ເປີດສາກການແຂ່ງຂັນບານເຕະມິດຕະພາບ ລາວ-ໄທ ເພື່ອການກຸສົນລະດົມທຶນຊ່ວຍຄົນພິການຕາ

33

ການແຂ່ງຂັນເຕະບານ ມິດຕະພາບ ເຊື່ອມສາຍສຳພັນທະໄມຕີ ສອງຝັ່ງແມ່ນໍ້າຂອງ ລາວ-ໄທ ໄທ-ລາວ ຄັ້ງທຳອິດ ຊີງຂັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ເພື່ອການກຸສົນລະດົມທຶນຊ່ວຍເຫຼືອຄົນພິການຕາ ເປີດສາກຂຶ້ນຢ່າງເປັນທາງການໃນຕອນທ່ຽງຂອງວັນທີ 28 ຕຸລາ 2023 ທີ່ສະໜາມກິລາບານເຕະຫຍ້າທ່ຽມ ເບສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ລາຍການນີ້ຈັດຂຶ້ນໂດຍ ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ທັງເປັນປະທານສະໂມສອນ ເອັນແອນເອັນ ເອັຟຊີ ເພື່ອຈັດການແຂ່ງຂັນບານເຕະມິດຕະພາບລາວໄທ ແລະ ເປັນການການກຸສົນລະດົມທຶນຊ່ວຍເຫຼືອຄົນພິການຕາ.

ການແຂ່ງຂັນຄັ້ງນີ້ມີ 4 ສະໂມອນ, ໃນນັ້ນ 3 ສະໂມສອນ ຈາກ ສປປ ລາວ ແລະ 1 ທີມ ຈາກແຂວງອຸດອນທານີ ປະເທດໄທ ເຂົ້າຮ່ວມຊີງໄຊ ປະກອບມີ ເຈົ້າພາບ ສະໂມສອນ ເອັນແອນເອັນ ເອັຟຊີ, ສະໂມສອນ ຜູ້ໄທ ເອັຟຊີ, ສະໂມສອນ ສີສົມບັດ ລາຊາລູກຊີ້ນ ແລະ ສະໂມສອນ ໂນດ ເອັຟຊີ ຈາກແຂວງອຸດອນທານີ

ຮູບແບບການແຂ່ງຂັນ ແມ່ນຈະຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາທີມທີ່ຊະນະ ຜ່ານເຂົ້າໄປຫຼິ້ນໃນຮອບຊີງຊະນະເລີດ ແລະ ທີມທີ່ເສຍ ໄປຊີງອັນດັບທີ 3 ໂດຍຜົນຈັບສະຫຼາກມີດັ່ງນີ້:
-ສະໂມສອນ ຜູ້ໄທ ເອັຟຊີ ພົບ ສະໂມສອນ ໂນດ ເອັຟຊີ
-ເຈົ້າພາບ ສະໂມສອນ ເອັນແອນເອັນ ເອັຟຊີ ພົບ ສະໂມສອນ ສີສົມບັດ ລາຊາລູກຊີ້ນ
ໄດ້ຜົນການແຂ່ງຂັນຈະລາຍງານໃຫ້ຊາບຕື່ມ: