ເສດຖະກິດ ສ.ເກົາຫຼີ ຂະຫຍາຍຕົວ 3 ໄຕມາດຕິດຕໍ່ກັນ

51

ເວັບໄຊສຳນັກຂ່າວ news.kbs.co.kr ລາຍງານວ່າ: ທະນາຄານ ແຫ່ງ ສ.ເກົາຫຼີ ໄດ້ປະກາດເມື່ອວັນທີ 26 ຕຸລາຜ່ານມາວ່າ ລວມຍອດຜະລິດຕະພັນພາຍໃນ ( GDP ) ໃນໄຕມາດ 3 ປີນີ້ ຂະຫຍາຍຕົວ 0,6% ເຊິ່ງເປັນການເຕີບໂຕທີ່ເປັນຕົວເລກເປັນບວກ ເປັນ 3 ໄຕມາດຕິດຕໍ່ກັນ ນັບແຕ່ໄຕມາດສຸດທ້າຍຂອງປີຜ່ານມາ ຕິດລົບຢູ່ທີ່ -0,3%.

ການເຕີບໂຕເສດຖະກິດຂອງ ສ.ເກົາຫຼີ ຈາກຕິດລົບໃນໄຕມາດທີ 4 ປີ 2022 ມາເປັນ 0,3% ໃນໄຕມາດທໍາອິດ ແລະ ເຕີບໂຕຕໍ່ເນື່ອງເປັນ 2 ໄຕມາດ ໃນໄຕມາດ 2 ທີ່ 0,6%. ແຕ່ຢ່າງໃດກໍຕາມ, ອັດຕາການເຕີບໂຕ 0,6% ໃນໄຕມາດ 3 ປີນີ້ ກໍຍັງບໍ່ຮັບປະກັນເປົ້າໝາຍຂອງລັດຖະບານທີ່ຕັ້ງໄວ້ 1,4% ໃນປີນີ້.

ທ່ານ ຊິນ ຊືງຊອນ ( Shin Seung-cheol ) ຜູ້ອຳນວຍການຝ່າຍສະຖິຕິເສດຖະກິດຂອງທະນາຄານ ແຫ່ງ ສ.ເກົາຫຼີ ກ່າວວ່າ: ຫາກເສດຖະກິດເຕີບໂຕ ປະມານ 0,7% ໃນໄຕມາດ 4 ຂອງປີນີ້ ທຽບກັບໄຕມາດກ່ອນໜ້ານີ້ ຈະສົ່ງຜົນໃຫ້ມີອັດຕາການເຕີບໂຕ 1,4%.

ຂະນະດຽວກັນ, ຄາດການເສດຖະກິດດ້ານໄອທີ ລວມທັງ ຊິບ ( ເຊມິຄອນດັກເຕີ ) ຈະຄ່ອຍໆຟື້ນຕົວ, ບັນເທົາການສົ່ງອອກທີ່ຕົກຕໍ່າ ແລະ ມີສ່ວນຊ່ວຍໃຫ້ເຕີບໂຕ ແຕ່ຍັງມີ ຄວາມບໍ່ແນ່ນອນ ເນື່ອງຈາກຍັງບໍ່ຊັດເຈນວ່າຄວາມສ່ຽງຈາກພູມມີສາດທາງການເມືອງຂອງອິດສະຣາແອນ ແລະ ກຸ່ມຮາມາສ, ບັນດາເຫດການ ແລະ ອັດຕາດອກເບ້ຍໃນອາເມຣິກາ ຈະສົ່ງຜົນກະທົບຕໍ່ເສດຖະກິດການເງິນ ແລະ ເສດຖະກິດທີ່ແທ້ຈິງຂອງ ສ.ເກົາຫຼີ ເຊິ່ງມັນອາດຈະເປັນເລື່ອງໃຫຍ່ຂຶ້ນອີກ.

ລາຍງານລະບຸວ່າ: ການບໍລິໂພກພາກເອກະຊົນ ເພີ່ມຂຶ້ນ 0,3% ໂດຍເນັ້ນທີ່ການບໍລິການ ເຊັ່ນ: ອາຫານ, ທີ່ພັກ ແລະ ຄວາມບັນເທີງ; ສ່ວນການສົ່ງອອກເພີ່ມຂຶ້ນ 3,5% ໂດຍສ່ວນໃຫຍ່ເປັນ ຊິບ ແລະ ອຸປະກອນເຄື່ອງກົນຈັກ; ໃນຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 2,6% ເນື່ອງຈາກອິດທິພົນຂອງຜະລິດຕະພັນປີໂຕຣລ້ຽມ.

ການບໍລິໂພກຂອງລັດຖະບານ ແລະ ການລົງທຶນດ້ານການກໍ່ສ້າງ ເພີ່ມຂຶ້ນ 0,1% ແລະ 2,2% ຕາມລຳດັບ ເນື່ອງຈາກສະຫວັດດີການປະກັນສັງຄົມ ແລະ ການເພີ່ມຂຶ້ນຂອງການກໍ່ສ້າງອາຄານ, ວິສະວະກຳໂຍທາ. ແຕ່ການລົງທຶນດ້ານສິ່ງອໍານວຍຄວາມສະດວກ ຫຼຸດລົງ 2,7% ເນື່ອງຈາກເຄື່ອງກົນຈັກຫຼຸດລົງ, ກິດຈະກຳທາງເສດຖະກິດການຜະລິດ ແລະ ກະສິກຳ – ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນ 1,3% ແລະ 1,0% ຕາມລໍາດັບ; ໃນຂະນະທີ່ທຸລະກິດໄຟຟ້າ, ແກ໊ສ ແລະ ນໍ້າ ຫຼຸດລົງ 1,4%.

ລາຍການທີ່ເຮັດໃຫ້ອັດຕາເຕີບໂຕຫຼາຍທີ່ສຸດໃນໄຕມາດ 3 ໄດ້ແກ່: ການສົ່ງອອກສຸດທິ ( ການສົ່ງອອກ – ການນໍາເຂົ້າ 0,4% ) ແລະ ການລົງທຶນດ້ານການກໍ່ສ້າງ 0,3% ແລະ ການບໍລິໂພກພາກເອກະຊົນ 0,2%, ລາຍໄດ້ລວມພາຍໃນປະເທດທີ່ແທ້ຈິງ ( GDI ) ໃນໄຕມາດ 3 ເພີ່ມຂຶ້ນ 2,5% ເມື່ອທຽບກັບໄຕມາດກ່ອນໜ້ານີ້.