ຂັ້ນຕອນການວາງແຜນກະສຽນ ( ການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ )

34

ການກະສຽນແມ່ນເປັນເປົ້າໝາຍຂອງຫຼາຍຄົນທີ່ຢາກໃຫ້ຕົວເອງສາມາດກະສຽນໄດ້ໄວທີ່ສຸດ ເພື່ອຈະໄດ້ໃຊ້ຊີວິດພາຍຫຼັງກະສຽນຕາມທີ່ຕ້ອງການ ເຊິ່ງການທີ່ຈະກະສຽນໄດ້ໄວນັ້ນຕ້ອງຮູ້ຈັກການວາງແຜນກະສຽນ. ເພື່ອຈະກ້າວເຂົ້າສູ່ການວາງແຜນກະສຽນນັ້ນ ກ່ອນອື່ນຕ້ອງຮູ້ຈັກ ການວາງແຜນທາງການເງິນ ( Financial Planning ).
ການວາງແຜນທາງການເງິນ ໝາຍເຖິງຂະບວນການວາງແຜນເພື່ອໃຫ້ບັນລຸເປົ້າໝາຍທາງການເງິນຂອງແຕ່ລະບຸກຄົນ ( Personal Finance ) ການວາງແຜນທາງການເງິນກໍຄື ການຮູ້ຈັກໃຊ້ເຄື່ອງມືທາງການເງິນຕ່າງໆ ມາດູແລບໍລິຫານເງິນຂອງເຮົາໃຫ້ເໝາະສົມ ເຊິ່ງຈະປະກອບດ້ວຍຫຼາຍຢ່າງທີ່ເຊື່ອມໂຍງກັນທັງລາຍໄດ້, ລາຍຈ່າຍ, ການສະສົມ, ການລົງທຶນ, ພາສີ – ອາກອນ, ການຈັດການໜີ້ສິນ ລວມໄປເຖິງການກຽມຕົວເພື່ອຮັບປະກັນກັບຄວາມສ່ຽງຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດ.

ຜ່ານມາເຮົາໄດ້ນຳສະເໜີກ່ຽວກັບການວາງແຜນທາງການເງິນໄປແລ້ວ ແລະ ຄົງຈະເຮັດໃຫ້ຜູ້ອ່ານເຂົ້າໃຈເຖິງ ຄວາມສຳຄັນຂອງແຜນການທາງການເງິນ ຕໍ່ກັບການວາງແຜນກະສຽນແລ້ວ ບໍ່ຫຼາຍກໍໜ້ອຍ. ດັ້ງນັ້ນ, ໃນອາທິດນີ້ເຮົາຈະມານຳສະເໜີກ່ຽວກັບ ຂັ້ນຕອນໃນການວາງແຜນກະສຽນ ໂດຍຂັ້ນຕອນໃນການວາງແຜນກະສຽນນັ້ນປະກອບມີ 4 ຂັ້ນຕອນ ຄື: ການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ, ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ, ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ, ທົບທວນ ແລະ ປັບປຸງແຜນການລົງທຶນຢ່າງສະໝ່ຳສະເໝີ.
ມື້ນີ້ເຮົາຈະກ່າວເຖິງຂັ້ນຕອນທຳອິດຄືກໍານົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ ໂດຍກໍານົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ ແມ່ນມີຄື:

– ກໍານົດອາຍຸທີ່ຕ້ອງການຈະກະສຽນ: ທ່ານຄວນຕັ້ງຄໍາຖາມກັບຕົວເອງເບິ່ງວ່າ ຕ້ອງການກະສຽນຕອນອາຍຸຈັກປີ ເຊັ່ນ: 55 ປີ, 60 ປີ ຫຼື ຈະກະສຽນໄວຂຶ້ນ ( Early Retirement ) ຕອນອາຍຸປະມານ 45 ປີ ເພື່ອຈະໄດ້ຮູ້ວ່າເຮົາມີເວລາອີກດົນເທົ່າໃດໃນການກຽມຕົວ.
– ເຄັດລັບເພື່ອການບັນລຸເປົ້າໝາຍ: ເພື່ອບັນລຸເປົ້າໝາຍການວາງແຜນກະສຽນນັ້ນ ພະຍາຍາມປ່ຽນຄວາມຝັນໃຫ້ເປັນເປົ້າໝາຍ ແລະ ເຮັດໃຫ້ເຫັນເປັນຮູບປະທຳ ເຊິ່ງຈະຊ່ວຍໃຫ້ເປົ້າໝາຍບໍ່ກາຍເປັນເປົ້າຫາຍ ແລະ ຍັງຊ່ວຍຊຸກຍູ້ໃຫ້ຮີບຟ້າວເດີນໜ້າເຮັດໃຫ້ຝັນກາຍເປັນຈິງອີກດ້ວຍ.
– ຄາດຄະເນອາຍຸທີ່ຄິດວ່າຈະສິ້ນອາຍຸໄຂ ( ຕາຍ ): ທ່ານຄວນຄາດຄະເນຕົວເອງເບິ່ງວ່າ ທ່ານຈະມີອາຍຸຍືນຍາວໄປເຖິງອາຍຸເທົ່າໃດປີ ເຊັ່ນ: 80 ປີ, 85 ປີ ຫຼື 90 ປີ ເພື່ອໃຫ້ຮູ້ວ່າທ່ານຈະຕ້ອງໃຊ້ເງິນຫຼັງກະສຽນໄປອີກຈັກປີ ໂດຍປະເມີນຈາກບັນພະບຸລຸດ ແລະ ສາຍຍາດໃນຄອບຄົວ ສ່ວນໃຫຍ່ເສຍຊີວິດເມື່ອອາຍຸປະມານເທົ່າໃດປີ ປະກອບກັບ ຄວາມແຂງແຮງຂອງຮ່າງກາຍ ແລະ ພຶດຕິກໍາການໃຊ້ຊີວິດຂອງທ່ານເອງທີ່ຖືເປັນປັດໄຈທາງດ້ານຄວາມສ່ຽງກໍຄື ຄວາມບໍ່ແນ່ນອນ.
– ຕັ້ງເປົ້າໝາຍຫຼັງກະສຽນ: ທ່ານຄວນຈິນຕະນາການເບິ່ງວ່າ ເມື່ອເຖິງວັນທີ່ຕ້ອງກະສຽນແລ້ວ ທ່ານຕ້ອງການໃຊ້ຊີວິດແບບໃດ ແລ້ວປະເມີນເບິ່ງວ່າຈະມີຄ່າໃຊ້ຈ່າຍຕໍ່ເດືອນປະມານເດືອນລະເທົ່າໃດ ເຊັ່ນ: 2 ລ້ານກີບ, 3 ລ້ານກີບ ຫຼື 5 ລ້ານກີບ ເປັນຕົ້ນ.
ນອກຈາກນີ້, ຖ້າຫາກທ່ານຕ້ອງການເຮັດຕາມຄວາມຝັນຕ່າງໆຫຼັງກະສຽນ ເຊັ່ນ: ຊື້ເຮືອນ, ຊື້ສວນ, ທ່ອງທ່ຽວ ແລະ ມີມໍລະດົກໃຫ້ແກ່ລູກຫຼານ ທ່ານກໍຕ້ອງໄດ້ວາງແຜນເພື່ອເປົ້າໝາຍເຫຼົ່ານີ້ ອີກດ້ວຍ.

[ ໂດຍ: ຕລຊລ ]