກຕາວ) ເຊິ່ງຄ້າຍຄື: ຍອດຕົ້ນພ້າວ ແລະ ຍອດຕົ້ນຕານ. ເຊິ່ງເວລາເອົາມາແກງຄືກັບແກງໜໍ່ໄມ້ ແຕ່ຈະບໍ່ໄດ້ຕົ້ມໃຫ້ມັນຈືດກ່ອນ ສາມາດແກງໄດ້ເລີຍ (ສາມາຊື້ຍອດຕາວໄດ້ຢູ່ຕະຫຼາດກະສິກຳປອດສານຜິດ ທຸກວັນພຸດ ແລະ ວັນເສົາ ຫຼື ສາມາດໄປຊື້ຢູ່ຕະຫຼາດບຶງທາດຫຼວງຕອນເຊົ້າໄດ້).

ວັດຖຸດິບ: ເຄື່ອງແກງໜໍ່ໄມ້ (ທີ່ມີເຫັດຫູໜູ, ເຫັດຂາວ, ເຫັດເຟືອງ, ໝາກບວບອ່ອນ, ໝາກອຶແກ່, ຜັກຂະແຍງ ຫຼື ຜັກຂະກໍໄດ້ ເຊິ່ງແມ່ຄ້າຈະເຮັດເປັນຖາດຂາຍແບບມີຄົບ), ໝາກເຜັດດິບ 3-5 ໜ່ວຍ, ຫົວຫົມບົ່ວ 1-2 ຫົວ, ຫົວຜັກທຽມ 3 ກີບ, ປາແດກ ຫຼື ກະປີ (ຖ້າຄົນບໍ່ກິນປາແດກໃສ່ກະປິ ແລະ ນໍ້າປາ ແທນກໍໄດ້), ດູກໝູ 5-7 ຕ່ອນພໍໃຫ້ນົວ, ເຂົ້າເບືອ, ນໍ້າຢານາງ, ເກືອ, ແປ້ງນົວ, ນໍ້າສະອາດ.

ວິທີເຮັດ: ຕັດ-ຊອຍເປັນປ່ຽງບາງໆຄືກັບໜໍ່ໄມ້, ຄ້າງໝໍ້ຕົ້ມກະດູກໝູໃສ່ເກືອໃຫ້ສຸກກ່ອນ ໂດຍເອົານໍ້າໃສ່ໜ້ອຍໜຶ່ງ ຈາກນັ້ນຈຶ່ງເອົານໍ້າຢານາງເທລົງ ແລະ ເອົາຍອດຕາວລົງ ຕົ້ມຈົນໃຫ້ຍອດຕາວສຸກ ເຊິ່ງມັນຈະປ່ຽນສີເປັນສີໃສໆ ແລ້ວຈຶ່ງລ້າງເຄື່ອງແກງທີ່ມີເຫັດຫູໜູ, ເຫັດຂາວ, ເຫັດເຟືອງ, ໝາກບວບອ່ອນ, ໝາກອຶແກ່ລົງ ຕົ້ມຕໍ່ໄປ ພ້ອມໃສ່ເກືອ, ແປ້ງນົວ. ຈາກນັ້ນມາຕຳໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ ແລະ ເຂົ້າເບືອໃຫ້ລະອຽດ ພ້ອມໃສ່ກະປິລົງ ແລ້ວເທນໍ້າໃສ່ເລັກໜ້ອຍຕັກໃສ່ໝໍ້ ຕົ້ມຈົນກວ່າທຸກຢ່າງສຸກແລ້ວ (ຖ້າຢາກໃສ່ປາແດກກໍບໍ່ຕ້ອງໃສ່ກະປິ ຖ້າໃສ່ກະປິບໍ່ໃສ່ປາແດກ ແຕ່ໃສ່ນໍ້າປາແທນໄດ້) ເມື່ອງປຸງໄດ້ລົດຊາດທີ່ມັກແລ້ວ ໃຫ້ໃສ່ຜັກຂະແຍງ ຫຼື ຍອດຜັກຂະລົງ ຄົນເລັກໜ້ອຍແລ້ວປິດໄຟໄດ້. ເທົ່ານີ້ທ່ານກໍຈະໄດ້ແກງຍອດຕາວກິນແລ້ວ.