ສໍາເລັດບານເຕະມິດຕະພາບ ໄທ-ລາວ ລະດົມທຶນຊ່ວຍ ທີມບານເຕະຄົນພິການຕາ ກຽມໄປແຂ່ງຂັນທີ່ໄທ

32

ການແຂ່ງຂັນເຕະບານ ມິດຕະພາບ ເຊື່ອມສາຍສຳພັນທະໄມຕີ ສອງຝັ່ງແມ່ນໍ້າຂອງ ລາວ-ໄທ ໄທ-ລາວ ຄັ້ງທຳອິດ ຊີງຂັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ເພື່ອການກຸສົນລະດົມທຶນຊ່ວຍເຫຼືອຄົນພິການຕາ ເປີດສາກຂຶ້ນຢ່າງເປັນທາງການໃນຕອນທ່ຽງຂອງວັນທີ 28 ຕຸລາ 2023 ທີ່ສະໜາມກິລາບານເຕະຫຍ້າທ່ຽມ ເບສະຫວັນ ເອັຟຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ລາຍການນີ້ຈັດຂຶ້ນໂດຍ ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ທັງເປັນປະທານສະໂມສອນ ເອັນແອນເອັນ ເອັຟຊີ ໂດຍມີບັນດາປະທານສະໂມສອນ, ຄູຝຶກ, ນັກກີລາ ແລະ ກອງເຊຍ ເຂົ້າຮ່ວມຢ່າງພ້ອມພຽງ ໂດຍລາຍການນີ້ຈັດຂຶ້ນ ເພື່ອຈັດການແຂ່ງຂັນບານເຕະມິດຕະພາບລາວໄທ ແລະ ເປັນການການກຸສົນລະດົມທຶນຊ່ວຍເຫຼືອຄົນພິການຕາ.

ໂອກາດດັ່ງກ່າວ ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ການແຂ່ງຂັນເຕະບານ ມິດຕະພາບ ເຊື່ອມສາຍສຳພັນທະໄມຕີ ສອງຝັ່ງແມ່ນໍ້າຂອງ ລາວ-ໄທ ໄທ-ລາວ ຄັ້ງທຳອິດ ຊີງຂັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ເພື່ອການກຸສົນລະດົມທຶນຊ່ວຍເຫຼືອຄົນພິການຕາ ໂດຍສະເພາະທີມບານເຕະຄົນພິການຕາ ທີມຊາດລາວ ກຽມໄປແຂ່ງຂັນລາຍການຊີງແຊັມອາຊຽນ ພາຣາເກມ ທີ່ປະເທດໄທ ໃນໄວໆນີ້ ເຊິ່ງຕ້ອງຂໍຂອບໃຈທຸກໆພາກສ່ວນທີ່ເຂົ້າມາຮ່ວມງານການກຸສົນຄັ້ງນີ້.

ການແຂ່ງຂັນຄັ້ງນີ້ມີ 4 ສະໂມອນ, ໃນນັ້ນ 3 ສະໂມສອນ ຈາກ ສປປ ລາວ ແລະ 1 ທີມ ຈາກແຂວງອຸດອນທານີ ປະເທດໄທ ເຂົ້າຮ່ວມຊີງໄຊ ປະກອບມີ ເຈົ້າພາບ ສະໂມສອນ ເອັນແອນເອັນ ເອັຟຊີ, ສະໂມສອນ ຜູ້ໄທ ເອັຟຊີ, ສະໂມສອນ ສີສົມບັດ ລາຊາລູກຊີ້ນ ແລະ ສະໂມສອນ ໂນດ ເອັຟຊີ ຈາກແຂວງອຸດອນທານີ ປະເທດໄທ.

ຮູບແບບການແຂ່ງຂັນ ແມ່ນຈະຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາທີມທີ່ຊະນະ ຜ່ານເຂົ້າໄປຫຼິ້ນໃນຮອບຊີງຊະນະເລີດ ແລະ ທີມທີ່ເສຍ ໄປຊີງອັນດັບທີ 3 ຜ່ານການແຂ່ງຂັນປາກົດວ່າ:
-ສະໂມສອນ ຜູ້ໄທ ສາມາດຜ່ານເຂົ້າຮອບຊີງຊະນະເລີດພົບກັບ ສະໂມສອນ ສີສົມບັດ ລາຊາລູກຊີ້ນ
-ສ່ວນເຈົ້າພາບ ສະໂມສອນ ເອັນແອນເອັນ ເອັຟຊີ ໄປຊີງອັນດັບ 3 ກັບ ສະໂມສອນ ໂນດ ເອັຟຊີ ຈາກແຂວງອຸດອນທານີ ປະເທດໄທ.

ໂດຍບົດສະຫຼຸບມີດັ່ງນີ້:
-ອັນດັບ 1 ສະໂມສອນ ສີສົມບັດ ລາຊາລູກຊີ້ນ ໄດ້ຮັບຂັນແຊັມ
-ອັນດັບ 2 ສະໂມສອນ ຜູ້ໄທ ໄດ້ຮັບຂັນອັນດັບ 2
-ອັນດັບ 3 ເຈົ້າພາບ ສະໂມສອນ ເອັນແອນເອັນ ເອັຟຊີ ໄດ້ຮັບຂັນອັນດັບ 3
-ອັນດັບ 4 ສະໂມສອນ ໂນດ ເອັຟຊີ ໄດ້ຮັບຂັນອັນດັບ 4